ຂປລ
ອີງຕາມຕົວເລກ ຂໍ້ມູນຫລ້າສຸດ ຈາກກະຊວງກະສິກຳ ແລະ ຊົນນະ ບົດຈີນ ສະແດງໃຫ້ເຫັນວ່າ: ປີນີ້, ເນື້ອທີ່ການຜະລິດ ທັນຍາຫານໃນທົ່ວປະເທດຈີນ ຄາດວ່າ ຈະເພີ່ມຂຶ້ນຢ່າງໝັ້ນທ່ຽງ ໂດຍສະເພາະ ແມ່ນ ສາລີ ເຊິ່ງເປັນພືດ ທີ່ມີຜົນຜະລິດສູງ ຈະເພີ່ມຂຶ້ນຫລາຍສົມຄວນ.
ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ອີງຕາມຕົວເລກ ຂໍ້ມູນຫລ້າສຸດ ຈາກກະຊວງກະສິກຳ ແລະ ຊົນນະ ບົດຈີນ ສະແດງໃຫ້ເຫັນວ່າ: ປີນີ້, ເນື້ອທີ່ການຜະລິດ ທັນຍາຫານໃນທົ່ວປະເທດຈີນ ຄາດວ່າ ຈະເພີ່ມຂຶ້ນຢ່າງໝັ້ນທ່ຽງ ໂດຍສະເພາະ ແມ່ນ ສາລີ ເຊິ່ງເປັນພືດ ທີ່ມີຜົນຜະລິດສູງ ຈະເພີ່ມຂຶ້ນຫລາຍສົມຄວນ. ປັດຈຸບັນ, ທົ່ວປະເທດຈີນ ໄດ້ເລີ່ມເກັບກ່ຽວ ໃນເນື້ອທີ່ກວ້າງຂວາງ ໂດຍສາມາດ ເກັບກ່ຽວ ສຳເລັດແລ້ວ 30% ເຊິ່ງໄວກວ່າໄລຍະດຽວກັນ ຂອງປີກາຍ. ຖ້າຫາກເງື່ອນໄຂ ດ້ານດິນຟ້າອາກາດ ໃນຕໍ່ໜ້າເປັນປົກກະຕິ ໂດຍລວມ ຈະໄດ້ຮັບຜົນເກັບກ່ຽວ ທີ່ອຸດົມສົມບູນອີກຄັ້ງ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL