ສະຫລອງວັນສ້າງຕັ້ງ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 74 ປີ

27/09/2023 16:09
Email Print 1481
ຂປລ ຂປລ. ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ຈັດງານລ້ຽງ ສະເຫລີມສະ ຫລອງ ການສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 74 ປີ (1 ຕຸລາ 1949-1 ຕຸລາ 2023) ໃນຕອນຄ່ຳຂອງວັນທີ 26 ກັນຍາ 2023 ​ໂດຍ​ມີ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ມີທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ​ເຂົ້າ​ຮ່ວມ.

ຂປລ. ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ຈັດງານລ້ຽງ ສະເຫລີມສະ ຫລອງ ການສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 74 ປີ (1 ຕຸລາ 1949-1 ຕຸລາ 2023) ໃນຕອນຄ່ຳຂອງວັນທີ 26 ກັນຍາ 2023 ​ໂດຍ​ມີ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ,  ມີທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ​ເຂົ້າ​ຮ່ວມ.

ໂອກາດນີ້, ທ່ານ ຫວາງຊາງ ອຸປະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ສະແດງຂອບໃຈມາຍັງບັນດາທ່ານ ທີ່ໄດ້ໃຫ້ກຽດເຂົ້າຮ່ວມງານລ້ຽງມື້ນີ້ ເຊິ່ງຕະຫລອດ 74 ປີ ທີ່ຜ່ານມາ ພາຍໃຕ້ການຊີ້ນໍາ-ນໍາພາຂອງພັກກອມມູນິດຈີນ ປະຊາຊົນຈີນ ໄດ້ຜ່ານຜ່າບົດທົດສອບຢ່າງຫລວງຫລາຍ ແລະ ສາມາດຍາດໄດ້ຜົນສຳເລັດຢ່າງຕັ້ງໜ້າ. ປັດຈຸບັນ ມູນຄ່າການລົງທຶນຂອງຈີນຢູ່ລາວ ບັນລຸເຖິງ 3,55 ຕື້ ໂດລາສະຫະລັດ, ມູນຄ່າການລົງທຶນຂອງວິສາຫະກິດຈີນ ຢູ່ ລາວ ບັນລຸ 15,49 ຕື້ ໂດລາສະຫະລັດ, ລວມມີ 803 ໂຄງການ ແລະ ຖືກຈັດເປັນອັນດັບ 1 ຂອງການລົງທຶນຕ່າງປະເທດຢູ່ລາວ.

ໃນໄລຍະຜ່ານມາ, ສອງປະເທດລາວ-ຈີນ ໄດ້ມີຜົນສໍາເລັດອັນຍິ່ງໃຫຍ່​ ໃນ​ການ​ປະຕິບັດໂຄງ ການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ແລະ ໂຄງການທາງດ່ວນ ວຽງຈັນ-ວັງວຽງ ທີ່ໄດ້ເປີດນຳໃຊ້ຢ່າງເປັນທາງການແລ້ວ ເຊິ່ງເປັນການຈັດຕັ້ງປະຕິບັດຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງແລະ ການສ້າງປະຊາຄົມຮ່ວມຊາຕາກຳ ຂອງມວນມະນຸດຂອງ ສປ ຈີນທີ່ສອດຄ່ອງກັບນະໂຍບາຍຂອງ ສປປ ລາວ ໃນການຫັນປະເທດ ທີ່ບໍ່ມີຊາຍແດນຕິດກັບທະເລ ມາເປັນປະເທດເຊື່ອມໂຍງເຊື່ອມຈອດ ກັບພາກພື້ນ ແລະ ສາກົນ, ເປັນການເປີດສັງກາດໃໝ່ ແຫ່ງການພົວພັນຮ່ວມມືຄ້າຂາຍ, ການຂົນສົ່ງ, ການໄປມາຫາສູ່ກັນ ຂອງປະຊາຊົນສອງຊາດ ແລະ ປະຊາຊົນບັນດາປະເທດໃກ້ຄຽງ ໃຫ້ໄດ້ຮັບຄວາມສະດວກ ແລະ ຂະຫຍາຍຕົວຂຶ້ນເປັນກ້າວໆ.

ຂ່າວ:ກິດຕາ

ພາບ: ເກດສະໜາ

KPL

ຂ່າວອື່ນໆ

ads
ads

Top