ຂປລ
*ເປີດສາກຂຶ້ນຢ່າງເປັນທາງແລ້ວ, ສຳລັບງານແຂ່ງຂັນກິລາຄົນພີການອາຊຽນ ຄັ້ງທີ 12 ຫລື ອາຊຽນພາຣາເກມ 2023 ທີ່ລາຊະອານາຈັກກຳປູເຈຍ ຮັບກຽດເປັນເຈົ້າພາບ ຊຶ່ງງານດັ່ງກ່າວ ມີນັກກິລາເຂົ້າຮ່ວມເກືອບ 3 ພັນຄົນ ສະເພາະສປປ ລາວ ສົ່ງເຂົ້າຮ່ວມແຂ່ງຂັນ 89 ຄົນ, ຍິງ 36 ຄົນຈາກທັງໝົດ 7 ປະເພດກິລາ. ຜ່ານການແຂ່ງຂັນ ທັບນັກກິລາລາວສາມາດໄດ້ 1 ຫລຽນເງິນ ແລະ 4 ຫລຽນທອງ ລວມ 5 ຫລຽນ.

*ເປີດສາກຂຶ້ນຢ່າງເປັນທາງແລ້ວ, ສຳລັບງານແຂ່ງຂັນກິລາຄົນພີການອາຊຽນ ຄັ້ງທີ 12 ຫລື ອາຊຽນພາຣາເກມ 2023 ທີ່ລາຊະອານາຈັກກຳປູເຈຍ ຮັບກຽດເປັນເຈົ້າພາບຊຶ່ງງານດັ່ງກ່າວ ມີນັກກິລາເຂົ້າຮ່ວມເກືອບ 3 ພັນຄົນສະ ເພາະ ສປປ ລາວ ສົ່ງເຂົ້າຮ່ວມແຂ່ງຂັນ 89 ຄົນ, ຍິງ 36 ຄົນຈາກທັງໝົດ 7 ປະເພດກິລາ. ຜ່ານການແຂ່ງຂັນ ທັບນັກກິລາລາວສາມາດໄດ້ 1 ຫລຽນເງິນ ແລະ 4 ຫລຽນທອງ ລວມ 5 ຫລຽນ. ສຳລັບ 1 ຫລຽນເງິນ ຈາກກິລາຍົກ ນໍ້າໜັກຍິງ ແລະ 4 ຫລຽນທອງ ຈາກກິລາຍົກນໍ້າໜັກຍິງ, ບານບ້ວງລໍ້ເລື່ອນຍິງ ແລະ ແລ່ນ-ລານ.

ສະເພາະຫລຽນເງິນທຳອິດແມ່ນໄດ້ຈາກ ນາງ ລັດສະໝີ ສີປະເສີດ ໃນການແຂ່ງຂັນກິລາຍົກນໍ້າໜັກ ຊຶ່ງການແຂ່ງຂັນ ໄດ້ເປີດສາກຂຶ້ນ ໃນວັນທີ 4 ມິຖຸນາ ຜ່ານມາ. ສຳລັບການແຂ່ງຂັນກິລາຍົກນໍ້າໜັກ ກິລາອາຊຽນ ພາຣາເກມ ມີ ການຊີງໄຊທັງໝົດ 38 ລາຍການ. ສະເພາະ ສປປ ລາວ ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນ 3 ຄົນ ຈາກ 6 ລາຍການ ກໍຄື ນາງ ລັດສະໝີ ສີປະເສີດ ຮຸ່ນນໍ້າໜັກ 41 ກິໂລກລາມຍິງ, ທ້າວ ເອື້ອຍ ສີມາຍ ຮຸ່ນ ນໍ້າໜັກ 54 ກິໂລກລາມ ຊາຍ ແລະ ທ້າວ ເປ້ຍ ລາວພັກດີ ຮຸ່ນນໍ້າໜັກ 49 ກິໂລກລາມ ຊາຍ; ທັງ 3 ຄົນ ໄດ້ລົງແຂ່ງຂັນໃນມື້ດຽວກັນ. ສະເພາະນາງ ລັດສະໝີ ສີປະເສີດ ເປັນອີກໜຶ່ງຄວາມຫວັງຫລຽນ ຂອງທັບນັກ ກິລາຍົກນໍ້າຄົນພິການລາວ ກໍບໍ່ເຮັດ ໃຫ້ຜິດຫວັງ ສາມາດຍາດໄດ້ 1 ຫລຽນເງິນ ແລະ 1 ຫລຽນທອງ.
ຂ່າວໂດຍ ສົງການ ພັນແພງດີ
KPL