ຂປລ
ຂປລ. ໃນວັນທີ 25 ກັນຍາ 2023 ນີ້, ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ຍື່ນໜັງສືແຕ່ງຕັ້ງຂອງ ສະຫາຍ ຈ່າງ ເສີຜິງ, ກົງສຸນໃຫຍ່ ແຫ່ງ ສປ ຈີນ ປະຈໍາ ແຂວງຫລວງພະບາງ ຄົນໃໝ່.

ຂປລ. ໃນວັນທີ 25 ກັນຍາ 2023 ນີ້, ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ຍື່ນໜັງສືແຕ່ງຕັ້ງຂອງ ສະຫາຍ ຈ່າງ ເສີຜິງ, ກົງສຸນໃຫຍ່ ແຫ່ງ ສປ ຈີນ ປະຈໍາ ແຂວງຫລວງພະບາງ ຄົນໃໝ່.
ໃນໂອກາດນີ້, ທ່ານ ໂພໄຊ ໄຂຄຳພິທູນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ ຈ່າງ ເສີຜິງ ທີ່ໄດ້ຖືກແຕ່ງຕັ້ງມາເປັນກົງສູນໃຫຍ່ ແຫ່ງ ສປ ຈີນ ປະຈໍາ ແຂວງຫລວງພະບາງ ຄົນໃໝ່, ພ້ອມທັງ ສະແດງຄວາມເຊື່ອໝັ້ນວ່າ ດ້ວຍປະສົບການ ທີ່ອຸດົມສົມບູນຂອງທ່ານ ຈະສາມາດເສີມຂະຫຍາຍສາຍພົວພັນມິດ ຕະພາບອັນເປັນມູນເຊື້ອ, ການພົວພັນຮ່ວມມື ແບບຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ໂດຍສະເພາະ ການພົວພັນຮ່ວມມືລະຫວ່າງ ສປ ຈີນ ແລະ ບັນດາແຂວງພາກເໜືອຂອງລາວ ໃຫ້ນັບມື້ ນັບເຂົ້າສູ່ລວງເລິກຢ່າງຕໍ່ເນື່ອງ. ພ້ອມກັນນີ້, ທ່ານຍັງໄດ້ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ການຊ່ວຍເຫລືອ ອັນລໍ້າຄ່າຂອງຝ່າຍຈີນຕະຫລອດໄລຍະທີ່ຜ່ານມາ ທີ່ໄດ້ປະກອບສ່ວນອັນສໍາຄັນ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາປະເທດຂອງຝ່າຍລາວ ແລະ ທ່ານຍັງໄດ້ ອວຍພອນໄຊໃຫ້ ທ່ານ ຈ່າງ ເສີຜິງ ປະສົບຜົນສໍາເລັດໃນໜ້າທີ່ອັນມີ ກຽດຂອງທ່ານ ແລະ ສະແດງຄວາມຫວັງວ່າ ທ່ານ ຈະສືບຕໍ່ຈັດຕັ້ງຜັນຂະຫຍາຍ ເນື້ອໃນຈິດໃຈຄວາມເຫັນດີເປັນ ເອກກະພາບຂອງສອງ ສະຫາຍເລຂາທິການໃຫຍ່ ໃຫ້ເປັນຮູບປະທຳຍິ່ງຂຶ້ນ, ໂດຍສະເພາະ ແມ່ນສືບຕໍ່ກົນໄກການ ພົບປະແລກປ່ຽນຢ້ຽມຢາມ ເຊິ່ງກັນ ແລະ ກັນ ຂອງການນໍາຂັ້ນສູງສອງປະເທດ ໃຫ້ເປັນປົກກະຕິ, ພ້ອມທັງ ຊຸກຍູ້ໃຫ້ມີມາດຕະການຍົກລະດັບ ການຮ່ວມມື ດ້ານການທ່ອງທ່ຽວ ຂອງສອງປະເທດ ໃຫ້ຫລາຍຂຶ້ນ ແລະ ມີຄວາມ ຍືນຍົງ ໂດຍສະເພາະ ໃນປີ 2024 ທີ່ເປັນປີທ່ອງທ່ຽວລາວ.
ໃນໂອກາດດຽວກັນນີ້, ທ່ານ ກົງສຸນໃຫຍ່ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ໃນຄັ້ງນີ້ ແລະ ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ໃຫ້ການຮ່ວມມືຢ່າງຕັ້ງໜ້າ ກັບກະຊວງການຕ່າງປະເທດ ກໍຄື ບັນດາ ຂະແໜງການ ແລະ ທ້ອງຖິ່ນຂອງ ສປປ ລາວ, ພ້ອມທັງ ຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ບັນດາແຂວງພາກ ເໜືອຂອງ ສປປ ລາວ ກັບ ສປ ຈີນ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຈະເລີນງອກງານຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະ ໂຫຍດສູງສຸດມາສູ່ ປະຊາຊົນສອງຊາດ ຈີນ-ລາວ.
ຂ່າວ-ພາບ: ກຕທ
KPL