ຂປລ
ປະທານປະເທດ ແຫ່ງ ສປປ ລາວ ອ່ານສານອວຍພອນກອງປະຊຸມພຸດທະສາສະໜາໜານໄຫ່ ຄັ້ງທີ 11
- ນ້ອມນະມັດສະການ ພະອາຈານໃຫຍ່ ອິນຊູນ ປະທານຜູູ້ກໍ່ຕັ້ງກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ່.
- ນ້ອມນະມັດສະການ ພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ.
- ນ້ອມນະມັດສະການ ແລະ ເຄົາລົບນັບຖືມາຍັງບັນດາຜູ້ນຳທາງພຸດທະສາສະໜາ, ການນຳພັກ-ລັດ, ຜູ້ຊ່ຽວຊານ, ນັກວິຊາການ ແລະ ເພ່ືອນມິດພຸດທະສາສະນິກະຊົນຈາກບັນດາປະເທດ ແລະ ເຂດແຄວ້ນຈາກພາກພື້ນ ແລະ ສາກົນ, ພະເຖຣານຸເຖຣະ ແລະ ບັນດາຜູ້ແທນທີ່ນັບຖື ແລະ ຮັກແພງ.
ຂ້າພະເຈົ້າມີຄວາມພາກພູມໃຈຢ່າງຍິ່ງທີ່ອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ກໍຄື ສປປ ລາວ ໄດ້ຮັບກຽດເປັນເຈ້ົາພາບຮ່ວມກັບສະມາຄົມພຸດທະສາສະໜານະຄອນເສິນເຈ້ິນ ແລະ ວັດຫົງຟ້າ, ສປ ຈີນ ຈັດກອງປະຊຸມພຸດທະສາສະໜາໜານໄຫ່ ຄັ້ງທີ 11 ທີ່ນະຄອນຫລວງວຽງຈັນ ສປປ ລາວ ແຕ່ວັນທີ 25- 30 ຕຸລາ 2026 ພາຍໃຕ້ຫົວຂໍ້: “ຕົ້ນກຳເນີດອັນດຽວກັນ, ຮ່ວມປະນິທານດຽວກັນ, ສູ່ຄວາມຮຸ່ງເຮືອງສີວິໄລຮອບດ້ານ” ໃນມື້ນີ້.
ຂ້າພະເຈົ້າຂໍສະແດງຄວມຊົມເຊີຍ ແລະ ຕີລາຄາສູງຕໍ່ໝາກຜົນອັນເປັນຮູບປະທຳຂອງກອງປະຊຸມໃນແຕ່ລະຄັ້ງຜ່ານມາທີ່ໄດ້ນຳເອົາປະໂຫຍດແທ້ຈິງແກ່ສັງຄົມນັ້ນ ໄດ້ສະແດງໃຫ້ເຫັນເຖິງຄວາມພະຍາຍາມອັນບໍ່ຮູ້ອິດຮູ້ເມື່ອຍ ແລະ ການອຸທິດກໍາລັງແຮງຮອບດ້ານຂອງບັນດາພະອາຈານໃຫຍ່ ກໍຄື ຄະນະກຳມະການທຸກພາກສ່ວນທີ່ໄດ້ຮ່ວມແຮງຮ່ວມໃຈເຜີຍແຜ່ພຸດທະສາສະໜາ ກໍຄື ຫລັກຄຳສອນຂອງພະພຸດທະເຈົ້າໃຫ້ເຂົ້າເຖິງຈິດໃຈຂອງປະຊາຊົນຜູ້ທີ່ເຊື່ອຖືສາສະໜາພຸດນັບມ້ືນັບກວ້າງຂວາງ.
ໃນນາມຕົວແທນຂອງປະຊາຊົນລາວບັນດາເຜ່ົາ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄຳອວຍພອນດ້ວຍໄມຕີຈິດອັນອົບອຸ່ນ ແລະ ຄວາມຊົມເຊີຍອັນປະເສີດມາຍັງກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ່ ຄັ້ງທີ 11 ນີ້ຢ່າງສຸດອົກສຸດໃຈ.
ຂ້າພະເຈົ້າມີຄວາມເຊື່ອໝັ້ນຢ່າງແຮງກ້າວ່າ ກອງປະຊຸມຄັ້ງນີ້, ຈະເປັນບາດກ້າວທີ່ສໍາຄັນໃນການຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືທ່ີດີລະຫວ່າງບັນດາປະເທດທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ແລະ ຈະນໍາເອົາຜົນປະໂຫຍດອັນໃໝ່ໃຫຍ່ຫລວງ ແລະ ຄວາມສະຫງົບສຸກມາໃຫ້ແກ່ມວນມະນຸດຕາມພຸດທໍາຄໍາສອນຂອງພະສາສະດາສໍາມາສໍາພຸດທະເຈົ້າ.
ທ້າຍສຸດນີ້, ຂໍອວຍພອນໄຊອັນປະເສີດມາຍັງບັນດາພະອາຈານໃຫຍ່ຜູ້ນຳທາງພຸດທະສາສະໜາແຕ່ລະປະເທດ ແລະ ເຂດແຄວ້ນ, ພະເຖຣານຸເຖຣະ ແລະ ຜູ້ເຂົ້າຮ່ວມກອງປະຊຸມທັງໝົດຈ່ົງມີສຸຂະພາບແຂງແຮງ, ມີພະລະນາໄມສົມບູນ.
ຂໍອວຍພອນໃຫ້ກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ່ ຄັ້ງທີ 11 ນີ້ ທີ່ເປີດຂຶ້ນຢູ່ນະຄອນຫລວງວຽງຈັນ ແຫ່ງ ສປປ ລາວ ຈົ່ງປະສົບຜົນສຳເລັດຢ່າງງົດງາມ.
KPL