ທູດລາວ ປະຈຳ ຫວຽດນາມ ເຂົ້າຢ້ຽມອຳລາ ລັດຖະມົນຕີກະຊວງປ້ອງກັນປະເທດ ສສ ຫວຽດນາມ

27/09/2023 16:07
Email Print 947
ຂປລ ຂປລ. ວັນທີ 25 ກັນຍາ 2023 ຜ່ານ​ມາ, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດ ຖະທູດວິສາມັນຜູ້ມີ ອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ໄດ້ເຂົ້າຢ້ຽມອຳລາ ສະຫາຍ ພົນເອກ ຟານ ວັນ ຢາງ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີ ກະຊວງປ້ອງກັນປະທດຫວຽດນາມ ໃນໂອກາດສຳເລັດ ການປະຕິບັດໜ້າທີ່ ການທູດຢູ່ ສສ ຫວຽດນາມ.

ຂປລ. ວັນທີ 25 ກັນຍາ 2023 ຜ່ານ​ມາ, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດ ຖະທູດວິສາມັນຜູ້ມີ ອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ໄດ້ເຂົ້າຢ້ຽມອຳລາ ສະຫາຍ ພົນເອກ ຟານ ວັນ ຢາງ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີ ກະຊວງປ້ອງກັນປະທດຫວຽດນາມ ໃນໂອກາດສຳເລັດ ການປະຕິບັດໜ້າທີ່ ການທູດຢູ່ ສສ ຫວຽດນາມ.

​​ໂອກາດນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຂອງ ສະຫາຍ ພົນເອກ ຟານ ວັນ ຢາງ ພ້ອມທັງສະແດງຄວາມຂອບໃຈ ຕໍ່ການນຳພັກ-ລັດ, ກອງທັບ ແລະ ປະຊາຊົນຫວຽດນາມ  ໂດຍສະເພາະ ແມ່ນກະຊວງປ້ອງກັນປະເທດຫວຽດນາມ ທີ່ໄດ້ອຳ ນວຍຄວາມສະດວກ ຕະຫລອດໄລຍະການປະຕິບັດໜ້າທີ່ ການທູດຂອງຕົນ ຢູ່ ສສ ຫວຽດນາມ. ພ້ອມທັງສະແດງຄວາມຂອບໃຈ ຍັງກະຊວງປ້ອງກັນປະເທດຫວຽດນາມ ທີ່ໃຫ້ການຊ່ວຍເຫລືອ ສະໜັບສະໜູນ ກະຊວງປ້ອງກັນປະເທດລາວ ໃນໄລຍະຜ່ານມາ ໂດຍສະເພາະ ການສ້າງພື້ນຖານໂຄງລ່າງ, ໄດ້ຈັດຕັ້ງປະຕິບັດ ແຜນການໂຄງການຮ່ວມມືຕ່າງໆ, ການສ້າງຊັບພະຍາກອນມະນຸດ ໃຫ້ແກ່ລາວ ພິ ເສດ ແມ່ນສ້າງກຳລັງປະກອບອາວຸດ. ນອກນີ້, ສະຫາຍ ຍັງໄດ້ຕີລາຄາສູງຕໍ່ຜົນສຳເລັດ ຂອງຫວຽດນາມ ພາຍໃຕ້ການນຳພາ ຂອງພັກກອມມູນິດຫວຽດນາມ ໂດຍມີ ສະຫາຍ ຫງວຽນ ຟູ ຈ້ອງ ເປັນເລຂາທິການໃຫຍ່ ເປັນຜູ້ຊີ້ນຳ ໄດ້ເຮັດໃຫ້ປະເທດ ແລະ ປະຊາຊົນຫວຽດນາມ ນັບມື້ພັດທະນາຂຶ້ນເປັນກ້າວໆ, ພ້ອມທັງ ສາມາດຄວບຄຸມພະຍາດໂຄວິດ-19 ໄດ້ເປັນຢ່າງດີ ຊຶ່ງເຮັດໃຫ້ຫວຽດນາມ ສາມາດຟື້ນໂຕໄວ ແລະ ກາຍເປັນໜຶ່ງໃນປະເທດ ທີ່ມີເສດຖະກິດຂະຫຍາຍ ຕົວໄວທີ່ສຸດໃນໂລກ. ນອກຈາກນັ້ນ, ໃນໄລ ຍະຜ່ານມາ ເຖິງສະພາບການຈະຫຍຸ້ງຍາກ ແຕ່ຫວຽດນາມ ສາມາດສຳເລັດຢ່າງຈົບງາມ ເປັນປະທານອາຊຽນປີ 2020 ແລະ ເປັນສະມາຊິກບໍ່ຖາວອນ ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ,  ແລະ ຍົກລະດັບການພົວພັນຮ່ວມມື ກັບຫລາຍປະເທດ ອັນໄດ້ເຮັດໃຫ້ບົດບາດ ແລະ ອິດທິພົນຂອງ ສສ ຫວຽດນາມ ໃນເວທີພາກພື້ນ ແລະ ສາກົນ ໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ. ສະຫາຍເອກອັກຄະລັດຖະທູດ ຍັງສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມ ຈະປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ປະສົບຜົນສຳເລັດຜົນຢ່າງຈົບງາມ ເພື່ອນຳເອົາປະເທດຫວຽດນາມ ກາຍເປັນປະເທດພັດທະນາ ແລະ ມີລາຍຮັບສູງໃນປີ 2045.

ສະຫາຍ ພົນເອກ ຟານ ວັນ ຢາງ ກໍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດ ທີ່ຍາດມາໄດ້ ໃນໄລຍະປະຕິບັດໜ້າທີ່ຢູ່ ສສ ຫວຽດນາມ ຂອງສະຫາຍ ແສງເພັດ ຮຸ່ງບຸນຍວງ ຕະຫລອດ ໄລຍະ 4 ປີທີ່ຜ່ານມາ. ສະຫາຍເອກອັກຄະລັດຖະທູດ ໄດ້ປະກອບສ່ວນ ຢ່າງຕັ້ງໜ້າໃນການຊຸກຍູ້ສົ່ງ ເສີມ ສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ໃຫ້ນັບມື້ນັບໄດ້ຮັບການ ເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ; ການຮ່ວມມື ລະຫວ່າງ ສອງກອງທັບ ສືບຕໍ່ໄດ້ຮັບ ການເສີມຂະຫຍາຍຢ່າງຕໍ່ເນື່ອງ ໂດຍສະເພາະ ແມ່ນການຮ່ວມມືສອງຝ່າຍ, ວຽກງານປ້ອງກັນຊາດ ປ້ອງກັນຄວາມສະງົບຕາມຊາຍແດນ ໄດ້ຮັບການຮ່ວມມືກັນເປັນຢ່າງດີ, ການຢ້ຽມຢາມຢ່າງເປັນທາງການ ຂອງການນໍາຂັ້ນສູງຂອງສອງປະເທດ ແລະ ຂັ້ນຕ່າງໆເປັນປົກກະຕິ ຊຶ່ງທຸກຜົນສຳເລັດດັ່ງກ່າວ, ມີການປະກອບສ່ວນສຳຄັນ ຂອງສະຫາຍ ເອກອັກຄະລັດຖະທູດ. ພ້ອມກັນນັ້ນ, ສະຫາຍລັດຖະມົນຕີ ກໍໄດ້ຝາກຄວາມຢື້ຢາມຖາມຂ່າວເຖິງ ສະຫາຍລັດຖະມົນຕີ ກະຊວງປ້ອງກັນປະເທດ ​ແຫ່ງ ສປປ ລາວອີກດ້ວຍ.

ຂ່າວ-ພາບ: ສະຖານທູດລາວທີ່ຮ່າໂນ້ຍ

KPL

ຂ່າວອື່ນໆ

ads
ads

Top