ສຳເລັດການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV

05/05/2025 20:04
Email Print 125
ຂປລ ຂປລ. ງານແຂ່ງຂັນສີມືແຮງງານ ແຫ່ງຊາດ ຄັ້ງທີ 4 ພາຍໃຕ້ຄໍາຂວັນ ‘‘ສີມືແຮງງານລາວ ກ້າວສູ່ພາກພື້ນ ແລະ ສາກົນ’’ ໄດ້ສຳເລັດລົງເມື່ອບໍ່ດົນມານີ້, ທີ່ນະຄອນຫລວງວຽງຈັນ ໂດຍເຂົ້າຮ່ວມ ແລະ ມອບລາງວັນໃຫ້ຜູ້ຊະນະການແຂ່ງຂັນ ຂອງ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ນັກແຂ່ງຂັນເຂົ້າຮ່ວມ.



ຂປລ. ງານແຂ່ງຂັນສີມືແຮງງານ ແຫ່ງຊາດ ຄັ້ງທີ
4 ພາຍໃຕ້ຄໍາຂວັນ ‘‘ສີມືແຮງງານລາວ ກ້າວສູ່ພາກພື້ນ ແລະ ສາກົນ’’ ໄດ້ສຳເລັດລົງເມື່ອບໍ່ດົນມານີ້, ທີ່ນະຄອນຫລວງວຽງຈັນ ໂດຍເຂົ້າຮ່ວມ ແລະ ມອບລາງວັນໃຫ້ຜູ້ຊະນະການແຂ່ງຂັນ ຂອງ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ນັກແຂ່ງຂັນເຂົ້າຮ່ວມ.




ໂອກາດນີ້
, ທ່ານ ບຸນມາ ສິດທິໂສມ ຫົວໜ້າສະຖາບັນພັດທະນາສີມືແຮງງານ ກະຊວງ ຮສສ ໄດ້ລາຍງານຜົນການສຳເລັດ ຂອງງານດັ່ງກ່າວ, ເຊິ່ງຖືເປັນບາດກ້າວໃໝ່, ເປັນຈຸດເລີ່ມຕົ້ນທີ່ດີ, ທັງເປັນການສົ່ງເສີມການພັດທະ ນາສີມືແຮງງານໃຫ້ກ້າວສູ່ມາດຕະຖານຂອງພາກພື້ນ, ກະຕຸ້ນການພັດທະນາ ທ່າແຮງຄວາມສາມາດ ຂອງແຮງງານອັນນໍາໄປສູ່ການສ້າງມູນຄ່າເພີ່ມທາງດ້ານເສດຖະກິດ ແລະ ການແຂ່ງຂັນຂອງປະເທດບົນເວທີຂອງພາກພື້ນ ແລະສາກົນລວມທັງເປັນເວທີໃຫ້ໄວໜຸ່ມ, ນັກຮຽນວິຊາຊີບ ໄດ້ສະແດງຄວາມສາມາດ ດ້ານທັກສະສີມືແຮງງານ ໃນເວທີການແຂ່ງຂັນ, ນອກຈາກນັກຝຶກສີມືແຮງງານ ພາຍໃນສະຖານພັດທະນາສີມືແຮງງານແລ້ວ ຍັງໄດ້ມີນັກແຂ່ງຂັນຈາກ ສະຖານອາຊີວະສຶກສາ ທັງພາກລັດ ແລະ ເອກະຊົນພາຍໃນປະເທດ ເຂົ້າຮ່ວມແຂ່ງຂັນ ເຊິ່ງປະກອບມີ 5 ສາຂາຊ່າງ ຄື: ສາຂາຊ່າງຕິດຕັ້ງໄຟຟ້າອາຄານ, ສາຂາຊ່າງເວັບເຕັກໂນໂລຊີ, ສາຂາຊ່າງກຣາບຟິກດີຊາຍ, ສາຂາຊ່າງໄມ້ ແລະ ສາຂາປຸງແຕ່ງອາຫານ ໂດຍມີນັກແຂ່ງຂັນເຂົ້າຮ່ວມທັງໝົດ 74 ທ່ານ, ຍິງ 14 ທ່ານ ທີ່ມາຈາກສະຖານພັດທະນາສີມືແຮງງານ ສະຖານການສຶກສາທັງພາກລັດ ແລະ ເອກະຊົນ ເຂົ້າຮ່ວມ 24 ພາກສ່ວນ.

ການແຂ່ງຂັນທັງ 5 ສາຂາ, ລາງວັນຊະນະເລີດ ອັນດັບ 1 ແມ່ນໄດ້ຮັບຫລຽນຄຳ ພ້ອມດ້ວຍເງິນສົດ 10 ລ້ານກີບ, ລາງວັນທີ 2 ໄດ້ຮັບຫລຽນເງິນ ພ້ອມເງິນສົດ 5 ລ້ານກີບ, ລາງວັນທີ 3 ໄດ້ຮັບຫລຽນທອງ ພ້ອມດ້ວຍເງິນສົດ 3 ລ້ານກີບ.

ຜົນການແຂ່ງຂັນ ຜູ້ທີ່ໄດ້ຮັບລາງວັນຊະນະເລີດ ໃນສາຂາ ເວັບເຕັກໂນໂລຊີ ແມ່ນ ທ້າວ ເກັງ ເຮີ ຈາກສະຖາບັນພັດທະນາສີມືແຮງງານ, ສາຂາ ກຣາບຟິກດີຊາຍ ແມ່ນ ທ້າວ ຕູເລົ່າ ຢົງນູ ຈາກສະຖາບັນພັດທະນາສີມືແຮງງານ, ສາຂາຕິດຕັ້ງໄຟຟ້າ ແມ່ນ ທ້າວ ບີ ແກ້ວມະນີ ຈາກສະຖາບັນ ພັດທະນາສີມືແຮງງານ, ສາຂາຊ່າງໄມ້ ແມ່ນ ທ້າວ ຊາຍ ທິບພະວັນດີ ຈາກສູນພັດທະນາ ແລະ ທົດສອບສີມືແຮງງານເວດສະພົງ ແລະ ສາຂາປຸງແຕ່ງອາຫານແມ່ນ ນາງ ດອກແກ້ວ ໝື່ນວິເສດ ຈາກວິທະຍາໄລເຕັກນິກປາກປ່າສັກ.


ຂ່າວ-ພາບ: ກິດຕາ

KPL

ຂ່າວອື່ນໆ

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

    • ເລືອດຈ້າງ ເກີດຈາກສາເຫດຫຍັງສຶກສາ-ກິລາ

      ເລືອດຈ້າງ ເກີດຈາກສາເຫດຫຍັງ

      2/17/2025 10:43:56 AM

      ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ.

    • ເຕັກນິກການລ້່ຽງກົບສຶກສາ-ກິລາ

      ເຕັກນິກການລ້່ຽງກົບ

      2/5/2025 10:14:07 AM

      ກົບທີ່ບໍລິໂພກສ່ວນຫລາຍໄດ້ມາຈາກທຳມະຊາດຕາມທົ່ງໄຮ່ທົ່ງນາ, ຕາມທ້ອງຖິ່ນຕ່າງໆ ແຕ່ເໜືອຮອດໃຕ້, ໃນໄລຍະລະດູຝົນຈະມີຫລາຍ, ແຕ່ປັດຈຸບັນກົບຢູ່ຕາມທຳມະຊາດນັບມື້ຫລຸດໜ້ອຍຖອຍລົງ, ເນື່ອງຈາກວ່າສັງຄົມນັບມື້ຂະຫຍາຍຕົວວິທີການຊອກ ຫາ ແລະ ອຸປະກອນເຄື່ອງມືກໍທັນສະໄໝກວ່າແຕ່ກ່ອນ.

    • ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນສຶກສາ-ກິລາ

      ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນ

      1/23/2025 3:32:45 PM

      ຂປລ. ໃນລະຫວ່າງວັນທີ 20-24 ມັງກອນ 2025 ນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຝຶກອົບຮົມໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນ ຄັ້ງທີ 5 ຫລາຍກວ່າ 1.120 ຄົນ ເພື່ອປະຕິບັດ ພາ ລະບົດບາດຂອງຕົນ ໃນການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ ໃນຂັ້ນໂຮງຮຽນ ແລະ ກຸ່ມໂຮງຮຽນ ໂດຍໄດ້ຮັບການ ສະໜັບສະໜູນ ຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ).

ads
ads

Top