ອູແກຣນ ຈັດງົບປະມານຟື້ນຟູໃນຂົງເຂດນໍ້າ ຈຳນວນ 40 ກວ່າລ້ານໂດລາ

09/06/2023 16:06
Email Print 434
ຂປລ ລັດຖະບານ ອູແກຣນ ໄດ້ຈັດສັນບ້ວງເງິນ 41 ລ້ານ ໂດລາສະຫະລັດ ເພື່ອຈັດຫານໍ້າດື່ມ ໃຫ້ແກ່ ພື້ນທີ່ຕ່າງໆ ທີ່ໄດ້ຮັບ ຜົນກະທົບ ຈາກ ການທຳລາຍເຂື່ອນ ຂອງ ໂຮງໄຟຟ້າ ພະລັງງານນໍ້າ ຄາຄົຟກາ (Kakhovka). ເຈົ້າໜ້າທີ່ສຳນັກງານກ່ຽວຂ້ອງ ເປີດເຜີຍວ່າ: ແຜນການ ກໍ່ສ້າງທໍ່ສົ່ງນໍ້າ ສາຍຫລັກ ທາງພາກໃຕ້ ຂອງ ອູແກຣນ ເພື່ອຟື້ນຟູ ການຈັດຫານໍ້າ ໄປສູ່ຕົວເມືອງ ແລະ ໝູ່ບ້ານຕ່າງໆ ທີ່ພວມຂາດແຄນນໍ້າ

ຂປລ.ສຳນັກຂ່າວ ຊິນຮວາຂອງ ສປຈີນ, ວັນທີ 7 ເດືອນມິຖຸນາ, ສຳນັກງານ ເພື່ອການຟື້ນຟູ ແລະ ພັດທະນາ ພື້ນຖານ ໂຄງລ່າງ ຂອງ ອູແກຣນ ລະບຸວ່າ: ລັດຖະບານ ອູແກຣນ ໄດ້ຈັດສັນບ້ວງເງິນ 41 ລ້ານ ໂດລາສະຫະລັດ ເພື່ອຈັດຫານໍ້າດື່ມ ໃຫ້ແກ່ ພື້ນທີ່ຕ່າງໆ ທີ່ໄດ້ຮັບ ຜົນກະທົບ ຈາກ ການທຳລາຍເຂື່ອນ ຂອງ ໂຮງໄຟຟ້າ ພະລັງງານນໍ້າ ຄາຄົຟກາ (Kakhovka). ເຈົ້າໜ້າທີ່ສຳນັກງານກ່ຽວຂ້ອງ ເປີດເຜີຍວ່າ: ແຜນການ ກໍ່ສ້າງທໍ່ສົ່ງນໍ້າ ສາຍຫລັກ ທາງພາກໃຕ້ ຂອງ ອູແກຣນ ເພື່ອຟື້ນຟູ ການຈັດຫານໍ້າ ໄປສູ່ຕົວເມືອງ ແລະ ໝູ່ບ້ານຕ່າງໆ ທີ່ພວມຂາດແຄນນໍ້າ, ໂດຍທໍ່ມີຄວາມຍາວ 87 ກິໂລແມັດ ຈະແບ່ງເປັນ 3 ສ່ວນ ແລະ ມີຂີດຄວາມ ສາມາດ ໃນການສູບນໍ້າ ລວມປະມານ 300.000 ແມັດກ້ອນຕໍ່ວັນ. ສ່ວນພື້ນທີ່ ບາງສ່ວນ ຂອງ ພາກພື້ນ ຄະນີໂປຣເປດຣຣອຟ ທາງພາກກາງ ແລະ ພາກພື້ນ  ຊາປໍຣິສເຊຍ ມີກໍລາຍີວ ແລະ ເຄີຣຊອນ ທາງພາກໃຕ້ ອາດຈະ ປະສົບກັບ ບັນຫາ ການຂາດແຄນນໍ້າ ຍ້ອນການທຳລາຍເຂື່ອນ ຂອງໂຮງໄຟຟ້າດັ່ງກ່າວ ສົ່ງຜົນໃຫ້ ລະດັບນໍ້າ ໃນອ່າງເກັບນໍ້າ  ຄາຄໍຟກາ ຫລຸດຕໍ່າລົງ ແລະ ເກີດນໍ້າຖ້ວມ ຄັ້ງໃຫຍ່ ໃນພື້ນທີ່ ບໍລິເວນດັ່ງກ່າວ./

KPL

ຂ່າວອື່ນໆ

ads
ads

Top