ຂປລ
ຂປລ. ໃນວັນທີ 26 ກັນຍາ 2023 ທີ່ສະຖາບັນການແພດ ແລະ ການຢາພື້ນເມືອງ ກະຊວງສາທາລະນະສຸກ ສປປ ລາວ ແລະ ມະຫາວິທະຍາໄລ ການແພດພື້ນເມືອງຈີນ ແຂວງຢູນນານ ສປ ຈີນ ຈັດພິທີເປີດປ້າຍ ສູນການຮ່ວມມືການແພດ ແລະ ການຢາພື້ນເມືອງ ລາວ-ຈີນ ຢ່າງເປັນທາງການ

ຂປລ. ໃນວັນທີ 26 ກັນຍາ 2023 ທີ່ສະຖາບັນການແພດ ແລະ ການຢາພື້ນເມືອງ ກະຊວງສາທາລະນະສຸກ ສປປ ລາວ ແລະ ມະຫາວິທະຍາໄລ ການແພດພື້ນເມືອງຈີນ ແຂວງຢູນນານ ສປ ຈີນ ຈັດພິທີເປີດປ້າຍ ສູນການຮ່ວມມືການແພດ ແລະ ການຢາພື້ນເມືອງ ລາວ-ຈີນ ຢ່າງເປັນທາງການ ໂດຍການເປັນປະທານຮ່ວມຂອງ ທ່ານ ດຣ ບຸນເລື່ອນ ດວງເດືອນ ຫົວໜ້າສະຖາບັນການແພດ ແລະ ການຢາພື້ນເມືອງ ແລະ ທ່ານ ຊິວ ຢົງ ເລຂາຄະນະພັກ ມະຫາວິທະຍາໄລ ການແພດພື້ນເມືອງຈີນຢູນນານ.
ໃນພິທີ ທ່ານ ດຣ ບຸນເລື່ອນ ດວງເດືອນ ໄດ້ໃຫ້ຮູ້ວ່າ: ຈຸດປະສົງໃນການສ້າງສູນການຮ່ວມມື້ນີ້ ກໍເພື່ອເປັນຫ້ອງການປະສານງານ ໃນການແລກປ່ຽນຂໍ້ມູນຂ່າວສານ, ວາງແຜນການ, ແຜນງານ ແລະ ໂຄງການຄົ້ນຄວ້າ ແລະ ພັດທະນາວຽກງານ ການແພດ ແລະ ການຢາພື້ນເມືອງຮ່ວມກັນ ຂອງສອງຝ່າຍລາວ-ຈີນ ໂດຍສະເພາະ ແມ່ນວຽກງານກໍ່ສ້າງ ແລະ ຍົກລະດັບບຸກຄະລາກອນ, ການຄົ້ນຄວ້າວິທະຍາສາດ ໂດຍຜ່ານການສ້າງນັກສຶກສາ ແລະ ນັກຄົ້ນຄວ້າລະດັບປະລິນຍາຕີ, ໂທ ແລະ ປະລິນຍາເອກ ດ້ານການແພດ ແລະ ການຢາພື້ນເມືອງໃນ ສປປ ລາວ, ທັງເປັນການພັດທະນາຢາພື້ນເມືອງຂອງ ສປປ ລາວ.
ພາຍຫລັງມີສູນ ຫລື ຫ້ອງການນີ້ແລ້ວ, ຈະເປັນບ່ອນອີງ ແລະ ເປັນຈຸດປະສານງານຫລັກ ຂອງນັກວິຊາການທັງສອງຝ່າຍ ໃນການວາງແຜນການ, ແຜນງານ ແລະ ສ້າງໂຄງການຮ່ວມມື ດ້ານວຽກງານກໍ່ສ້າງ ແລະ ບຳລຸງສ້າງນັກສຶກສາ, ພະນັກງານວິຊາການແຕ່ລະວິຊາ ແນໃສ່ຮັບໃຊ້ບໍລິການສຸຂະພາບ ຂອງປະຊາຊົນບັນດາເຜົ່າ, ປະກອບສ່ວນໃນການພັດທະນາເສດຖະກິດ ແລະ ວັດທະນະທຳ-ສັງຄົມ ຂອງສອງຊາດລາວ ແລະ ຈີນ ເພື່ອບັນລຸເປົ້າໝາຍຍຸດທະສາດ ການຮ່ວມມືລາວ-ຈີນ ດ້ານສາທາລະນະສຸກ ໂດຍສະເພາະ ດ້ານການແພດ ແລະ ການຢາພື້ນເມືອງ.
ຂໍ້ມູນ-ພາບ: ສູນຂ່າວສານການແພດສຸຂະສຶກສາ
KPL