ຂປລ
ຂປລ. ເມື່ອບໍ່ດົນມານີ້, ໄດ້ມີກອງປະຊຸມພົບປະສອງຝ່າຍ ລະຫວ່າງ ກະຊວງຍຸຕິທໍາ ແຫ່ງ ສປປ ລາວ-ສ ກູບາ ນໍາໂດຍທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທໍາ ແລະ ທ່ານ ອົສກາ ມານູແອນ ຊິນເວຣາ ມາຕິເນັດ ລັດຖະມົນຕີກະຊວງຍຸຕິທຳ ສ ກູບາ

ຂປລ. ເມື່ອບໍ່ດົນມານີ້, ໄດ້ມີກອງປະຊຸມພົບປະສອງຝ່າຍ ລະຫວ່າງ ກະຊວງຍຸຕິທໍາ ແຫ່ງ ສປປ ລາວ-ສ ກູບາ ນໍາໂດຍທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທໍາ ແລະ ທ່ານ ອົສກາ ມານູແອນ ຊິນເວຣາ ມາຕິເນັດ ລັດຖະມົນຕີກະຊວງຍຸຕິທຳ ສ ກູບາ ໂດຍສອງຝ່າຍໄດ້ຜັດປ່ຽນກັນລາຍງານກ່ຽວກັບການ ເຄື່ອນໄຫວພາລະບົດ ບາດ ແລະ ການຈັດຕັ້ງປະຕິບັດວຽກງານຍຸຕິທໍາ, ພ້ອມທັງໄດ້ປຶກສາຫາລືການພັດທະນາກ່ຽວກັບ ການເຂົ້າເຖິງຄວາມຮູ້ທາງດ້ານກົດໝາຍ ເຊິ່ງກະຊວງຍຸຕິທຳ ສ ກູບາ ມີຄວາມສົນໃຈແລກປ່ຽນບົດຮຽນໃນຂົງເຂດນີ້ຮ່ວມກັບກະຊວງຍຸຕິທຳ ແຫ່ງ ສປປ ລາວ ເພື່ອເພີ່ມທະວີການຮ່ວມມືເຊິ່ງກັນ ແລະ ກັນ ແນໃສ່ເປັນການຮັດແໜ້ນຄວາມສາມັກຄີ ແລກປ່ຽນບົດຮຽນທາງດ້ານວິຊາການກົດໝາຍໃນຂອບເຂດທົ່ວປະເທດ.
ການພົບປະຄັ້ງນີ້, ທັງສອງຝ່າຍກໍໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ(MOU) ເພື່ອເສີມສ້າງສາຍພົວພັນ ແລະ ແລກປ່ຽນບົດຮຽນທາງດ້ານກົດໝາຍ ແລະ ຍຸຕິທຳ ຮ່ວມກັນໃນຕໍ່ໜ້າ ເປັນຕົ້ນ ແລກປ່ຽນການຢ້ຽມຢາມຄະນະນໍາຂັ້ນສູງ ແລະ ວິຊາການກະຊວງຍຸຕິທຳ ແລະ ກະຊວງຍຸຕິທຳແຫ່ງ ສ ກູບາ ຕາມຄວາມເໝາະສົມເປັນແຕ່ລະໄລຍະ, ການແລກປ່ຽນປະສົບການລະຫວ່າງ ຜູ້ຊຽວຊານຂອງຄູ່ພາຄີໃນຂົງເຂດ ການສ້າງກົດໝາຍ, ການໃຫ້ຄໍາປຶກສາທາງດ້ານກົດໝາຍ ແລະ ການປະຕິບັດອື່ນທາງດ້ານກົດໝາຍ, ການແລກປ່ຽນຜູ້ຊ່ຽວຊານ ເພື່ອສ້າງຄວາມເຂົ້າໃຈກ່ຽວກັບອົງການຈັດຕັ້ງ ແລະ ວຽກງານຂອງຂະແໜງກົດໝາຍຈັດຕັ້ງ ແລະ ດຳເນີນການສໍາມະນາ, ການຝຶກປະຕິບັດໃນຫ້ອງຮຽນ ແລະ ກິດຈະກຳອື່ນທີ່ຄ້າຍຄືກັນ ບົນພື້ນຖານຫລັກການຕ່າງຝ່າຍຕ່າງມີຜົນປະໂຫຍດ ເພື່ອປັບປຸງການສຶກສາວິຊາຊີບ ແລະ ຝຶກອົບຮົມໃຫ້ແກ່ ພະນັກງານໃນຂະແໜງກົດໝາຍ ແລະ ຜູ້ຊ່ຽວຊານດ້ານອື່ນໆ, ການຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃຫ້ແກ່ສະຖານການສຶກສາຂອງຄູ່ພາຄີ ເພື່ອສ້າງ ແລະ ດໍາເນີນການສິດສອນ ຫລັກສູດກົດໝາຍສາກົນ, ກະກຽມ ແລະ ຈັດຕັ້ງປະຕິບັດໂຄງການຝຶກອົບຮົມຂອງລັດຂອງຄູ່ພາຄີ, ແລກປ່ຽນປະສົບການທາງດ້ານຄອມພິວເຕີ ຂອງຂະແໜງກົດໝາຍ ແລະ ຂົງເຂດອື່ນທີ່ກ່ຽວຂ້ອງ, ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບນິຕິກໍາ ແລະ ການນໍາໃຊ້ກົດໝາຍ, ປື້ມພົດຈະນານຸກົມກົດໝາຍ ແລະ ສິ່ງພິມອື່ນກ່ຽວກັບກົດໝາຍ,ແລກປ່ຽນຂໍ້ມູນກ່ຽວກັບການດຳເນີນວຽກງານທະບຽນສານ ແລະ ການຈົດທະບຽນຂອງລັດຂອງສອງລັດ ແລະ ແລກປ່ຽນປະສົບການກ່ຽວກັບການນຳໃຊ້ເຕັກໂນໂລຊີໃໝ່ ໃນຂະແໜງທີ່ໃຫ້ບໍລິການແກ່ປະຊາຊົນ.
KPL