ສອງນາຍົກລັດຖະມົນຕີ ລາວ-ຈີນ ພົບປະ ຢ່າງເປັນທາງການຢູ່ທີ່ ນະຄອນໜານໜິງ

18/09/2023 14:08
Email Print 1735
ຂປລ ຂປລ. ໃນໂອກາດເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 20 ຢູ່ທີ່ນະຄອນໜານໜິງ, ສປ ຈີນ, ຕອນແລງວັນທີ 16 ກັນຍາ 2023 ຢູ່ທີ່ ສູນປະຊຸມສາກົນໂຮງແຮມລີ້ຢວນ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ແຫ່ງ ສປປ ລາວ ໄດ້ພົບປະຢ່າງເປັນທາງການ ກັບສະຫາຍ ຫລີ ສຽງ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ແຫ່ງ ສປ ຈີນ,

ຂປລ. ໃນໂອກາດເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 20 ຢູ່ທີ່ນະຄອນໜານໜິງ, ສປ ຈີນ, ຕອນແລງວັນທີ 16 ກັນຍາ 2023 ຢູ່ທີ່ ສູນປະຊຸມສາກົນໂຮງແຮມລີ້ຢວນ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ແຫ່ງ ສປປ ລາວ ໄດ້ພົບປະຢ່າງເປັນທາງການ ກັບສະຫາຍ ຫລີ ສຽງ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ແຫ່ງ ສປ ຈີນ, ເຊິ່ງການພົບປະຢ່າງເປັນທາງການ ຂອງສອງສະຫາຍຄັ້ງນີ້ ຖືວ່າເປັນຄັ້ງທໍາອິດ ພາຍຫລັງໄດ້ຮັບການເເຕ່ງຕັ້ງ ເປັນນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ເເລະ ແຫ່ງ ສປ ຈີນ ເພື່ອສືບຕໍ່ຮັດເເໜ້ນການພົວພັນ ການຮ່ວມມືສອງຝ່າຍ ໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ.

ໃນໂອກາດພົບປະ, ສະຫາຍນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ສະຫາຍນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ແຫ່ງ ສປປ ລາວ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມງານວາງສະແດງ ສິນຄ້າ ຈີນ-ອາຊຽນ ຄັ້ງນີ້ ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ ໃນການປະກອບສ່ວນເຂົ້າໃນ ສາຍພົວພັນ ການຮ່ວມມື ຂອງສອງປະເທດ ນັບມື້ນັບກ້າວເຂົ້າ ສູ່ທັງລວງກວ້າງ ແລະ ລວງເລິກ. ໃນໂອກາດດຽວກັນ, ສະຫາຍ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ພັກ ແລະ ລັດຖະບານຈີນ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ໃຫ້ແກ່ຄະນະຜູ້ແທນ ສປປ ລາວ ທີ່ເດີນທາງມາເຂົ້າຮ່ວມງານ ວາງສະແດງໃນຄັ້ງນີ້ ພ້ອມທັງ ຕີລາຄາສູງຕໍ່ໝາກຜົນ ຂອງການພົວພັນມິດຕະພາບ ອັນເປັນມູນເຊື້ອ, ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ຕະຫລອດໄລຍະຜ່ານມາ.

ໃນການພົບປະຄັ້ງນີ້, ທັງສອງຝ່າຍຕີລາຄາສູງ ຕໍ່ສາຍພົວພັນການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ທີ່ມີມາແຕ່ດົນນານແລ້ວ ໄດ້ຮັບການສືບຕໍ່ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ມີໝາກຜົນຕົວຈິງ ນັບມື້ນັບຫຼາຍຂຶ້ນ, ພິເສດການໄປມາຫາສູ່ ຂອງການນໍາຂັ້ນສູງ ຂອງສອງປະເທດ ນັບມື້ນັບຫລາຍເຊັ່ນກັນ ໂດຍສະເພາະ ໃນທ້າຍປີ 2022 ທີ່ຜ່ານມາ ຢູ່ທີ່ ນະຄອນຫລວງປັກກິ່ງ ການພົບປະຂອງສອງ ສະຫາຍເລຂາທິການໃຫຍ່ ສອງປະເທດ ກໍໄດ້ພ້ອມກັນຕີລາຄາຄືນ ການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍການເປັນຄູ່ຮ່ວມຊາຕາກຳລາວ-ຈີນ ໃນໄລຍະ 2020-2023 ເເລະ ຕົກລົງ ທີ່ຈະພ້ອມກັນຮັບຮອງເອົາເເຜນເເມ່ບົດ ວ່າດ້ວຍການເປັນຄູ່ຮ່ວມ ຊາຕາກຳ ລາວ-ຈີນ ສະບັບປີ 2024-2028 ແລະ ຈະຮ່ວມກັນຈັດຕັ້ງປະຕິບັດ ໃຫ້ເກີດດອກອອກຜົນ ດ້ວຍຄຸນນະພາບສູງ ເຊິ່ງເຊື່ອໝັ້ນວ່າ ຈະເປັນການຊຸກຍູ້ ເສີມຂະຫຍາຍສາຍພົວພັນ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ໃຫ້ນັບມື້ມີເນື້ອໃນເລິກເຊິ່ງຂຶ້ນ. ສໍາລັບການພົວພັນຮ່ວມມືຂອງສອງຝ່າຍ ເຫັນໄດ້ວ່າ ສາມາດຮ່ວມກັນຈັດຕັ້ງປະຕິບັດ ຢ່າງມີໝາກຜົນຕົວຈິງ ໂດຍສະເພາະ ການເປີດນຳໃຊ້ ລົດໄຟ ລາວ-ຈີນ ກໍຄືການເປີດຂະບວນ ລົດໄຟສາຍສາກົນ ວຽງຈັນ-ຄຸນໝິງ-ວຽງຈັນ ໃນວັນທີ 13 ເມສາ 2023 ທີ່ຜ່ານມາ, ເຊິ່ງລ້ວນແຕ່ເປັນເຫດການ ທີ່ມີຄວາມໝາຍສໍາຄັນ, ສະແດງອອກໃຫ້ເຫັນຢ່າງຈະແຈ້ງ ເຖິງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນແໜ້ນແຟ້ນ ຂອງສອງປະເທດ ນັບມື້ກ້າວສູ່ລະດັບສູງກວ່າເກົ່າ, ການຮ່ວມມືອັນແໜ້ນແຟ້ນ ຂອງສອງປະເທດ ໄດ້ນໍາເອົາໝາກຜົນຕົວຈິງ ມາສູ່ປະຊາຊົນສອງຊາດ, ທັງເປັນການໂຄສະນາ ແລະ ສົ່ງເສີມການທ່ອງທ່ຽວ, ການຄ້າ, ການລົງທຶນ ກໍຄື ການໄປມາຫາສູ່ກັນ ລະຫວ່າງປະຊາຊົນສອງຊາດ ແລະ ປະຊາຊົນ ໃນຂົງເຂດນີ້ ຫລາຍຂຶ້ນກວ່າເກົ່າ. ນອກຈາກນີ້, ທັງສອງຝ່າຍຍັງໄດ້ປຶກສາຫາລືກັນ ກ່ຽວກັບບັນຫາອື່ນໆ ທີ່ຕ່າງຝ່າຍຕ່າງໃຫ້ຄວາມສົນໃຈ. ໃນຕໍ່ໜ້າ ທັງສອງຝ່າຍຍັງຢືນຢັນຮ່ວມກັນວ່າ ຈະພ້ອມກັນສືບຕໍ່ປະຕິບັດ ບັນດາເນື້ອໃນ ທີ່ການນໍາພັກ-ລັດຂັ້ນສູງ ຂອງສອງປະເທດ ໄດ້ຕົກລົງ ເພື່ອຊຸກຍູ້ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ຈັດຕັ້ງປະຕິບັດ ໃຫ້ເປັນຮູບປະທໍາ ແລະ ສໍາເລັດຕາມແຜນການ; ສືບຕໍ່ແລກປ່ຽນຄໍາຄິດຄໍາເຫັນ, ຂໍ້ມູນຂ່າວສານ ແລະ ປະສານສົມທົບກັນຢ່າງໃກ້ຊິດ ລວມທັງ ການສືບຕໍ່ການຮ່ວມມືທາງດ້ານ ພະລັງງານ, ກະສິກໍາ ຫລື ດ້ານອື່ນ ຢູ່ບັນດາແຂວງ ຂອງ ສປປ ລາວ ທີ່ມີທ່າແຮງບົ່ມຊ້ອນ ຕື່ມອີກ.

ໃນໂອກາດນີ້, ສະຫາຍ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ຕາງໜ້າໃຫ້ແກ່ພັກ-ລັດຖະບານ ແລະ ປະຊາ ຊົນລາວ ຂໍສະແດງຄວາມຂອບໃຈ ເປັນຢ່າງສູງມາຍັງ ພັກ-ລັດຖະບານ ແລະ ປະຊາຊົນຈີນ ທີ່ໄດ້ໃຫ້ການສະໜັບສະໜູນ ຢ່າງຕໍ່ເນື່ອງ ໃຫ້ແກ່ລັດຖະບານລາວ ໃນການປະກອບສ່ວນ ພັດທະນາພື້ນຖານໂຄງລ່າງ, ຊັບພະຍາກອນມະນຸດ ແລະ ວຽກງານດ້ານອື່ນໆ ໃນໄລຍະຜ່ານມາ ລວມທັງ ໃຫ້ການສະໜັບສະໜູນ ເເລະ ຊ່ວຍເຫລືອ ໃນການເປັນເຈົ້າພາບ ຈັດກອງປະຊຸມອາຊຽນຂອງ ສປປ ລາວ ໃນປີ 2024 ທີ່ຈະມາເຖິງນີ້, ພ້ອມທັງ ຫວັງຢ່າງຍິ່ງວ່າສອງຝ່າຍ ຈະຮ່ວມກັນຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ອາຊຽນ-ຈີນ ກໍຄື ອາຊຽນຄູ່ຮ່ວມເຈລະຈາ ໃຫ້ກາຍເປັນການຮ່ວມມື ຍຸດທະສາດຮອບດ້ານ.

ໃນຕອນທ້າຍ ສະຫາຍນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ກໍໄດ້ອວຍພອນໃຫ້ສະຫາຍ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຈົ່ງປະສົບຜົນສໍາເລັດ ໃນການເຂົ້າຮ່ວມງານ ວາງສະແດງສິນຄ້າ ຈີນ-ອາຊຽນ ແລະ ເຄື່ອນ ໄຫວຢ້ຽມຢາມ ຢູ່ ສປ ຈີນ ຄັ້ງນີ້ ພ້ອມທັງ ເດີນທາງກັບ ສປປ ລາວ ດ້ວຍຄວາມສະຫວັດດີພາບ.

ໃນວັນດຽວກັນ ສະຫາຍ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຍັງໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ທ່ານ Ding Yan zhang ປະທານ ກຸ່ມບໍລິສັດ China Power ພ້ອມດ້ວຍຄະນະ ແລະ ໃຫ້ສຳພາດຕໍ່ສື່ມວນຊົນ ສປ ຈີນ ຕື່ມອີກ.

ຂ່າວ-ພາບ: ກົມປະຊາສຳພັນ, ຫສນຍ

KPL

ຂ່າວອື່ນໆ

    • ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ປະກົດເປັນຈິງ ການເມືອງ

      ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ປະກົດເປັນຈິງ

      1/7/2026 2:39:08 PM

      ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດ ລາວ, ສະຫາຍ ຄຳມອນ ຈັນທະຈິດ ກຳມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງ ປະທານຜູ້ປະຈຳການສະພາທິດສະດີສູນກາງພັກ ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 6 ມັງກອນ 2026 ວ່າ: ຕົນມີ ຄວາມຮູ້ສຶກເປັນກຽດ ແລະ ພາກພູມໃຈທີ່ໄດ້ມີສ່ວນຮ່ວມເຂົ້າໃນການກຽມກອງປະຊຸມໃນຄັ້ງນີ້ ຖືວ່າເປັນບັນຍາ ກາດທີ່ມີຄວາມຄຶກຄື້ນ, ມີຄວາມຮັບຜິດຊອບ ແລະ ທັງມີຄວາມສະນິດສະໜົມ ບໍ່ວ່າຢູ່ພາຍໃນກອງປະຊຸມ ແລະ ຢູ່ນອກກອງປະຊຸມ ລ້ວນແຕ່ສະແດງເຖິງຄວາມຕັ້ງໃຈ, ຄວາມເຊື່ອໝັ້ນ ແລະ ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ.

    • ພັກກໍານົດທິດທາງ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາປະເທດຊາດການເມືອງ

      ພັກກໍານົດທິດທາງ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາປະເທດຊາດ

      1/7/2026 2:33:02 PM

      ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ວັນທີ 6 ມັງກອນ 2026 ນີ້, ສະຫາຍ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ສະແດງຄວາມຮູ້ສຶກດີໃຈ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຕາງໜ້າໃຫ້ພະນັກງານສະມາຊິກພັກ ໃນຂອບເຂດທົ່ວປະເທດ ກໍຄື ເປັນຕົວແທນສະມາຊິກພັກກະ ຊວງ ຍທຂ ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້, ຖືເປັນເຫດການການເມືອງ ທີ່ມີຄວາມໝາຍຄວາມສໍາຄັນຫລາຍ ທີ່ໄດ້ຮັບຮູ້ກ່ຽວກັບການສະຫລຸບຕີລາຄາການນໍາພາຂອງພັກ ຕະຫລອດໄລຍະ 5 ປີ ຜ່ານມາ ແລະ ກໍານົດທິດທາງແຜນ ການ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາໃນຕໍ່ໜ້າ ໃຫ້ມີອັນພົ້ນເດັ່ນ ມີອັນໃໝ່ໆ ນໍາພາປະເທດຊາດເຮົາກ້າວຂຶ້ນໃນແຕ່ລະໄລຍະ.

    • ພັກ ປປ ລາວ ຈະປະຕິຮູບລະບອບ-ລະບຽບການຕ່າງໆ  ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ຫັນເປັນທັນສະໄໝການເມືອງ

      ພັກ ປປ ລາວ ຈະປະຕິຮູບລະບອບ-ລະບຽບການຕ່າງໆ ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ຫັນເປັນທັນສະໄໝ

      1/7/2026 2:26:55 PM

      ໃນໄລຍະ 5 ປີຕໍ່ໜ້າ (2026-2030) ພັກ ປປ ລາວ ກໍຄື ຄະນະບໍລິຫານງານສູນກາງພັກ ຊຸດທີ XII ຈະປະຕິຮູບລະບອບ-ລະບຽບການຕ່າງໆ ໃຫ້ໂປ່ງໃສຍິ່ງຂຶ້ນ, ຫລຸດຜ່ອນຂອດຂັ້ນ ແລະ ຍົກສູງປະສິດທິພາບ ແລະ ຄວາມສາມາດ ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ການຫັນເປັນທັນສະໄໝ-ຫັນເປັນດີຈິຕອນ, ການແບ່ງຂັ້ນຄຸ້ມຄອງ, ແບ່ງສິດໃຫ້ຈະແຈ້ງ, ຂາດຕົວ ແລະ ສ້າງສະພາບແວດລ້ອມການລົງທຶນ, ການດໍາເນີນການຜະ ລິດ-ທຸລະກິດ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ມີຄວາມສາມາດສູງຂຶ້ນໃນການແຂ່ງຂັນ.

    • ລັດຖະບານ ຈະສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນຈາກ ສະຖານະພາບດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນການເມືອງ

      ລັດຖະບານ ຈະສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນຈາກ ສະຖານະພາບດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນ

      1/7/2026 2:06:59 PM

      ໄລຍະ 5 ປີ (2026-2030) ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ເປັນແຜນສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນອອກຈາກສະຖາ ນະພາບປະເທດດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນ, ບັນລຸເປົ້າໝາຍການພັດທະນາແບບຍືນຍົງ, ທັງເປັນແຜນຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ຍຸດທະສາດການພັດທະນາ ໄລຍະ 10 ປີ (2026-2035) ແລະ ວິໄສທັດ ຮອດປີ 2055, ສືບຕໍ່ປະຕິບັດ 4 ບຸກທະລຸ ໃຫ້ແຂງແຮງ, ເລິກເຊິ່ງ.

    • ກອງປະຊຸມໃຫຍ່ຄັ້ງທີ XII ຂອງມື້ທຳອິດ ຕົກລົງ-ຮັບຮອງເອົາຫລາຍບັນຫາສຳຄັນການເມືອງ

      ກອງປະຊຸມໃຫຍ່ຄັ້ງທີ XII ຂອງມື້ທຳອິດ ຕົກລົງ-ຮັບຮອງເອົາຫລາຍບັນຫາສຳຄັນ

      1/7/2026 7:47:13 AM

      ໃນວາລະດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ ທີ XII ຂອງພັກປະຊາຊົນປະຕິວັດລາວໃນມື້ທຳອິດ ໃນວັນທີ 6 ມັງກອນ 2026.

ads
ads

Top