ແຂວງໄຊສົມບູນເລັ່ງສ້າງບຸກຄະລາກອນຮອງຮັການທ່ອງທ່ຽວ

13/09/2023 12:54
Email Print 1675
ຂປລ ປັດຈຸບັນນີ້, ຂະແໜງການທ່ອງທ່ຽວແມ່ນມີບັນຍາກາດຟົດຟື້ນ ແລະ ກັບຄືນສູ່ສະພາບປົກກະຕິໃນຂອບເຂດທົ່ວປະເທດ ຫລັງລັດຖະບານໄດ້ເປີດປະເທດ ນັບແຕ່ຕົ້ນ ປີ 2022 ແລະ ສາມາດຄວບຄຸມພະຍາດໂຄວິດ-19 ໄດ້.

*ປັດຈຸບັນນີ້, ຂະແໜງການທ່ອງທ່ຽວແມ່ນມີບັນຍາກາດຟົດຟື້ນ ແລະ ກັບຄືນສູ່ສະພາບປົກກະຕິໃນຂອບເຂດທົ່ວປະເທດ ຫລັງລັດຖະບານໄດ້ເປີດປະເທດນັບແຕ່ຕົ້ນປີ 2022  ແລະ ສາມາດຄວບຄຸມພະຍາດໂຄວິດ-19 ໄດ້. ຂະນະທີ່ຫລາຍທ້ອງຖິ່ນກໍ່ໄດ້ເອົາໃຈໃສ່ ຕໍ່ຂະແໜງການທ່ອງ ທ່ຽວ ໂດຍໄດ້ຈັດຝຶກອົບຮົມໃຫ້ແກ່ ຫົວໜ່ວຍທຸລະກິດຮ້ານຫານ, ໂຮງ ແຮມ, ເຮືອນພັກ, ການບໍລິການທ່ອງທ່ຽວ, ພັດທະນາແຫລ່ງທ່ອງທ່ຽວ ເພື່ອດຶງດູດຄວາມສົນໃຈ ຈາກນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ. ຫລ້າສຸດພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງໄຊສົມບູນ ໄດ້ຖືສຳຄັນວຽກງານນີ້, ໂດຍໄດ້ຈັດຝຶກອົບຮົມໃຫ້ແກ່ຫົວໝ່ວຍທຸລະກິດ ກ່ຽວກັບການເປັນພະນັກງານຕ້ອນຮັບ ພາກ ສ່ວນໜ້າທີ່ດີ ແລະ ມາດຕະຖານຄວາມສະອາດ, ປອດໄພ ຢູ່ສະໂມສອນເມືອງລ້ອງຊານ ໂດຍເປັນປະທານຂອງທ່ານ ທົງສະຫວັນ ໂພສະ ລາດ ຫົວໜ້າພະແນກ ຖວທ ແຂວງໄຊສົມບູນ. ມີທ່ານ ຊູ້ ຢູທໍ່ຫວັງມາຢ່າງ ຮອງຫົວໜ້າຫ້ອງການ ຖວທ ເມືອງ, ມີພະນັກງານຫ້ອງການກົມກອງ,ສຳມະນາກອນເຂົ້າຮ່ວມ.   

ທ່ານ ນາງ ຂັບແກ້ວ ສອນອຸໄທ ວິຊາການຂະແໜງການທ່ອງທ່ຽວ ແຂວງໄຊສົມບູນ ໄດ້ໃຫ້ຮູ້ວ່າ: ການເປັນພະນັກງານຕ້ອນຮັບທີ່ດີຄວນຖືສຳຄັນ 10 ວິທີຄື: ເວົ້າຈາທີ່ເປັນມິດ ແລະ ໝັ້ນໃຈ, ຮັກສາຄວາມສະອາດເປັນລະບຽບຮຽບຮ້ອຍ, ຮັກສາຄວາມສະອາດຂອງໂຕະບໍລິເວນ ພາກສ່ວນ ໜ້າ, ການຕອບຮັບໂທລະສັບ, ການຮັບຈອງລ່ວງໜ້າ, ການຈອງຫ້ອງລ່ວງ ໜ້າຜ່ານອີເມວ, ການຮັບຕ້ອນແຂກທີ່ບໍ່ໄດ້ຈອງລ່ວງໜ້າ, ການລົງທະບຽນເຂົ້າ ແລະ ອອກ, ການສະໜອງບໍລິການທີ່ດີໃຫ້ແກ່ລູກຄ້າ ແລະ ການຊ່ວຍແກ້ໄຂບັນຫາຂອງແຂກຕາມຫລັກວິຊາການ ແລະ ສະພາບຕົວ ຈິງ ໃຫ້ຜູ້ເຂົ້າຮ່ວມຄັ້ງນີ້ ໄດ້ຮັບຮູ້ເຂົ້າໃຈຢ່າງເລີກເຊີງ. ຢ່າງໃດກໍ່ຕາມສຳລັບມາດຕະຖານຄວາມສະອາດ, ປອດໄພ ເຈົ້າຂອງຮ້ານອາຫານຕ້ອງມີສະ ຖານທີ່, ຫ້ອງຮັບແຂກ, ເຮືອນຄົວປຸງແຕ່ງອາຫານເປັນລະບຽບຮຽບຮ້ອຍ, ມີນໍ້າໃຊ້ທີ່ສະອາດ ມີຫ້ອງນໍ້າເປັນຂອງຕົນ ບໍ່ຄວນໃຊ້ການບໍລິ ການຮ່ວມກັບແຂກ. ສ່ວນການປຸງແຕ່ງອາຫານໃຫ້ສະອາດ ຕ້ອງວາງໃສ່ພື້ນທີ່ສູງ ເພື່ອຮັບປະກັນຄວາມປອດ ແລະ ມີຄຸນນະພາບດີ.

          ແຂວງໄຊສົມບູນ ກໍ່ແມ່ນແຂວງໜຶ່ງທີ່ມີແຫລ່ງທ່ອງທ່ຽວທາງດ້ານປະຫວັດສາດ, ທຳມະຊາດ ແລະ ວັດທະນະທຳຫລາຍແຫ່ງທີ່ໜ້າທ່ອງທ່ຽວ ແລະ ສຶກສາ ໂດຍສະເພາະແມ່ນຖ້ຳເຈົ້າອານຸວົງ ແລະ ອື່ນໆ. ຂະນະທີ່ເມືອງລ້ອງຊານ ກໍ່ເປັນເມືອງທີ່ຕັ້ງຢູ່ຕົ້ນທາງທີ່ຈະເຂົ້າໄປຫາແຂວງ ທັງມີແຫລ່ງທ່ອງທ່ຽວທີ່ໜ້າສົນໃຈ ໂດຍສະເພາະແມ່ນແຫລ່ງທ່ອງທ່ຽວ ທຳມະຊາດນ້ຳຕົກຕາດປຸ່ງ ແລະ ຮີດຄອງປະເພນີອັນດີງາມ ຂອງປະຊາຊົນບັນດາເຜົ່າ. ນອກຈາກນີ້,​ ຍັງມີແຫລ່ງທ່ອງທ່ຽວທຳມະຊາດ ທີ່ກຳລັງສຳຫລວດຈະພັດທະນາໃນອະນາຄົດ (ຈົວດ້າ). ດັ່ງນັ້ນ, ການຝຶກອົບ ຮົມຄັ້ງນີ້ ເພື່ອຍົກລະດັບຄວາມຮູ້ ຄວາມສາມາດຂອງບັນດາຫົວໜ່ວຍທຸລະກິດ ໃຫ້ມີຄວາມເຂັ້ມແຂງຕໍ່ການຕ້ອນຮັບ ແຂກບ້ານແຂກ ເມືອງທີ່ເຂົ້າ ມາທ່ຽວຢູ່ແຂວງໄຊສົມບູນ ກໍ່ຄືບັນດາເມືອງພາຍໃນແຂວງ. ພ້ອມນີ້, ກໍ່ຍັງເປັນການກະກຽມຄວາມພ້ອມ ຕໍ່ການຕ້ອນຮັບປີທ່ອງທ່ຽວ ປີ 2024 ທີ່ຈະມາເຖິງນີ້ໃຫ້ມີບັນຍາກາດຟົດຟື້ນ.

ຂຽນໂດຍ: ຢາຕົ້ງ

KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top