ທົ່ວປະເທດຈີນ ມີໂຮງສາຍຮູບເງົາ ເພີ່ມຂຶ້ນ 438 ແຫ່ງ

05/10/2026 12:21
ຂປລ ອີງ​ຕາມ​ຂໍ້​ມູນ ​ຈາກ​ເວ​ທີ​ທາງ​ອິນ​ເຕີ​ເນັດ, ນັບ​ມາ​ຮອດ ​ປັດ​ຈຸ​ບັນ, ຍອດ​ມູນ​ຄ່າ​ຈຳ​ໜ່າຍ​ປີ້ ​ເຂົ້າ​ຊົມ​ຮູບ​ເງົາ​ ໃນ​ຍາມ​ພັກ​ວັນ​ຊາດ​ຈີນ​​ປີ 2026 (ລວມ​ທັງ​ປີ້​ ທີ່​ຈຳ​ໜ່າຍ​ລ່ວງ​ໜ້າ) ໄດ້ທະ​ລຸ 200 ລ້ານຢວນ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ອີງ​ຕາມ​ຂໍ້​ມູນ ​ຈາກ​ເວ​ທີ​ທາງ​ອິນ​ເຕີ​ເນັດ, ນັບ​ມາ​ຮອດ ​ປັດ​ຈຸ​ບັນ, ຍອດ​ມູນ​ຄ່າ​ຈຳ​ໜ່າຍ​ປີ້ ​ເຂົ້າ​ຊົມ​ຮູບ​ເງົາ​ ໃນ​ຍາມ​ພັກ​ວັນ​ຊາດ​ຈີນ​​ປີ 2026 (ລວມ​ທັງ​ປີ້​ ທີ່​ຈຳ​ໜ່າຍ​ລ່ວງ​ໜ້າ) ໄດ້ທະ​ລຸ 200 ລ້ານຢວນ, ຈາກ​ນັ້ນ ຍອດ​ມູນ​ຄ່າ​ຈຳ​ໜ່າຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​(ລວມ​ທັງ​ປີ້​ທີ່​ຈຳ​ໜ່າຍ​ລ່ວງ​ໜ້າ) ຂອງ​ປີ 2026 ໄດ້​ທະ​ລຸ 29,7 ຕື້ຢວນ. ຂໍ້​ມູນ​ສະ​ຖິ​ຕິ​ ຈາກ​ອົງ​ການ​ຮູບ​ເງົາ​ແຫ່ງ​ຊາດ​ຈີນ ​ສະ​ແດງ​ໃຫ້​ເຫັນ​ວ່າ: ນັບ​​ແຕ່​ເດືອນ​ມັງ​ກອນ ​ມາ​ຮອດ​ທ້າຍ​ເດືອນ​ກັນ​ຍາ​ປີ​ນີ້, ຢູ່​ທົ່ວ​ປະ​ເທດ​ຈີນ ​ມີ​ໂຮງ​ສາຍ​ຮູບ​ເງົາ​ ເພີ່ມ​ຂຶ້ນ 438 ແຫ່ງ, ໜ້າ​ຈໍ​ສາຍ​ຮູບ​ເງົາ 2.632 ແຜ່ນ, ແລະ ຍອດ​ຈຳ​ນວນ​ໜ້າ​ຈໍ​ສາຍ​ຮູບ​ເງົາໃນ​ທົ່​ວ​ປະ​ເທດ​ບັນ​ລຸ​ເຖິງ 95.819 ແຜ່ນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top