ຂປລ
ຂປລ.ໃນວັນທີ 27 ກັນຍາ 2023 ທີ່ນະຄອນຫລວງວຽງຈັນ, ທ່ານ ພູທອນ ເມືອງປາກ ປະທານອົງການກາແດງ ແຫ່ງຊາດລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ໂທມັດລາມມາ (H.E. Thomas Lamma) ເອກອັກຄະລັດຖະທູດລຸກຊໍາບວກ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ.

ໃນໂອການນີ້, ທ່ານ ພູທອນ ເມືອງປາກ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາສູງຕໍ່ສາຍພົວພັນ ທີ່ມີມາແຕ່ຍາວນານນັບມື້ຍິ່ງສູງເດັ່ນຂຶ້ນ ລະຫວ່າງ ສປປ ລາວ ແລະ ລຸກຊຳບວກ ໂດຍສະເພາະ ກໍແມ່ນລັດຖະບານລຸກຊຳ ທີ່ໄດ້ໃຫ້ຊ່ວຍເຫລືອການຈັດຕັ້ງໂຄງການຕ່າງໆ ເປັນຕົ້ນ ແມ່ນ ການຕອບສະຫນອງອຸປະກອນເຄືີ່ອງເຢັນ ເກັບຮັກສາເລືອດ-ສ່ວນປະກອບຂອງເລືອດ ແລະ ໂຄງການຊ່ວຍເຫລືອ ດ້ານມະນຸດສະທໍາອື່ນໆ ໃນໄລຍະຜ່ານມາ ແມ່ນມີຜົນສຳເລັດຫລາຍດ້ານ.
ໂອກາດດຽວກັນ, ທ່ານ ໂທມັດ ລາມມາ ຍັງໄດ້ສະແດງຄວາມຂອບໃຈຢ່າງສູງ ມາຍັງທ່ານປະທານອົງການກາແດງ ແຫ່ງຊາດລາວ ພ້ອມດ້ວຍຄະນະ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ, ໃນໂອ ກາດນີ້ ທັງສອງຝ່າຍຍັງໄດ້ປຶກສາຫາລືກັນຫລາຍບັນຫາ ເພື່ອການຮ່ວມມືໃນຕໍ່ໜ້າ ໃນການລະດົມບໍລິ ຈາກເລືອດ ແລະ ສະໜອງເລືອດທີ່ປອດໄພ ແລະ ວຽກງານຊ່ວຍເຫລືອມະນຸດສະທໍາອື່ນໆ ຕື່ມອີກ.
ຂ່າວ-ພາບ: ອົງການກາແດງ
KPL