ງານວາງສະແດງສິນຄ້າ ສປຈີນ-ອາຊຽນ ຄັ້ງທີ 20 ເກືອບ 2.000 ແຫ່ງ

19/09/2023 11:29
Email Print 1143
ຂປລ ງານວາງ ສະແດງ ສິນຄ້າ ຈີນ-ອາຊຽນ ຄັ້ງທີ 20 ຈັດຂຶ້ນ ຢູ່ໃນ ນະຄອນ ຫນານຫນິງ ເປັນເມືອງເອກ ຂອງ ເຂດປົກຄອງ ຕົນເອງ ກວາງຊີຈວງ ທາງພາກໃຕ້ ຂອງ ຈີນ ເມື່ອວັນທີ 16 ກັນຍາ ຜ່ານມາ

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ງານວາງ ສະແດງ ສິນຄ້າ ຈີນ-ອາຊຽນ ຄັ້ງທີ 20 ຈັດຂຶ້ນ ຢູ່ໃນ ນະຄອນ ຫນານຫນິງ ເປັນເມືອງເອກ ຂອງ ເຂດປົກຄອງ ຕົນເອງ ກວາງຊີຈວງ ທາງພາກໃຕ້ ຂອງ ຈີນ ເມື່ອວັນທີ 16 ກັນຍາ ຜ່ານມາ ໂດຍມີ ຜູ້ ປະກອບການ ທຸລະກິດ ເຂົ້າຮ່ວມເກືອບ 2.000 ແຫ່ງ, ເພີ່ມຂຶ້ນ 18,2% ເມື່ອທຽບໃສ່ ປີກາຍນີ້.

ທ່ານ ຊູ່ຈຽວຖິງ ໂຄສົກ ກະຊວງ ການຄ້າ ຂອງ ຈີນ ເປີດເຜີຍວ່າ:​ ປີນີ້ ມີສິນຄ້າ ແບຣນ ຂອງ 10 ປະເທດ ສະມາຊີກ ອາຊຽນ ລວມເຖິງ ບໍລິສັດ ຈີນ ຫລາຍແຫ່ງ ທີ່ ຊ່ຽວຊານ ດ້ານເຕັກໂນໂລຊີ ດີຈິຕອນ, ອັດສະລິຍະ ແລະ ກາກບອນຕໍ່າ  ລວມເຖິງ ໂດຣນ ແລະ ອຸປະກອນ ຄຸ້ມຄອງ ສິ່ງແວດລ້ອມ ເຂົ້າຮ່ວມ.

ງານວາງສະແດງ ສິນຄ້າ ຈີນ-ອາຊຽນ ໃນຄັ້ງທີ 20 ເປັນເວລາ 4 ວັນ.​ ໃນໄລຍະນັ້ນ ຈະມີການ ຈັດກອງປະຊຸມ 19 ລາຍການ ເພື່ອປຶກສາຫາລື ກ່ຽວ ກັບ ການຮ່ວມມື ຈີນ-ອາຊຽນ ດ້ານອີຄອມເມີຣ, ການຄຸ້ມຄອງ ສິ່ງແວດລ້ອມ, ເສດຖະກິດ ສີນໍ້າເງິນ (Blue Economy) ແລະ ອື່ນໆ. ປີ 2023 ກົງກັບວາ ລະ ຄົບຮອບ 10 ປີ ກ່ຽວກັບ ແຜນການລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ (BRI) ແລະ ຄົບຮອບ 20 ປີ ໃນງານ ວາງສະແດງສິນຄ້າ ຈີນ-ອາຊຽນ ໂດຍຈັດຂຶ້ນ ໃນຄັ້ງທຳອິດ ເມື່ອປີ 2004 ເພື່ອເປັນ ພື້ນຖານ ສຳລັບ ຜູ້ປະກອບການ ອາຊຽນ ໃນການ ຊອກຫາ ຊ່ອງທາງ ເພື່ອເຂົ້າສູ່ ຕະຫລາດ ຈີນ. /.

KPL

ຂ່າວອື່ນໆ

    • ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່ອາຊຽນ ASEAN

      ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່

      11/26/2025 4:19:04 PM

      ອາ​ຊຽນ ​ພວມ​ວາງ​ບາດ​ກ້າວ ​ເຂົ້າ​ສູ່ 10 ປີ​ ສຳ​ຄັນ ​ທີ່​ຕັດ​ສິນ​ ທິດ​ທາງ​ກ້າວ​ເດີນ ​ໃນ​ອະ​ນາ​ຄົດ, ບັນ​ດາ​ປະ​ເທດ ​ໃນ​ພາກ​ພື້ນ ​ຕ້ອງ​ເພີ່ມ​ຄວາມ​ໜຽວ​ແໜ້ນ ແລະ ຊຸກ​ຍູ້​ ການ​ພັດ​ທະ​ນາ​ ແບບ​ຍືນ​ຍົງ ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່ ​ດ້ານ​ວິ​ທະ​ຍ​າ​ສາດ ​ເຕັກ​ໂນ​ໂລ​ຊີ.

    • ປະເທດ ກຳປູເຈຍອາຊຽນ ASEAN

      ປະເທດ ກຳປູເຈຍ

      11/10/2025 1:05:25 PM

      ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

    • ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນອາຊຽນ ASEAN

      ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນ

      10/29/2025 4:39:24 PM

      ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ອາຊຽນ ແລະ ທ່ານ ນາເຣັນດຣາ ໂມດີ(Narendra Modi), ນາຍົກລັດຖະມົນຕີ ອິນ ເດຍ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 22 ຢູ່ນະຄອນຫລວງ ກົວລາລຳເປີ

    • ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28ອາຊຽນ ASEAN

      ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28

      10/29/2025 4:13:58 PM

      ສປ ຈີນ​ ຍິນ​ດີ​ ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ ອາ​ຊຽນ ເຊື່ອມ​ຕໍ່ ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​, ຈັດ​ຕັ້ງປະ​ຕິ​ບັດ “ແຜນ​ດຳ​ເນີນ​ງານ ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ຈີນ-ອາ​ຊຽນ(2026-2030)” ໃຫ້​ດີ ແລະ ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

    • ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການອາຊຽນ ASEAN

      ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການ

      10/29/2025 4:06:51 PM

      ໃນ​ໄລ​ຍະ​ຈັດ​ ກອງ​ປະ​ຊຸມ ​ສຸ​ດຍອດ​ ອາ​ຊຽນ ​ຄັ້ງ​ທີ 47 ​ຢູ່​ນະ​ຄອນ​ຫລວງ ​ກົວ​ລາ​ລຳ​ເປີ​ ປະ​ເທດ​ ມາ​ເລ​ເຊຍ, ສປ ຈີນ​ ແລະ ອາ​ຊຽນ​ ໄດ້​ລົງ​ນາມ ອະ​ນຸ​ສັນ​ຍາ​ ວ່າ​ດ້ວຍ ​ເຂດ​ການ​ຄ້າ​ເສ​ລີ​ ສະ​ບັບ 3.0 ຢ່າງ​ເປັນ​ທາງ​ການ.

ads
ads

Top