ລັດຖະມົນຕີກະຊວງ ຖວທ ຕ້ອນຮັບທູດ ເຂົ້າຢ້ຽມອໍາລາ

02/06/2023 15:13
Email Print 972
ຂປລ ຂປລ. ໃນວັນທີ 2 ມິຖຸນາ 2023 ນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ຈອນ ເພຍຊັນ(John Pearson)

 

      ຂປລ. ໃນວັນທີ 2 ມິຖຸນາ 2023 ນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ຈອນ ເພຍຊັນ(John Pearson), ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສະ ຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈຳ ສປປ ລາວ ໃນໂອກາດທີ່ສຳເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.
   ໂອກາດດັ່ງກ່າວ
, ທ່ານ ນາງ ສວນສະຫວັນ ວິຍະເກດ  ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ຜົນສໍາເລັດ​ໃນການປະຕິບັດໜ້າທີ່ ຕະຫລອດໄລຍະເວລາເກືອບ 4 ປີຂອງທ່ານ ຈອນ ເພຍຊັນ ທີ່ໄດ້ປະກອບສ່ວນຢ່າງຫ້າວຫັນ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ລາວ-ອັງກິດ ເປັນຕົ້ນ ຂະແໜງການສຶກສາ, ສາທາລະນະສຸກ, ການເກັບກູ້ລະເບີດບໍ່ທັນແຕກ, ການຮັກສາສິ່ງແວດລ້ອມ ແລະ ອື່ນໆ ເຊິ່ງການຊ່ວຍເຫລືອດັ່ງກ່າວ, ໄດ້ປະ ກອບສ່ວນສຳຄັນເຂົ້າໃນການສ້າງສາພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ທັງເປັນການເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງສອງປະເທດ.  ທ່ານ ນາງ ສວນສະຫວັນ ວິຍະເກດ ຖືໂອ ກາດນີ້, ຂອບໃຈມາ​ຍັງລັດຖະບານ ແລະ ປະຊາຊົນອັງກິດ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍ ເຫລືອ ສປປ ລາວ ໃນໄລຍະຜ່ານມາ. ພ້ອມນີ້, ກໍໄດ້ອວຍພອນໃຫ້ທ່ານທູດກັບຄືນປະເທດ ດ້ວຍຄວາມປອດໄພ.
   ໂອກາດດຽວກັນນີ້
, ທ່ານ ຈອນ ເພຍຊັນ ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາ ຊົນລາວ ກໍຄື  ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນຊ່ວຍເຫລືອ ແລະ ອໍານວຍຄວາມສະດວກຕະ ຫລອດໄລຍະການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ໃນຄັ້ງນີ້ ຈົນໄດ້ຮັບຜົນສໍາເລັດອັນຈົບງາມ.

ຂ່າວ: ກິດຕາ

ພາບ: ເກດສະໜາ

KPL

ຂ່າວອື່ນໆ

ads
ads

Top