ເມືອງຈັນທະບູລີ ກຽມພ້ອມຮອບດ້ານ ຮັກສາຄວາມສະອາດໄລຍະບຸນຊ່ວງເຮືອທ່າວັດຈັນ

27/09/2023 16:46
Email Print 1591
ຂປລ ຂປລ. ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ໄດ້ມີຄວາມພ້ອມຮອບດ້ານ ເພື່ອເຮັດໃຫ້ ບຸນປະເພນີ ອອກພັນສາປະວໍລະນາ ກໍຄື ບຸນຊ່ວງເຮືອທ່າວັນຈັນ ປະຈຳປີ 2023 ທີ່ຈະຈັດຂຶ້ນໃນທ້າຍເດືອນຕຸລານີ້

ຂປລ. ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ໄດ້ມີຄວາມພ້ອມຮອບດ້ານ ເພື່ອເຮັດໃຫ້ ບຸນປະເພນີ ອອກພັນສາປະວໍລະນາ ກໍຄື ບຸນຊ່ວງເຮືອທ່າວັນຈັນ ປະຈຳປີ 2023 ທີ່ຈະຈັດຂຶ້ນໃນທ້າຍເດືອນຕຸລານີ້, ໃຫ້ມີບັນຍາກາດອັນຄຶກຄື້ນ, ມ່ວນຊື່ນຮັກສາໄດ້ຄວາມສະອາດງາມຕາ ໂດຍໄດ້ສົມທົບກັບພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ເພື່ອຫ້າງຫາຫະກຽມ, ວາງແຜນການ​ໃນ​ການເກັບມ້ຽນຂີ້ເຫຍື້ອ ຢູ່ພາຍໃນງານ ໃຫ້ມີຄວາມສະອາດງາມຕາ.

ທ່ານ ແກ້ວປະເສີດ ໄຊປັນຍາ ຮອງເຈົ້າເມືອງຈັນທະບູລີ ໃຫ້ສຳພາດ ໃນວັນທີ 27 ກັນຍາ 2023 ນີ້ວ່າ: ເພື່ອຮັກສາຄວາມສະອາດ ເຮັດໃຫ້ສະຖານທີ່ຈັດ ບຸນອອກພັນສາປະວໍລະນາ ຫລື ບຸນຊ່ວງເຮືອທ່າວັນຈັນ ມີຄວາມສະອາດງາມຕາ ເມືອງຈັນທະບູລີ ໄດ້ກຽມພ້ອມຮອບດ້ານ ໂດຍໄດ້ມອບໃຫ້ແຕ່ ລະອະນຸກຳມະການ ໂດຍສະເພາະ ອະນຸກຳມະການ ຮັກສາຄວາມສະອາດ ແລະ ອາ ນາໄມຕົວເມືອງ ສົມທົບກັບບໍລິສັດອະນາໄມຈັນທະບູລີ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ ທີ່ຮັບ ຜິດຊອບວຽກງານເກັບມ້ຽນຂີ້ເຫຍື້ອ ຫ້າງຫາກະກຽມ, ວາງແຜນ ເຮັດວຽກງານອະນາໄມ ພ້ອມທັງໂຄສະນາ, ປະຊາສຳພັນ ແລະ ແນະນຳໃຫ້ບັນດາບໍລິສັດ, ຫ້າງຮ້ານຕ່າງໆ ທີ່ເອົາສິນຄ້າມາວາງຈຳໜ່າຍ ໃຫ້ມີສ່ວນຮ່ວມໃນການຮັກສາ ຄວາມສະອາດຊ່ວຍກັນ, ທຸກຮ້ານຄ້າ ຕ້ອງມີຖົງ ຫລື ຖັງຂີ້ເຫຍື້ອ ໄວ້ໃສ່ຂີ້ເຫຍື້ອຂອງຕົນເອງ ບໍ່ໃຫ້ຖິ້ມຊະຊາຍ, ຖ້າລະເມີດ ຈະຖືກປັບໃໝ ຕາມລະບຽບການທີ່ໄດ້ກຳນົດໄວ້. ພ້ອມນີ້, ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ຍັງຈະນຳເອົາຖັງຂີ້ເຫຍື້ອ 15 ຖັງ ໄປວາງໄວ້ແຕ່ລະຈຸດ ເສີມໃສ່ຖັງຂີ້ເຫຍື້ອທີ່ມີຢູ່ແລ້ວ ຢູ່ພາຍໃນສ່ວນສາທາລະ ນະເຈົ້າອານຸວົງ ທັງໝົດ 70 ກວ່າຖັງ. ພ້ອມທັງໄດ້ກໍານົດໄວ້ວ່າ ທຸກໆວັນ ສະຖານທີ່ຈັດງານຕ້ອງສະອາດ (ບໍ່ໃຫ້ມີຂີ້ເຫຍື້ອຕົກຄ້າງ) ກ່ອນເວລາ 05:00 ໂມງເຊົ້າ ຂອງແຕ່ລະມື້ ຕະຫລອດການຈັດງານ.

​ໂອກາດ​ນີ້, ທ່ານ ແກ້ວປະເສີດ ໄຊປັນຍາ ຍັງໄດ້ຮຽກຮ້ອງໃຫ້ ຜູ້ປະກອບການຊາວຄ້າຂາຍ ຕະຫລອດຮອດ ມວນຊົນທັງພາຍໃນ ແລະ ຕ່າງປະເທດ ທີ່ຈະເຂົ້າມາພາຍໃນງານ ໃຫ້ເປັນເຈົ້າການ, ໃຫ້ການຮ່ວມມືປະຕິບັດ ຕາມລະບຽບການ ທີ່ວາງອອກຢ່າງເຂັ້ມງວດ, ບໍ່ໃຫ້ຖິ້ມຂີ້ເຫຍື້ອຊະຊາຍ ແນໃສ່ເຮັດໃຫ້ບຸນອອກພັນສາປີນີ້ ດຳເນີນໄປດ້ວຍດີ ແລະ ຮັກສາໄດ້ຄວາມສະອາດງາມຕາ.

ຂະນະ​ດຽວ​ກັນ, ທ່ານ ວິໄລສັກ ມະຫາທິລາດ ປະທານບໍລິສັດອະນາໄມ ຈັນທະບູລີ ຈຳ ກັດ ໄດ້​ໃຫ້​ຮູ້ວ່າ: ການຈັດຕັ້ງປະຕິບັດເກັບມຽ້ນຂີ້ເຫຍື້ອ ​ໄລຍະບຸນອອກພັນສາ ປະວໍລະນາ ຢູ່ທ່າວັດຈັນ ໃນປີນີ້, ບໍລິສັດພວກ​ເຮົາໄດ້ນຳໃຊ້ ກຳລັງພົນ 60 ກວ່າຄົນ ​ໂດຍ​ໄດ້ແບ່ງຄົນ​ປະຈຳ ຢູ່ແຕ່ລະຈຸດ ​ເພື່ອການເກັບມ້ຽນຂີ້​ເຫຍື້ອ ໂດຍຈະເລີ່ມເກັບມ້ຽນຂີ້ ແຕ່ເວລາ 23:00 ​ໂມງ ເປັນຕົ້ນໄປ ໂດຍຈະຂົນຂີ້ເຫຍື້ອໄປຖິ້ມ 4 ຖ້ຽວຕໍ່ມື້. ພ້ອມນີ້, ຍັງຈະໄດ້ນຳໃຊ້ລົດ ເກັບຂີ່ເຫຍື້ອໄຟຟ້າ ຂະໜາດນ້ອຍ 3 ຄັນ ເລາະກັບມ້ຽນຂີ້ເຫຍື້ອ ໃນຕອນກາງເວັນ ເພື່ອບໍ່ໃຫ້ມີຂີ້ເຫຍື້ອ ຕົກຄ້າງໃນແຕ່ລະວັນ.

ຂ່າວ: ທະນູທອງ

KPL

ຂ່າວອື່ນໆ

ads
ads

Top