ຂປລ
ຈີນ ເຫັນດີ ກັບ ຍີ່ປຸ່ນ, ສ.ເກົາຫລີ ກ່ຽວກັບ ການຈັດກອງປະຊຸມ ສຸດຍອດ ໃຫ້ໄວທີ່ສຸດ ພາຍຫລັງ ຈັດກອງປະຊຸມ ຄັ້ງຫລ້າສຸດ ເມື່ອປີ 2019 .
ຂປລ. ອ້າງຕາມຂ່າວ ປັກກິ່ງ ຂອງ ສປຈີນ, ວັນທີ 26 ກັນຍາ, ຈີນ ເຫັນດີ ກັບ ຍີ່ປຸ່ນ, ສ.ເກົາຫລີ ກ່ຽວກັບ ການຈັດກອງປະຊຸມ ສຸດຍອດ ໃຫ້ໄວທີ່ສຸດ ພາຍຫລັງ ຈັດກອງປະຊຸມ ຄັ້ງຫລ້າສຸດ ເມື່ອປີ 2019 .
ໂຄສົກ ກະຊວງ ການຕ່າງປະເທດ ຈີນ ຖະແຫລງວ່າ ກອງປະຊຸມ ລະດັບ ຮອງລັດຖະມົນຕີ ແລະ ຜູ້ຊ່ວຍລັດຖະມົນຕີ ຂອງ ທັງ 3 ປະເທດ ຢູ່ນະຄອນຫລວງ ເຊອຸນ ຂອງ ສ.ເກົາຫລີ ເພື່ອປຶກສາຫາລື ກ່ຽວກັບ ການ ເພີ່ມທະວີ ຮ່ວມມືກັນ ຢ່າງແໜ໊ນແຟ້ນ ອີກຄັ້ງ. ກອງປະຊຸມ ດັ່ງກ່າວ ໄດ້ເຫັນດີກັນວ່າ ການສືບຕໍ່ ຄວາມຮ່ວມມື ລະຫວ່າງ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫລີ ເປັນຜົນປະໂຫຍດ ຮ່ວມກັນ ຂອງ ທັງ 3 ຝ່າຍ ໂດຍໄດ້ຕົກລົງກັນວ່າ ຈະຈັດກອງປະຊຸມ ລະດັບ ລັດຖະມົນຕີ ຕ່າງປະເທດ ໃນໄວໆນີ້ ເພື່ອຈະຊຸກຍູ້ ໃຫ້ຈັດ ກອງປະຊຸມ ລະດັບ ຜູ້ນໍາປະເທດ ໂດຍໄວທີ່ສຸດ ເທົ່າທີ່ຈະເປັນໄປໄດ້ ໃນເວລາ ທີ່ ສະດວກ ສຳລັບ ທັງ 3 ປະເທດ.
ດ້ານກະຊວງ ການຕ່າງປະເທດ ສ.ເກົາຫລີ ຖະແຫລງວ່າ ນັກການທູດທັງ 3 ຝ່າຍ ຕົກລົງຈະຈັດ ກອງປະຊຸມ ສຸດຍອດ ໄຕພາຄີ ຢ່າງໄວທີ່ສຸດ ແລະ ຈະຈັດກອງປະຊຸມ ລະດັບ ລັດຖະມົນຕີ ໄຕພາຄີ ເພື່ອເປັນການກຽມກອງປະຊຸມ . ໂດຍທັງ 3 ປະເທດ ມີປະຊາກອນ ລວມກັນ 20% ຂອງ ໂລກ ແລະ ມີລວມຍອດ ຜະລິດຕະພັນ ພາຍໃນປະເທດ ຫລື ຈີດີພີ 25% ຂອງໂລກ. /
KPL