ລັດຖະມົນຕີປະຈຳ ສນຍ ຊຸກຍູ້ ບັນດາ​ໂຄງການ​ພັດ​ທະນາ​ຢູ່ເມືອງໂຂງ

02/06/2023 15:07
Email Print 886
ຂປລ ຂປລ. ​ໂອກາດເຄື່ອນໄຫວວຽກງານຢູ່ແຂວງຈຳປາສັກ, ໃນວັນທີ 1 ມິຖຸນາ 2023 ນີ້, ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ(ສນຍ) ພ້ອມຄະນະ ໄດ້ລົງຕິດ ຕາມ, ຊຸກຍູ້ ໂຄງການເຂດພັດທະນາເສດຖະກິດໃໝ່ສີທັນດອນ

 

 

    ຂປລ. ​ໂອກາດເຄື່ອນໄຫວວຽກງານຢູ່ແຂວງຈຳປາສັກ, ໃນວັນທີ 1 ມິຖຸນາ 2023 ນີ້, ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ(ສນຍ) ພ້ອມຄະນະ ໄດ້ລົງຕິດ ຕາມ, ຊຸກຍູ້ ໂຄງການເຂດພັດທະນາເສດຖະກິດໃໝ່ສີທັນດອນ ແລະ ໂຄງການໄຟຟ້າພະລັງງານແສງຕາເວັນ ຢູ່ເມືອງໂຂງ ໂດຍມີ ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈຳປາສັກ, ທ່ານ ນາງ ຄໍາພູ ລິດທິສັກ ເຈົ້າເມືອງໂຂງ, ພ້ອມດ້ວຍການນຳບັນດາພະແນກການຂອງແຂວງ, ຂະແໜງການກ່ຽວຂ້ອງ ຮ່ວມຕິດຕາມ.
   ທ່ານ ອຸໄທ ແກ້ວໃຈຍົມ ຮອງອຳນວຍການໃຫຍ່ ບໍລິສັດ ຮ່ວມພັດທະນາສີທັນດອນ ຈຳກັດ ໄດ້ລາຍງານ ສະພາບລວມຂອງໂຄງການດັ່ງກ່າວ​ວ່າ: ເຂດພັດທະນາເສດຖະກິດໃໝ່ສີທັນດອນ ເປັນໜຶ່ງເຂດພັດທະນາ ທີ່ໄດ້ຮັບອະນຸຍາດລົງທຶນຈາກລັດຖະບານແຫ່ງ ສປປ ລາວ ດ້ວຍມູນຄ່າການລົງທຶນ
1.330 ລ້ານໂດລາ, ມີອາຍຸສໍາປະທານ 50 ປີ ແລະ ໄດ້ເລີ່ມລົງມື້ຈັດຕັ້ງປະຕິບັດໂຄງການ ນັບແຕ່ປີ 2018 ເປັນຕົ້ນມາ; ການຈັດຕັ້ງປະຕິບັດ ມີຜົນສຳເລັດຫລາຍດ້ານ ເປັນຕົ້ນ ການກໍ່ສ້າງພື້ນຖານໂຄງລ່າງ, ປະກອບສ່ວນທຶນເຂົ້າໃນການປັບປຸງ, ພັດທະນາພື້ນຖານໂຄງລ່າງສຳຄັນຈຳເປັນ ບໍ່ສະເພາະເພື່ອນໍາໃຊ້ເຂົ້າໃນວຽກງານຂອງໂຄງການ ແຕ່ຍັງຊ່ວຍເຫລື​ອສັງຄົມ, ຊຸມຊົນ, ປະຊາຊົນໄດ້ນໍາໃຊ້ ໂດຍສະເພາະການກໍ່ສ້າງເສັ້ນທາງອ້ອມດອນໂຂງ ມີຄວາມຍາວ 43,5 ກິໂລແມັດ, ໂຄງການກໍ່ສ້າງກັນເຈື່ອນແມ່ນໍ້າຂອງ 4,8 ກິໂລແມັດ, ກໍ່ສ້າງສຳເລັດແລ້ວ 2,4 ກິໂລແມັດ ມູນຄ່າການລົງທຶນທັງໝົດ:   16.480.000 ໂດລາສະຫະລັດ ແລະ ການຊ່ວຍເຫລືອກໍ່ສ້າງໂຮງຮຽນປະຖົມບ້ານຂີ້ນາກ ລວມມູນຄ່າ ຫລາຍກວ່າ 34,5 ລ້ານໂດລາສະຫາລັດ, ການກໍ່ສ້າງໂຮງແຮມ, ສະໜາມກ໊ອບ, ຕຶກອາຄານຕ່າງໆ ລວມທັງໂຄງການກໍ່ສ້າງຕຶກແຄນຄູ່ ເຊິ່ງເປັນສັນຍາລັກ ​ແລະ ຂີດໝາຍສຳຄັນຂອງການພັດທະນາໂຄງ ການ ໃຫ້ກ້າວສູ່ຜົນສຳເລັດຢ່າງສົມບູນໃນຕໍ່ໜ້າ.
   ໂອກາດດັ່ງກ່າວ
, ທ່ານລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ພ້ອມຄະນະນໍາຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ກໍໄດ້ມີຄຳເຫັນປະກອບເຂົ້າໃສ່ ແຜນການພັດທະນາ ຂອງບໍລິສັດຜູ້ພັດທະນາ, ພ້ອມນັ້ນ ກໍຈະໄດ້ຮິບໂຮມເອົາບັນດາຂໍ້ສະເໜີ, ຂໍ້ຫຍຸ້ງຍາກຕ່າງໆກັບໄປຄົ້ນຄວ້າ ເພື່ອສະ ເໜີລາຍງານຕໍ່ລັດຖະບານ ເພື່ອຊຸກຍູ້ໃຫ້ໂຄງການດັ່ງກ່າວ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິ ພາບປະສິທິຜົນຕາມແຜນທີ່ວາງໄວ້. ຈາກນັ້ນ, ຄະນະດັ່ງກ່າວ ຍັງໄດ້ລົງເບິ່ງຕົວຈິງບັນດາກິດຈະກຳ ຂອງໂຄງການ ເປັນຕົ້ນ ຈຸດກໍ່ສ້າງຕຶກແຄນຄູ່, ເຂດນິຄົມອຸດສາຫະກຳການປະມົງລາວ-ແມ່ນ້ຳຂອງ ທີ່ເປັນສ່ວນໜຶ່ງຂອງໂຄງການດັ່ງກ່າວ ແລະ ໃນວັນດຽວກັນ, ທ່ານລັດຖະມົນຕີປະຈຳສຳນັກງານນາຍົກ ຍັງໄດ້ລົງຊຸກຍູ້ ໂຄງການ ໄຟຟ້າພະລັງງານແສງຕາເວັນ ເມືອງໂຂງ ແຂວງຈຳປາສັກ ທີ່ບໍລິສັດ ເມືອງໂຂງ ຄິຣນເອເນີຈີ ຈຳກັດ ເປັນຜູ້ພັດທະນາໂຄງການດັ່ງກ່າວ ຕື່ມອີກ.

ຂ່າວ: ທັດຊະນະ

KPL

ຂ່າວອື່ນໆ

ads
ads

Top