ຂປລ
ຂໍ້ມູນເບື້ອງຕົ້ນ ທີ່ອົງການສະຖິຕິ ສະຫະພາບເອີຣົບ ເປີດເຜີຍ ເມື່ອບໍ່ດົນມານີ້ວ່າ: ຍ້ອນໄດ້ຮັບ ຜົນກະທົບ ຈາກລາຄາພະລັງງານ ທີ່ເພີ່ມສູງຂຶ້ນຢ່າງຫລວງ ຫລາຍ, ອັດຕາເງິນເຟີ້ ຂອງເຂດທີ່ໃຊ້ເງິນເອີໂຣໃນເດືອນກັນຍາ ໄດ້ເພີ່ມຂຶ້ນເປັນ 3,8%, ເພີ່ມຂຶ້ນ 0,6% ຈາກລະດັບ 3,2% ໃນເດືອນສິງຫາຜ່ານມາ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ຂໍ້ມູນເບື້ອງຕົ້ນ ທີ່ອົງການສະຖິຕິ ສະຫະພາບເອີຣົບ ເປີດເຜີຍ ເມື່ອບໍ່ດົນມານີ້ວ່າ: ຍ້ອນໄດ້ຮັບ ຜົນກະທົບ ຈາກລາຄາພະລັງງານ ທີ່ເພີ່ມສູງຂຶ້ນຢ່າງຫລວງ ຫລາຍ, ອັດຕາເງິນເຟີ້ ຂອງເຂດທີ່ໃຊ້ເງິນເອີໂຣໃນເດືອນກັນຍາ ໄດ້ເພີ່ມຂຶ້ນເປັນ 3,8%, ເພີ່ມຂຶ້ນ 0,6% ຈາກລະດັບ 3,2% ໃນເດືອນສິງຫາຜ່ານມາ, ເຊິ່ງເປັນລະດັບສູງສຸດນັບແຕ່ເດືອນກັນຍາປີ 2023 ເປັນຕົ້ນມາ. ຂໍ້ມູນສະແດງໃຫ້ເຫັນວ່າ: ລາຄາພະລັງງານ ໃນເຂດທີ່ໃຊ້ເງິນເອີໂຣ ໃນເດືອນກັນຍາເພີ່ມຂຶ້ນ 18,8% ເມື່ອທຽບໃສ່ໄລຍະດຽວກັນ ຂອງປີກາຍ ເຊິ່ງຖືເປັນ ສາເຫດຕົ້ນຕໍ່ ທີ່ເຮັດໃຫ້ອັດຕາເງິນເຟີ້ ທົ່ວໄປເພີ່ມຂຶ້ນ. ເມື່ອພິຈາລະນາ ໃນແຕ່ລະປະເທດ, ອັດຕາເງິນເຟີ້ຂອງກຸ່ມເສດຖະກິດຕົ້ນຕໍໄດ້ເພີ່ມຂຶ້ນໂດຍທົ່ວໄປ, ເຢຍລະມັນ ເພີ່ມຂຶ້ນເປັນ 3,3%, ຝຣັ່ງ ເພີ່ມຂຶ້ນເປັນ 3,4%, ອີຕາລີ ເພີ່ມຂຶ້ນເປັນ 4.1% ແລະ ແອັດສະປາຍເພີ່ມຂຶ້ນເປັນ 5%. ນັກວິເຄາະເຫັນວ່າ: ເນື່ອງຈາກອັດຕາເງິນເຟີ້ ພື້ນຖານເພີ່ມຂຶ້ນພຽງເລັກນ້ອຍ, ທະນາຄານກາງເອີຣົບ ອາດຈະນຳໃຊ້ນະໂຍບາຍ ທີ່ລະມັດລະວັງໃນໄລຍະສັ້ນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL