ຂປລ
ບໍລິສັດການລົດໄຟ ແຫ່ງປະເທດ ຈີນ ຈຳກັດ ລາຍງານ ກຳນົດ ການເປີດ ບໍລິການ ທາງລົດໄຟ ຄວາມໄວສູງ ຂ້າມທະເລ ສາຍໃໝ່ ໃນແຂວງຝູຈຽງ ທາງຕາເວັນອອກຂອງ ປະເທດ.
ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ວັນທີ 26 ກັນຍາ, ບໍລິສັດການລົດໄຟ ແຫ່ງປະເທດ ຈີນ ຈຳກັດ ລາຍງານ ກຳນົດ ການເປີດ ບໍລິການ ທາງລົດໄຟ ຄວາມໄວສູງ ຂ້າມທະເລ ສາຍໃໝ່ ໃນແຂວງຝູຈຽງ ທາງຕາເວັນອອກຂອງ ປະເທດ. ທາງລົດໄຟ ຄວາມໄວສູງສາຍໃໝ່ ມີຄວາມຍາວ 277 ກິໂລແມັດ ແລ່ນຜ່ານ ເມືອງຝູໂຈວ, ຜູຖຽນ, ເສວຽນໂຈວ , ເຊ້ຍເໝີນ ແລະ ເຈີ້ງໂຈວ ໂດຍເປີດໃຫ້ ບໍລິການ ໃຫ້ແກ່ ປະຊາຊົນ ໃນວັນທີ 28 ກັນຍານີ້.
ທາງລົດໄຟສາຍໃໝ່ນີ້ ມີຄວາມໄວສູງສຸດ 350 ກິໂລແມັດ ຕໍ່ຊົ່ວໂມງ , ຊຶ່ງເຊື່ອມຕໍ່ ຟູໂຈວ ແລະ ເຊ້ຍເໝີນ ສອງເມືອງໃຫຍ່ ຂອງ ຝູຈຽນ ແລະ ໃຊ້ໄລຍະເວລາ ເດີນທາງ ລະຫວ່າງ ສອງເມືອງ ປະມານ 55 ນາທີ. ບໍລິສັດກ່ຽວຂ້ອງ ໄດ້ເນັ້ນວ່າ ທາງລົດໄຟ ສາຍໃໝ່ນີ້ ຈະມີເຕັກໂນໂລຊີ ອັດສະລິຍະ ຫລາກຫລາຍ ທັງອິນເຕີເນັດແຫ່ງສັນພະສິ່ງ, ການປະມວນຜົນ, ລະບົບຂໍ້ມູນ ແລະ ສື່ສານທາງພາກພື້ນ ເພື່ອຮັບປະກັນ ການດຳເນີນງານ ໃຫ້ມີຄວາມປອດໄພ ແລະ ປະສິດທິພາບ ແລະອື່ນໆ./.
KPL