ຂປລ
ຂປລ. ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ກອງປະຊຸມ ພົບປະແລກປ່ຽນບົດຮຽນ ວຽກງານຫ້ອງວ່າການ 5 ແຂວງ ປະກອບມີ: ແຂວງຈຳປາສັກ, ສາລະວັນ, ເຊກອງ, ອັດຕະປື ແລະ ແຂວງສະຫວັນນະເຂດ ຈັດຂຶ້ນໃນວັນທີ 23 ກັນຍາ 2023, ທີ່ແຂວງຈຳປາສັກ

ຂປລ. ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ກອງປະຊຸມ ພົບປະແລກປ່ຽນບົດຮຽນ ວຽກງານຫ້ອງວ່າການ 5 ແຂວງ ປະກອບມີ: ແຂວງຈຳປາສັກ, ສາລະວັນ, ເຊກອງ, ອັດຕະປື ແລະ ແຂວງສະຫວັນນະເຂດ ຈັດຂຶ້ນໃນວັນທີ 23 ກັນຍາ 2023, ທີ່ແຂວງຈຳປາສັກ ໂດຍການເປັນປະ ທານຮ່ວມຂອງ ທ່ານ ທອງລີ ສີສຸລິດ ຫົວໜ້າຫ້ອງວ່າການແຂວງຈຳປາສັກ, ທ່ານ ສຸລິຈັນ ພອນແກ້ວ ຫົວໜ້າຫ້ອງວ່າການແຂວງອັດຕະປື, ທ່ານ ສີສຸພັນ ມະຫາວົງ ຫົວໜ້າຫ້ອງວ່າການແຂວງເຊກອງ, ທ່ານ ຈັນເພັງ ສາຍທຳມະວົງ ຫົວໜ້າຫ້ອງວ່າການ ແຂວງສາລະວັນ ແລະ ທ່ານ ສີໂທ ທໍລະທາ ຮອງຫົວໜ້າຫ້ອງວ່າການແຂວງສະຫວັນນະເຂດ, ມີບັນດາຮອງຫົວໜ້າຫ້ອງວ່າການ, ຫົວໜ້າ-ຮອງຫົວໜ້າຂະແໜງ ແລະ ພະນັກງານ ວິຊາການພາຍໃນຫ້ອງວ່າການ 5 ແຂວງ ເຂົ້າຮ່ວມ ເພື່ອເປັນການຂະຫຍາຍການຮ່ວມມື-ການແລກປ່ຽນບົດຮຽນດ້ານວິຊາການ ຂອງຫ້ອງວ່າການແຂວງ ໃຫ້ສາມາດຂະ ຫຍາຍກວ້າງຂວາງ ແລະ ເລິກລົງທາງດ້ານເນື້ອໃນຂຶ້ນຕື່ມ.
ໂອກາດນີ້, ທ່ານ ທອງລີ ສີສຸລິດ ຫົວໜ້າຫ້ອງວ່າການ ແຂວງຈຳປາສັກ ໄດ້ກ່າວສະແດງຄວາມຍິນດີ ຕ້ອນຮັບ ຄະນະນໍາ ແລະ ພະນັກງານຈາກຫ້ອງວ່າການແຂວງ ທີ່ເຂົ້າຮ່ວມ ກອງປະຊຸມ ພົບປະແລກປ່ຽນບົດຮຽນ ໃນຄັ້ງນີ້ ໂດຍພວກເຮົາຈະໄດ້ປຶກສາຫາລື ແລະ ແລກປ່ຽນບົດຮຽນວຽກງານ ຂອງຫ້ອງວ່າການໃນແຕ່ລະດ້ານ, ແຕ່ລະຂະແໜງການ ແລະ ລົງເລິກມາດຕະການ ແລະ ວິທີການຈັດຕັ້ງ ປະຕິບັດ ເພື່ອແລກປ່ຽນກັນໃນແຕ່ລະແຂວງ ເຊິ່ງມີຄວາມຈຳເປັນ ແລະ ສຳຄັນທີ່ສຸດ ເພື່ອເປັນຂໍ້ມູນ ສຳຄັນໃຫ້ແກ່ບັນດາແຂວງ ນຳໄປຄົ້ນຄວ້າປັບປຸງ ແລະ ພັດທະນາວຽກງານຮອບດ້ານ ຂອງຫ້ອງວ່າການ ໃຫ້ເໝາະສົມກັບຄວາມເປັນຈິງ ແລະ ສອດຄ່ອງກັບສະພາບການ ພັດທະນາ ເສດຖະກິດ-ສັງຄົມ ພາຍໃນແຂວງຂອງຕົນເອງໃນແຕ່ລະໄລຍະ.
ກອງປະຊຸມຄັ້ງນີ້, ກໍານົດເອົາ 5 ຫົວຂໍ້ມາປຶກສາຫາລື ແລະ ແລກປ່ຽນບົດຮຽນຮ່ວມກັນ ເຊັ່ນ: ຫົວຂໍ້ ຍົກສູງບົດບາດເປັນ ເສນາທິການວຽກງານ ຄົ້ນຄວ້າ-ສັງລວມ ແລະ ຜູ້ປະສານງານທີ່ດີ ຂອງຫ້ອງວ່າການແຂວງ; ວຽກງານພິທີການ, ຂໍ້ມູນຂ່າວສານ ແລະ ເຕັກໂນໂລຊີ; ວຽກງານຍ້ອງຍໍປະຈຳປີ, ການເລື່ອນຊັ້ນ-ຂັ້ນກ່ອນກຳນົດ ອີງຕາມຜົນງານ 5 ປີ ແລະ ວຽກງານນະໂຍບາຍພາຍໃນ ຫ້ອງວ່າການແຂວງ; ການຄຸ້ມຄອງ, ປົກປັກຮັກສາ ແລະ ເສີມຂະຫາຍຄຸນປະໂຫຍດ ຂອງອະນຸສາວະລີ ແລະ ຫົວຂໍ້ ການສ້າງບ້ານພັດທະນາ ປະຊາຊົນຢູ່ດີ-ກິນດີ ໃນທົ່ວແຂວງຈຳປາສັກ ໂດຍບັນດາຜູ້ເຂົ້າຮ່ວມ ໄດ້ເຈາະຈີ້ມບັນດາຫົວຂໍ້ຕ່າງໆ ແລະ ວຽກງານອັນພົ້ນເດັ່ນ ໃນແຕ່ລະດ້ານ ເພື່ອເປັນຂໍ້ມູນ ແລະ ຖອດຖອນ ບົດຮຽນດັ່ງກ່າວຮ່ວມກັນ ແລະ ຄົ້ນຄວ້າລົງເລິກ ເພື່ອຈະສາມາດໃຫ້ແຕ່ລະແຂວງ ໄດ້ນຳໄປຄົ້ນຄວ້າພັດທະນາວຽກງານ ແລະ ນຳສະເໜີຄະນະພັກຂັ້ນເທິງ ພິຈາລະນາ ໃນການຈັດຕັ້ງປະຕິບັດ ຂອງແຕ່ລະແຂວງ ໃນຕໍ່ໜ້າ.
ໂອກາດດຽວກັນ, ຍັງໄດ້ຈັດກິດຈະກຳ ກິລາມິດຕະພາບ ເພື່ອເສີມສ້າງຄວາມສະມັກຄີ ຮັກແພງລະຫວ່າງຄະນະພັກ ຄະນະນໍາ ແລະ ພະນັກງານ ວິຊາການ ໃຫ້ມີຄວາມສະໜິດສະໜົມ ແລະ ເຂົ້າໃຈກັນດີຍິ່ງຂຶ້ນ ໄປຄຽງຄູ່ກັບການ ສົ່ງເສີມສຸຂະພາບ ແລະ ຮ່າງກາຍໃຫ້ແຂງແຮງ ເພື່ອຮັບປະກັນຄວາມພ້ອມ ໃຫ້ແກ່ພະນັກງານທັງໝົດ ສາມາດຈັດຕັ້ງປະບັດ 3 ພາລະບົດບາດ ຄື: ເປັນເສນາທິການທີ່ດີ, ຜູ້ປະສານງານທີ່ດີ ແລະ ບໍລິການຮັບໃຊ້ທີ່ດີ ຂອງຫ້ອງວ່າການແຂວງ ໃຫ້ມີຜົນສຳເລັດ ຕາມຄາດໝາຍ.
ຂ່າວ: ທັດຊະນະ
ພາບ: ພູທິບສະຫວັນ
KPL