ສະຫລອງ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກ

06/05/2025 20:04
Email Print 1822
ຂປລ ຂປລ. ພິທີສະເຫລີມສະຫລອງ ຄົບຮອບ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດ ແບບເອເລັກໂຕຣນິກ ຫລື EIR ໃນ ສປປ ລາວ ຈັດຂຶ້ນໃນວັນທີ 5 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ



ຂປລ. ພິທີສະເຫລີມສະຫລອງ ຄົບຮອບ
1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດ ແບບເອເລັກໂຕຣນິກ ຫລື EIR ໃນ ສປປ ລາວ ຈັດຂຶ້ນໃນວັນທີ 5 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ໂຄອີຊືມິ ຊືໂຕມຸ ເອກອັກຄະຣາຊະທູດແຫ່ງປະເທດຍີ່ປຸ່ນ ປະຈໍາ ສປປ ລາວ, ທ່ານ ບີລານ ໂອຣັງ ເຊັບ ດູຣານີ ຜູ້ຕາງໜ້າອົງການອຸຍນີເຊັບ ປະຈໍາ ສປປ ລາວ, ທ່ານ ທີໂມຕີ ອາມສຕຣອງ ຜູ້ຕາງໜ້າອົງການອະນາໄມໂລກ ປະຈໍາລາວ ​ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.




ທ່ານ ບຸນແຝງ ພູມມະໄລສິດ ​ໄດ້ກ່າວວ່າ: ວຽກງານການໃຫ້ວັກຊີນກັນພະຍາດຂອງ ສປປ ລາວ ແມ່ນເລີ່ມແຕ່ປີ
1982 ເປັນຕົ້ນມາ ການຈົດບັນທຶກ, ການລາຍງານແມ່ນຈົດບັນທຶກໃສ່ເຈ້ຍທັງໝົດ. ມາຮອດປີ 2015 ກະຊວງສາທາລະນະສຸກ ຈຶ່ງໄດ້ນໍາເອົາລະບົບ DHIS2 ເຂົ້າມານໍາໃຊ້ເພື່ອເກັບກໍາຂໍ້ມູນຕົວຊີ້ບອກ ຂອງກະຊວງສາທາລະນະສຸກ ຊຶ່ງເປັນບາດກ້າວຫັນປ່ຽນທີ່ສໍາຄັນ ແລະ ເຮັດໃຫ້ພະນັກງານ ມີຄວາມສະດວກສະບາຍ ໃນການບັນທຶກ, ລາຍງານດີຂຶ້ນກວ່າເກົ່າ. ຢ່າງໃດກໍຕາມໃນໄລ ຍະ 4-5 ປີຜ່ານມາ ຍັງພົບຂໍ້ຫຍຸ້ງຍາກຫລາຍຢ່າງ ໂດຍສະເພາະ ການຕົກຫລົ່ນຂອງຂໍ້ມູນທີ່ຈຸດບໍລິການ ຢູ່ບາງແຫ່ງທີ່ມີເດັກມາຮັບບໍລິການ ເປັນຈໍານວນຫລາຍໃນແຕ່ລະມື້, ແຕ່ຍັງບໍ່ສາມາດຈົດບັນທຶກ ແລະ ລາຍງານໄດ້ທັນກັບເວລາ. ລະບົບການບັນທຶກຂໍ້ມູນວັກຊີນກັນພະຍາດ ຂອງ ສປປ ລາວ ໄດ້ມີການປ່ຽນແປງອັນສໍາຄັນອີກຄັ້ງຄື: ການນໍາໃຊ້ລະບົບລົງທະບຽນແບບເອເລັກໂຕຣນິກ ຫລື ລະບົບ EIR ເຂົ້າມາເກັບກໍາສະຖິຕິການ ຮັບວັກຊີນຂອງເດັກນ້ອຍແຕ່ລະຄົນ.




ການນໍາໃຊ້ລະບົບເອເລັກໂຕຣນິກ ຫລື ລະບົບດີຈິຕອນເຂົ້າມາຊ່ວຍໃນການບັນທຶກ
, ວິເຄາະ, ລາຍງານຂໍ້ມູນແມ່ນທິດທາງຂອງກະຊວງສາທາລະນະສຸກ ກໍຄື ສປປ ລາວ ທີ່ຕ້ອງການກ້າວໄປສູ່ຄວາມທັນສະໄໝ ເທື່ອລະກ້າວ. ລະບົບ DHIS2 ຈະຊ່ວຍຫລຸດປະລິມານວຽກ, ຫລຸດຂໍ້ຜິດພາດໃນການບັນທຶກຈົດແຕ້ມ ໃຫ້ແກ່ພະນັກງານຜູ້ປະຕິບັດຕົວຈິງໃນທຸກຂັ້ນ ເຮັດໃຫ້ຂໍ້ມູນມີຄວາມວ່ອງໄວ, ມີຄຸນນະພາບ, ມີຄວາມປອດໄພ ແລະ ສ່ອງແສງໃຫ້ເຫັນສະພາບ ຂອງບັນຫາດ້ານສາທາລະນະສຸກຢ່າງຖືກຕ້ອງ ແລະ ຊັດເຈນທີ່ສຸດ, ຜູ້ບໍລິຫານແຕ່ລະຂັ້ນ ຈະສາມາດນໍາເອົາຂໍ້ມູນ ໃນລະບົບທັນສະໄໝນີ້ໄປນຳໃຊ້, ວິເຄາະ-ວິໄຈ ແລະ ວາງແຜນແກ້ໄຂບັນຫາໄດ້ຢ່າງຖືກຈຸດ ແລະ ມີປະສິດທິພາບ ຊຶ່ງຈຸດປະສົງຂອງລະບົບລົງທະບຽນການ ໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກ ເພື່ອຫລຸດຜ່ອນການນໍາໃຊ້ເອກະສານ ໃຫ້ໜ້ອຍລົງເທື່ອລະກ້າວ ຈະຊ່ວຍຫລຸດປະລິມານວຽກການຈົດບັນທຶກ ແລະ ການພິມລາຍງານ ຂອງພະນັກງານຜູ້ປະຕິບັດວຽກງານຕົວຈິງ ໃນແຕ່ລະຈຸດບໍລິການ; ຫລຸດຜ່ອນຂໍ້ຜິດພາດໃນການບັນທຶກ, ການລາຍງານຈາກການສັງຮວມ ບັນດາເອກະສານທີ່ມີເປັນຈໍານວນຫລາຍ; ຫລຸດຜ່ອນງົບປະມານຈໍານວນຫລາຍ ໃນການຈັດພິມບັນດາແບບຟອມຕ່າງໆ ຊຶ່ງການພິມຄັ້ງໜຶ່ງແມ່ນໃຊ້ງົບປະ ມານຈໍານວນຫລວງຫລາຍ ແລະ ກໍຍັງພົບບັນຫາຂໍ້ມູນບໍ່ຊັດເຈນ.

ໂອກາດນີ້, ທ່ານ ບຸນແຝງ ພູມມະໄລສິດ ໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຕໍ່ລັດຖະ ບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫລືອດ້ານງົບປະມານ, ອຸປະກອນ ແລະ ວິຊາການໃນການຈັດຕັ້ງປະຕິບັດ ຈົນເຫັນຜົນເປັນຮູບປະທໍານັບ ແຕ່ປີ 2023 ເປັນຕົ້ນມາ.

ຂ່າວ: ສູນສະຖິຕິ ແລະ ຂ່າວສານສາທາລະນະສຸກ

KPL

ຂ່າວອື່ນໆ

ads
ads

Top