ກະຊວງ ຖວທ ມອບໂທລະໂຄ່ງໃຫ້ແຂວງຄຳມ່ວນ

09/06/2023 15:23
Email Print 884
ຂປລ ຂປລ. ວັນທີ 8 ມິຖຸນາ 2023, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ມອບໂທລະໂຄ່ງ 50 ຊຸດ ໃຫ້ແກ່ແຂວງຄຳມ່ວນ ໃນໂຄງການປັບປຸງຂະຫຍາຍຕາໜ່າງໂທລະໂຄ່ງ ທົ່ວປະເທດ (ໄລຍະ 2)

 

     ຂປລ. ວັນທີ 8 ມິຖຸນາ 2023, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ມອບໂທລະໂຄ່ງ 50 ຊຸດ ໃຫ້ແກ່ແຂວງຄຳມ່ວນ ໃນໂຄງການປັບປຸງຂະຫຍາຍຕາໜ່າງໂທລະໂຄ່ງ ທົ່ວປະເທດ (ໄລຍະ 2) ເພື່ອແຈກຢາຍໃຫ້ແກ່ 50 ບ້ານ ໃນ 7 ເມືອງ ປະກອບມີ: ເມືອງທ່າແຂກ ຈຳນວນ 7 ບ້ານ, ຫີນບູນ 2 ບ້ານ, ບົວລະພາ 11 ບ້ານ, ໄຊບົວທອງ 4 ບ້ານ, ເຊບັ້ງໄຟ 3 ບ້ານ, ມະຫາໄຊ 21 ບ້ານ ແລະ ເມືອງຍົມມະລາດ 2 ບ້ານ.
   ຈຸດປະສົ່ງຂອງການຂະຫຍາຍ ຕາໜ່າງໂທລະໂຄ່ງໃນຂອບເຂດທົ່ວປະເທດ ກໍເພື່ອເປັນການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ລັດ
, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ເຜີຍແຜ່ຂໍ້ມູນຂ່າວສານ, ແຈ້ງກ່ຽວກັບສະພາບການຕ່າງໆ ໂດຍສະເພາະ ສະພາບການປ່ຽນແປງຂອງດິນຟ້າອາກາດ ເພື່ອໃຫ້ປະຊາຊົນໄດ້ມີສະຕິລະວັງຕົວ ແລະ ກຽມພ້ອມຮັບມືໄດ້ທັນເວລາ. ເນື່ອງຈາກວ່າປະຊາຊົນທີ່ຢູ່ໃນ ສປປ ລາວ ສ່ວນໃຫຍ່ແມ່ນມີອາຊີບທຳການຜະລິດກະສິກຳ ແລະ ຢູ່ແບບກະແຈກກະຈາຍ ຄຽງຄູ່ກັບການພັດທະນາສື່ທີ່ທັນສະໄໝ ການຂະຫຍາຍລະບົບໂທລະໂຄ່ງ ຈຶ່ງເຫັນວ່າມີຄວາມສຳຄັນ ແລະ ຈຳເປັນໃນການໂຄສະນາເຜີຍແຜ່ຂໍ້ມູນ ທີ່ມີຄວາມແທດເໝາະກັບສະພາບປັດຈຸບັນ ໂດຍສະ ເພາະໃນເຂດຊົນນະບົດຫ່າງໄກສອກຫລີກ. ລະບົບໂທລະໂຄງທີ່ມອບໃນຄັ້ງນີ້, ແມ່ນໄດ້ມີການຕິດຕັ້ງອຸປະກອນທີ່ສາມາດຮັບສັນຍານຈາກສະຖານີວິທະຍຸຂອງຂັ້ນສູນກາງ, ຂັ້ນແຂວງ ແລະ ວິທະຍຸຂອງເມືອງ ເພື່ອສົ່ງຕໍ່ຂໍ້ມູນຂ່າວສານລົງສູ່ພໍ່ແມ່ປະຊາຊົນໄດ້ຢ່າງກວ້າງຂວາງ ແລະ ທົ່ວເຖິງ.
  ນອກຈາກມອບໂທລະໂຄ່ງດັ່ງກ່າວແລ້ວ, ຄະນະທີມງານຈາກກະຊວງ ກໍຄື ກົມທີ່ກ່ຽວຂ້ອງຍັງໄດ້ຝຶກອົບຮົມທາງດ້ານທິດສະດີ
, ການຕິດຕັ້ງ ແລະ ການຮັກສາໂທລະໂຄ່ງຂັ້ນພື້ນຖານ ໃຫ້ແກ່ພະນັກ ງານຮັບຜິດຊອບຂັ້ນແຂວງ, ຂັ້ນເມືອງ ໃຫ້ສາມາດນໍາເອົາຄວາມຮູ້ດັ່ງກ່າວໄປເຜີຍແຜ່ ແລະ ຈັດຕັ້ງປະຕິບັດຢູ່ໃນບ້ານເປົ້າໝາຍຂອງທ້ອງຖິ່ນຕົນ.

ໃນໂອກາດລົງມາເຄື່ອນໄຫວວຽກງານຢູ່ແຂວງຄຳມ່ວນ, ທ່ານຮອງລັດຖະມົນຕີ ກະຊວງ ຖວທ ພ້ອມດ້ວຍຄະນະ ຍັງໄດ້ລົງຢ້ຽມຢາມສະຖານທີ່ທ່ອງທ່ຽວ ທ່າຝຣັ່ງ ແລະ ຖໍ້ານາງແອ່ນ ເມືອງທ່າແຂກ ຕື່ມອີກ.

ຂ່າວ: ກອງຄຳ

KPL

ຂ່າວອື່ນໆ

ads
ads

Top