ເປີດນຳໃຊ້ ລະບົບແຈ້ງພາສີປະຕູດຽວ ຢູ່ດ່ານພາສີສາກົນ ສະໜາມບິນວັດໄຕ

28/09/2023 18:22
Email Print 925
ຂປລ ຂປລ.ໂດຍປະຕິບັດຕາມຂໍ້ຕົກລົງ ຂອງລັດຖະມົນຕີກະຊວງການເງິນ ສະບັບເລກທີ 2423/ກງ, ລົງວັນທີ 09 ສິງຫາ 2023 ວ່າດ້ວຍການແຕ່ງຕັ້ງພະນັກງານກະຊວງການເງິນ ລົງເຄື່ອນໄຫວດໍາເນີນການຜັນຂະຫຍາຍ, ຕິດຕັ້ງ ແລະ ຝຶກອົບຮົມການນໍາໃຊ້

ຂປລ.ໂດຍປະຕິບັດຕາມຂໍ້ຕົກລົງ ຂອງລັດຖະມົນຕີກະຊວງການເງິນ ສະບັບເລກທີ 2423/ກງ, ລົງວັນທີ 09 ສິງຫາ 2023 ວ່າດ້ວຍການແຕ່ງຕັ້ງພະນັກງານກະຊວງການເງິນ ລົງເຄື່ອນໄຫວດໍາເນີນການຜັນຂະຫຍາຍ, ຕິດຕັ້ງ ແລະ ຝຶກອົບຮົມການນໍາໃຊ້ ລະບົບການແຈ້ງພາສີປະຕູດຽວແຫ່ງຊາດ ແບບເອເລັກໂຕຣນິກ ອາຊີກູດາພັດສ໌(NSWA+) ຢູ່ບັນດາດ່ານພາສີສາກົນ ໃນຂອບເຂດທົ່ວປະເທດ.
      ໃນລະຫວ່າງວັນທີ 27-29 ກັນຍາ 2023 ນີ້, ໄດ້ຈັດຝຶກອົບຮົມ ແລະ ເປີດການນຳໃຊ້ ລະ ບົບ NSWA+ ທີ່ດ່ານພາສີສາກົນ ສະໜາມບິນສາກົນວັດໄຕ ນະຄອນຫລວງວຽງຈັນ, ພ້ອມທັງຈະຜັນຂະຫຍາຍໄປດ່ານພາສີສາກົນທົ່ວປະເທດ ໃນປີ 2023 ໂດຍມີຄະນະວິຊາການຈາກກົມພາສີ, ກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ກະຊວງການເງິນ, ຄະນະດ່ານພາສີສາກົນສະໜາມບິນວັດໄຕ,ເຈົ້າໜ້າທີ່ພາສີ, ຜູ້ປະກອບການທີ່ເຄື່ອນໄຫວຜ່ານດ່ານພາສີສາກົນ ສະໜາມບິນວັດໄຕ, ບໍລິສັດຜູ້ພັດ ທະນາລະບົບ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
     ສຳລັບການຝຶກອົບຮົມການນໍາໃຊ້ NSWA+ ເພື່ອເຮັດໃຫ້ລັດຖະການພາສີບຸກຄົນນິຕິບຸກ ແລະ ການຈັດຕັ້ງ ທີ່ດຳເນີນການແຈ້ງພາສີ, ສໍາລັບການນໍາເຂົ້າ-ສົ່ງອອກຜ່ານແດນ ໃຫ້ເຂົ້າໃຈ ກ່ຽວກັບລະບົບດັ່ງກ່າວ, ສາມາດນໍາໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້. ພ້ອມນີ້, ຍັງເປັນການອໍານວຍຄວາມສະດວກ, ການບໍລິການໃຫ້ແກ່ການນໍາເຂົ້າ-ສົ່ງອອກ,ການຜ່ານແດນ ແລະ ການຊໍາລະສະສາງ ຊຶ່ງນັບທັງລັດຖະການພາສີ, ເຈົ້າໜ້າທີ່ພາສີປະຈໍາດ່ານ ແລະ ຜູ້ປະກອບການຕ່າງໆ ອີກດ້ວຍ. ທັງນີ້, ເພື່ອຮັບປະກັນໃນການນໍາໃຊ້ໃຫ້ມີຄວາມເປັນເອກະພາບ,​ ສະດວກວ່ອງໄວໂປ່ງໃສ, ສາມາດກວດສອບໄດ້ ແລະ ມີປະສິດທິຜົນ, ສ້າງບາດກ້າວຫັນການຄຸ້ມຄອງວຽກງານພາສີໃຫ້ລວມສູນກ້າວໄປສູ່ພາສີດີຈີຕອນ.


KPL

ຂ່າວອື່ນໆ

ads
ads

Top