ຂປລ
ຂປລ. ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ຕາງໜ້າມອບທຶນການສຶກສາ ຂອງລັດຖະບານ ສປ ຈີນ ຈຳນວນ 350 ທຶນ ໃຫ້ນັກສຶກສາ ແລະ ພະນັກງານ-ລັດ ຖະກອນຂອງ ສປປ ລາວ ໄປສຶກສາຕໍ່ທີ່ ສປ ຈີນ ໃນລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ ສົກຮຽນປີ 2023-2025

ຂປລ. ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ຕາງໜ້າມອບທຶນການສຶກສາ ຂອງລັດຖະບານ ສປ ຈີນ ຈຳນວນ 350 ທຶນ ໃຫ້ນັກສຶກສາ ແລະ ພະນັກງານ-ລັດ ຖະກອນຂອງ ສປປ ລາວ ໄປສຶກສາຕໍ່ທີ່ ສປ ຈີນ ໃນລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ ສົກຮຽນປີ 2023-2025 ໂດຍໄດ້ມີງານລ້ຽງສົ່ງ ນັກສຶກສາດັ່ງກ່າວ ໃນວັນທີ 24 ສິງຫາ 2023 ໂດຍ ມີທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ Want Chang ອຸປະທູດ ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ພ້ອມດ້ວຍນັກສຶກສາ ເຂົ້າຮ່ວມ.

ທ່ານ Want Chang ໄດ້ສະແດງຄວາມຍິນດີ ຕໍ່ບັນດານັກສຶກສາລາວ ທີ່ໄດ້ຮັບທຶນການສຶກສາໃນຄັ້ງນີ້, ພ້ອມທັງ ເຊື່ອໝັ້ນວ່າ: ນັກສຶກສາດັ່ງກ່າວ ຈະກາຍເປັນຂົວຕໍ່ ໃນການຮັດແໜ້ນ ສາຍພົວພັນລະຫວ່າງ ສອງພັກສອງລັດ, ປະຊາຊົນສອງຊາດລາວ-ຈີນ ຊຶ່ງປັດຈຸບັນມີນັກສຶກສາລາວ ໄດ້ຮັບທຶນຈາກລັດຖະບານຈີນ ເຂົ້າຮຽນຢູ່ມະຫາວິທະຍາໄລ ສະຖາບັນຕ່າງໆ ຂອງປະເທດຈີນ ແລະ ລັດຖະບານ ສປ ຈີນ ຢຶນຍັນວ່າ ຈະໃຫ້ທຶນການສຶກສາແກ່ ສປປ ລາວ 350 ທຶນຕໍ່ປີ ໃນລະດັນທຶນຊັ້ນສູງ, ປະລິນຍາຕີ, ປະລິນຍາໂທ, ປະລິນຍາເອກ ແລະ ການຝຶກອົບຮົມ ວິຊີບໄລຍະສັ້ນ-ຍາວ ອີກດ້ວຍ.

ໂອກາດນີ້, ທ່ານ ພຸດ ສິມມາລາວົງ ໄດ້ສະແດງຄວາມຂອບໃຈມາຍັງ ສະຖານທູດຈີນ ປະຈຳ ສປປ ລາວ ກໍຄື ລັດຖະບານ ສປ ຈີນ ທີ່ໃຫ້ທຶນການສຶກສາ ແກ່ນັກສຶກສາ ແລະ ພະນັກງານ-ລັດຖະ ກອນໃນຄັ້ງນີ້. ພ້ອມນີ້, ທ່ານຍັງໄດ້ເນັ້ນໃຫ້ບັນດານັກສຶກສາ ເອົາໃຈໃສ່ປະຕິບັດຕາມກົດລະບຽບ ຂອງບັນດາມະຫາວິທະຍາໄລ ກໍຄື ກົດໝາຍຂອງປະເທດຈີນ ຢ່າງເຄັ່ງຄັດ ແລະ ໃຫ້ເອົາໃຈໃສ່ສຶກສາ, ຄົ້ນ ຄວ້າ, ຮໍ່າຮຽນໃຫ້ປະສົບຜົນສຳເລັດ ຕາມລະດັບຄາດໝາຍ ແລະ ນຳເອົາວັດທະນະທຳ, ຮີດຄອງປະ ເພນີອັນດີງາມຂອງລາວ ໄປເຜີຍແຜ່ໃຫ້ກັບ ບັນດານັກຮຽນ, ນັກສຶກສາຂອງ ສປ ຈີນ ໄດ້ຮັບຮູ້ຢ່າງກວ້າງຂວາງ, ພ້ອມທັງນຳເອົາຄວາມ ຮູ້ຄວາມສາມາດ ແລະ ບົດຮຽນ ທີ່ໄດ້ຮັບ ມາພັດທະນາຕົນເອງ, ພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນ ສີວິໄລ ຍິ່ງໆຂຶ້ນ.
ຂ່າວ-ພາບ: ວຽງສະຫວັນ
KPL