ຂປລ
ກອງປະຊຸມຄົບຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ (ນວ) ຄັ້ງທີ 4 ສະໄໝທີ VIII ຈັດຂຶ້ນໃນວັນທີ 28-29 ຕຸລາ 2026 ໂດຍການເປັນປະທານຂອງ ສະຫາຍ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ, ມີຮອງເລຂາຄະນະບໍລິຫານງານພັກ, ກຳມະການປະຈຳພັກ, ກຳມະການພັກ ນະຄອນຫຼວງວຽງຈັນ, ພ້ອມດ້ວຍເລຂາຄະນະພັກຮາກຖານອ້ອມຂ້າງນະຄອນຫຼວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ອາດສະພັງທອງ ສີພັນດອນ ໄດ້ກ່າວວ່າ: ກອງປະຊຸມໃນຄັ້ງນີ້, ໄດ້ພ້ອມກັນສະຫຼຸບຕີລາຄາວຽກງານຮອບດ້ານໃນການນຳພາຂອງຄະນະພັກແຕ່ລະຂັ້ນ ໄລຍະ 9 ເດືອນຕົ້ນປີ 2026 ແລະ ທິດທາງ 3 ເດືອນທ້າຍປີ 2026. ພ້ອມດຽວກັນນີ້, ບັນດາສະຫາຍຄະນະບໍລິຫານງານພັກນະຄອນຫຼວງວຽງຈັນ ໄດ້ພ້ອມກັນຄົ້ນຄວ້າປະກອບຄຳເຫັນຕໍ່ບັນດາເນື້ອໃນຫົວຂໍ້ຂອງກອງປະຊຸມ ເຊັ່ນ: ສະພາບພົ້ນເດັ່ນໄຕມາດທີ 3 ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການສະຫຼຸບຕີລາຄາການນຳພາຈັດຕັ້ງປະຕິບັດວຽກງານຮອບດ້ານຂອງອົງຄະນະບໍລິຫານງານພັກນະຄອນຫຼວງວຽງຈັນ ໄລຍະ 9 ເດືອນຜ່ານມາ ແລະ ແຜນວຽກຈຸດສຸມ 3 ເດືອນທ້າຍປີ 2026, ການສະຫຼຸບຕີລາຄາຜົນຂອງການນຳພາວຽກງານພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານໄລຍະ 9 ເດືອນຕົ້ນປີ, ແຜນການຈັດຕັ້ງປະຕິບັດ 3 ເດືອນທ້າຍປີ 2026, ຄາດຄະເນແຜນພັດທະນາເສດຖະກິດ-ສັງຄົມ ປີ 2027 ແລະ ວຽກງານຕາແສງ, ແຜນຜັນຂະຫຍາຍມະຕິ 62/ກມສພ ວ່າດ້ວຍເພີ່ມທະວີການນຳພາຂອງພັກຕໍ່ວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງໄລຍະໃໝ່, ການແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ ເປັນຕົ້ນ ປຸ້ນຈີ້ຊີງຊັບ, ອັກຄີໄພ ແລະ ອຸບັດເຫດຕາມທ້ອງຖະໜົນຫຼວງ ຕິດພັນກັບ 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ, ການສ້າງບ້ານປ້ອງກັນຊາດເຂັ້ມແຂງ, ການສ້າງນິຕິກຳຄຸ້ມຄອງການໂຄສະນາ ແລະ ການຕິດຕັ້ງປ້າຍໂຄສະນາທີ່ບໍ່ຖືກຕ້ອງ ເພື່ອຈັດສັນຄວາມເປັນລະບຽບຮຽບຮ້ອຍໃນຕົວເມືອງ, ສະຫຼຸບການຈັດຕັ້ງປະຕິບັດຄຳຕັດສິນຂອງສານທີ່ໃຊ້ຢ່າງເດັດຂາດໃນໄລຍະ 9 ເດືອນຜ່ານມາ ແລະ ແຜນຈຸດສຸມ 3 ເດືອນທ້າຍປີ 2026, ການຄຸ້ມຄອງ ແລະ ແກ້ໄຂບັນຫາຂີ້ເຫຍື້ອ ລວມເຖິງການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງວຽງຈັນ (BRT).
ສະຫາຍ ອາດສະພັງທອງ ສີພັນດອນ ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ ດ້ວຍຄວາມເປັນເຈົ້າການ ພວກເຮົາຈະສຸມໃສ່ຄົ້ນຄວ້າແລກປ່ຽນຄວາມຄິດ-ຄວາມເຫັນ, ຊອກຫາສາເຫດ, ວິທີການແກ້ໄຂໃນຕໍ່ໜ້າ ເພື່ອໃຫ້ບັນດາທິດທາງຄາດໝາຍ ແລະ ແຜນວຽກຈຸດສຸມບັນລຸຕາມລະດັບຄາດໝາຍທີ່ວາງໄວ້.
ຂໍ້ມູນ-ພາບ: ວຽງຈັນໃໝ່
KPL