ຂປລ
ຂປລ.ໃນວັນທີ 27 ກັນຍາ 2023 ທີ່ນະຄອນຫວງວຽງຈັນ, ໄດ້ຈັດພິທີເປີດໂຄງການການຄ້າລະດັບພາກພື້ນ ເພື່ອການພັດທະນາ RTAD Facility ຢ່າງເປັນທາງການໃນ ສປປ ລາວ ໂດຍການເປັນປະທານຮ່ວມຂອງ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ

ຂປລ.ໃນວັນທີ 27 ກັນຍາ 2023 ທີ່ນະຄອນຫວງວຽງຈັນ, ໄດ້ຈັດພິທີເປີດໂຄງການການຄ້າລະດັບພາກພື້ນ ເພື່ອການພັດທະນາ RTAD Facility ຢ່າງເປັນທາງການໃນ ສປປ ລາວ ໂດຍການເປັນປະທານຮ່ວມຂອງ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ Paul Kelly ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ອົດສະຕຣາລີ ປະຈຳ ສ ປປ ລາວ ມີບັນດາແຂກຖືກເຊີນເຂົ້າຮ່ວມ. ຈຸດປະສົງ ໂຄງການ RTAD ຖືກສ້າງຂຶ້ນຢູ່ບົນປະຫວັດສາດອັນຍາວນານ ແຫ່ງການຮ່ວມ ມືດ້ານເສດຖະກິດ ພາຍໃຕ້ສັນຍາເຂດການຄ້າເສລີ ຂອງ ອາຊຽນ-ອົດສະຕຣາລີ-ນິວຊີແລນ(AANZETA) ແລະ ຈະເປັນສ່ວນປະກອບເພີ່ມເຕີມໃຫ້ແກ່ ການສະຫນັບສະ ຫນູນຂອງປະເທດອົດສະຕຣາລີ ພາຍໃຕ້ໂຄງການຮ່ວມມືສອງຝ່າຍ ແລະ ໂຄງການຮ່ວມມືລະດັບພາກ ພື້ນອື່ນໆ. ໂຄງການ TAD ໄດ້ເລີ່ມໃຫ້ ການສະໜັບສະໜູນແກ່ປະເທດລາວ ໃນການກະກຽມໃສ່ປີການເປັນປະທານອາຊຽນຂອງລາວ, ລວມມີ ການໃຫ້ທຶນສຳລັບສ້າງວີດີໂອ ເພື່ອໂຄສະນາຊີ້ແຈງກ່ຽວກັບ ໜ້າວຽກດ້ານເສດຖະກິດທີ່ເປັນບູລິມະສິດ(PEDs) ໃນປີທີ່ລາວເປັນປະທານ ແລະ ການແປສັນຍາ AANZITA ສະບັບປັບປຸງ ເປັນພາສາລາວເພື່ອຊ່ວຍໃຫ້ໄດ້ຮັບການອະນຸມັດລົງນາມໃນສັນຍາ. ໂຄງການ RTAD ມີຈຸດສຸມອັນແຂ່ງຂັນໃສ່ບັນດາເສດຖະກິດ ທີ່ດ້ອຍພັດທະນາກວ່າຂອງອາຊຽນ. ດັ່ງນັ້ນ, ຈຶ່ງໄດ້ມີການແຕ່ງຕັ້ງຜູ້ຈັດການໂຄງການ ໃຫ້ປະຈຳຢູ່ ປະເທດກຳປູເຈຍ, ປະເທດລາວ ແລະ ປະເທດຫວຽດນາມ ເພື່ອອຳນວຍຄວາມສະດວກໃຫ້ປະເທດເຫລົ່ານີ້ ມີສ່ວນຮ່ວມເຂົ້າໃນຂໍ້ລິເລີ່ມດັ່ງກ່າວ ໂດຍຜ່ານການສົ່ງເສີມການຄ້າໃນລະດັບພາກພື້ນ ແລະ ການອຳນວຍຄວາມສະດວກ; ໂຄງການຍັງ ສະຫນັບສະຫນູນ ຄວາມສະເຫມີພາບລະຫວ່າງຍິງຊາຍ, ຄວາມພິການ ແລະ ການມີສ່ວນຮ່ວມ ຂອງສັງຄົມ.
ນອກຈາກນັ້ນ, ໂຄງການ RTAD ກຳລັງກະກຽມແຜນງານສະໜັບສະໜູນ 12 ເດືອນ ໃຫ້ແກ່ຄະ ນະກຳມະການຊັບສິນທາງປັນຍາຂອງລາວ ໃນການສ້າງຄວາມຮູ້ ກ່ຽວກັບການອອກແບບ ແລະ ການຈົດທະບຽນ ເຄື່ອງຫມາຍການຄ້າ ໃຫ້ແກ່ທຸລະກິດທີ່ແມ່ຍິງເປັນເຈົ້າຂອງ ໂດຍໄດ້ຮັບການຊ່ວຍເຫລືອ ຈາກຊ່ຽວຊານຕ່າງປະເທດ ແລະ ການປະກອບສ່ວນ ດ້ານວິຊາການຈາກຫລາຍໆທ່ານຢູ່ທີ່ນີ້. ໂຄງການໄດ້ຄັດຈ້ອນ ໜ້າວຽກ ທາງດ້ານເສດຖະກິດທີ່ເປັນບູລິມະສິດ PEDs ລົງມາເປັນ 14 ລາຍການ ເຊິ່ງຖືກຈັດຢູ່ໃນ 4 ກຸ່ມຍຸດທະສາດ ຄື: ການປະສົມປະສານ ແລະ ການເຊື່ອມໂຍງເສດຖະກິດ ເພື່ອສ້າງຕະຫລາດທີ່ປະສົມປະສານ ເຂົ້າກັນແບບບໍ່ມີຮອຍຕໍ່ໃນອາຊຽນ, ການສ້າງອະນາຄົດທີ່ຍືນຍົງ ເພື່ອສົ່ງເສີມຄວາມຍືນຍົງ ທາງດ້ານສິ່ງແວດລ້ອມ, ສັງຄົມ ແລະ ເສດຖະກິດ ເພື່ອໃຫ້ບັນລຸຄວາມຈະເລີນຮຸ່ງເຮືອງໃນໄລຍະຍາວຂອງອາຊຽນ; ການສົ່ງເສີມການມີສ່ວນຮ່ວມ ແລະ ຄວາມຄິດສ້າງສັນ ເສີມສ້າງຄວາມຫລາກຫລາຍ, ການມີສ່ວນຮ່ວມ ແລະ ຄວາມຄິດສ້າງສັນ ໃນການຊຸກຍູ້ການພັດທະນາເສດຖະກິດ ແລະ ສັງຄົມ ຂອງອາຊຽນ, ການຫັນປ່ຽນສູ່ອະນາຄົດດີຈິຕອນ ນຳໃຊ້ເຕັກໂນໂລຊີ ດີຈິຕອນເຂົ້າໃນການຊຸກຍູ້ ການເຕີບໂຕຂອງເສດຖະກິດ, ຍົກສູງຄວາມສາມາດໃນການແຂ່ງຂັນ, ຍົກສູງຄຸນນະພາບຊີວິດຂອງປະຊາຊົນໃນພາກພື້ນອາຊຽນ. ພ້ອມນີ້, ຍັງເປັນການສະໜັບສະໜູນບົດບາດຂອງກະຊວງອຸດສາຫະກຳ ແລະ ການຄ້າ ໃນການກະກຽມເປັນປະທານອາຊຽນ, ຕັ້ງແຕ່ທ້າຍປີທີ່ຜ່ານມາ ໂດຍໄດ້ສະໜັບສະໜູນໃຫ້ມີຊ່ຽວຊານຕ່າງປະ ເທດ ເຂົ້າມາຊ່ວຍໃນການກຳນົດ, ການສ້າງ, ການໂຄສະນາ ແລະ ການຈັດຕັ້ງປະຕິບັດ ໜ້າວຽກທາງ ເສດຖະກິດທີ່ເປັນບຸລິມະສິດ.
ປັດຈຸບັນ ສປປ ລາວ ໄດ້ຄັດຈ້ອນບັນຊີໜ້າວຽກເສດຖະກິດ ທີ່ເປັນບູລິມະສິດ ໃຫ້ສັ້ນລົງມາຢູ່ທີ່ 14 PEDs ສໍາລັບປີ 2024. ສອງປະເທດ ລາວ-ອົດສະຕຣາລີ ໄດ້ຮ່ວມມືກັນ ທັງໃນດ້ານການຄ້າ, ການລົງທຶນ, ການສຶກສາ ແລະ ຄວາມໝັ້ນຄົງ. ທຸລະກິດຂອງຄົນອົດສະຕຣາລີ ກໍໄດ້ມາລົງທຶນໃນຂະແໜງບໍ່ແຮ່, ກະສິກຳ, ປ່າໄມ້ ແລະ ການທ່ອງທ່ຽວ; ໃນຂະນະທີ່ ບັນດາໂຄງການຮ່ວມມືພັດທະນາຂອງປະເທດອົດສະຕຣາລີ ກໍໄດ້ມາສະໜັບສະໜູນການສຶກສາ, ການສ້າງຄວາມອາດສາມາດ, ການພັດທະນາພາກເອກະຊົນ, ການປະຕິຮູບດ້ານເສດຖະກິດ ແລະ ການເຊື່ອມຕໍ່. ນອກຈາກນີ້, ບັນດາລັດຖະມົນຕີຈາກ ປະເທດອົດສະຕາລີ, ປະເທດນິວຊີແລນ ແລະ ບາງປະເທດໃນອາຊຽນ ໄດ້ລົງນາມໃນສັນຍາການຄ້າເສລີ ຂອງ ອາຊຽນ-ອົດສະຕຣາລີ-ນິວຊີແລນ (AANZETA) ສະບັບປັບປຸງ ທີ່ຈະນຳມາເຊິ່ງໂອກາດໃໝ່ໆ ໃຫ້ແກ່ບັນດາທຸລະກິດຢູ່ໃນພາກພື້ນ ເມື່ອມີຜົນບັງຄັບໃຊ້ ເພື່ອຊ່ວຍບັນດາປະເທດສະມາຊິກອາຊຽນ ໃຫ້ບັນລຸຜົນປະໂຫຍດຢ່າງເຕັມສ່ວນ ຂອງ ANZETA ສະບັບປັບປຸງ ແລະ ສັນຍາຄູ່ຮ່ວມມືເສດຖະກິດແບບຮອບດ້ານລະດັບພາກພື້ນ, ປະເທດອົດສະຕາລີ ແລະ ປະເທດນິວຊີແລນ ໄດ້ຕົກລົງໃຫ້ການສະໜັບສະໜູນຂໍ້ລິເລີ່ມໂຄງການ RTAD ເຊິ່ງປະເທດອົດສະຕຣາລີ ຍຶດໝັ້ນທີ່ຈະສະໜອງທຶນຈຳນວນ 46 ລ້ານໂດລາອົດສະຕຣາລີ.
KPL