ສປຈີນ-ຣັດເຊຍ ລົງນາມຂໍ້ຕົກລົງ ຄວາມຮ່ວມມື ດ້ານພິພິທະພັນ

09/06/2023 16:08
Email Print 625
ຂປລ ທ່ານ ໂຈວສະວິນຫົວ ປະທານ ພິພິທະພັນ ປະຫວັດສາດ ຊຽງໄຮ້ ແລະ ທ່ານ ອາເລັກເຊຍ ເລວິຄິນ ຜູ້ອຳນວຍການ ພິພິທະພັນ ປະຫວັດສາດ ຂອງຣັດເຊຍ ໄດ້ເຂົ້າຮ່ວມ ໃນພິທີ ລົງນາມ ບົດບັນທຶກ ຂໍ້ຕົກລົງ ຄວາມຮ່ວມມື ທີ່ເປັນມິດ ຢູ່ນະຄອນຫລວງ ມົດສະກູ ປະເທດ ຣັດເຊຍ.

ຂປລ.ສຳນັກຂ່າວ ຊິນຮວາຂອງ ສປຈີນ, ວັນທີ 8 ມິຖຸນາ, ທ່ານ ໂຈວສະວິນຫົວ ປະທານ ພິພິທະພັນ ປະຫວັດສາດ ຊຽງໄຮ້ ແລະ ທ່ານ ອາເລັກເຊຍ ເລວິຄິນ ຜູ້ອຳນວຍການ ພິພິທະພັນ ປະຫວັດສາດ ຂອງຣັດເຊຍ ໄດ້ເຂົ້າຮ່ວມ ໃນພິທີ ລົງນາມ ບົດບັນທຶກ ຂໍ້ຕົກລົງ ຄວາມຮ່ວມມື ທີ່ເປັນມິດ ຢູ່ນະຄອນຫລວງ ມົດສະກູ ປະເທດ ຣັດເຊຍ. ສອງຝ່າຍ ໄດ້ເອກະພາບ ຕົກລົງ ດຳເນີນການແລກປ່ຽນ ແລະ ຄວາມຮ່ວມມື ດ້ານການຝຶກ ອົບຮົມ ບຸກຄະລາກອນ, ການຈັດນິເທດສະການ, ການແບ່ງປັນ ຊັບພະຍາກອນ ດິຈິຕອນ ແລະ ການອະນຸລັກ ມໍລະດົກ ທາງວັດທະນະທຳ ແລະ ອື່ນໆ./.

KPL

ຂ່າວອື່ນໆ

ads
ads

Top