ຫາລືກະກຽມ ແລະ ດຳເນີນການເປັນ ປະທານ ອາຊຽນຂອງ ສປປ ລາວ ໃນປີ 2024

01/06/2023 16:05
Email Print 861
ຂປລ ຂປລ. ວັນທີ 1 ມິຖຸນາ 2023 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ຮອງປະທານ, ຜູ້ປະຈໍາການຄະນະກໍາມາການຊີ້ນໍາລະດັບຊາດ ເພື່ອກະກຽມ ແລະ ດໍາເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024

 

      ຂປລ. ວັນທີ 1 ມິຖຸນາ 2023 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ຮອງປະທານ, ຜູ້ປະຈໍາການຄະນະກໍາມາການຊີ້ນໍາລະດັບຊາດ ເພື່ອກະກຽມ ແລະ ດໍາເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ໄດ້ເປັນປະທານກອງປະຊຸມການກະກຽມ ແລະ ດໍາເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ໂດຍມີບັນດາຮອງນາຍົກລັດຖະມົນຕີ, ລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາກະຊວງ, ຂະແໜງການຕ່າງໆ ເຂົ້າຮ່ວມ.
    ກອງປະຊຸມຄັ້ງນີ້
,  ໄດ້ທົບທວນຄືນຄວາມຄືບໜ້າບັນດາໜ້າວຽກຂອງ 14 ອະນຸກໍາມະການ ເຊັ່ນ: ດ້ານເນື້ອໃນ; ການອອກແບບກາໝາຍປະທານ; ການສ້າງວີດີໂອສັ້ນສໍາລັບການຮັບເປັນປະທານອາຊຽນ; ການກະກຽມທີ່ພັກ ແລະ ພາຫະນະສໍາລັບບັນດາປະມຸກລັດ/ຫົວໜ້າລັດຖະບານ ແລະ ຄະ ນະຜູ້ແທນ ຫລື ນັກຂ່າວ; ສະຖານທີ່ຈັດກອງປະຊຸມ; ອຸປະກອນຮັບໃຊ້; ພະນັກງານຮັບໃຊ້ກອງປະຊຸມ; ແຜນງົບປະມານ; ການປັບປຸງເສັ້ນທາງ, ໄຟຟ້າ, ນໍ້າປະປາ, ສະໜາມບິນ, ລະບົບການສື່ສານ, ສະຖານທີ່ທ່ອງທ່ຽວ ແລະ ອື່ນໆ ທີ່ມີຄວາມຈໍາເປັນຕ້ອງກະກຽມລ່ວງໜ້າ.
   ​ໂອກາດ​ນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ເນັ້ນໃຫ້ບັນດາອະນຸກໍາມະການ ສືບຕໍ່ດໍາເນີນການກະກຽມບັນດາໜ້າວຽກຂອງຕົນດ້ວຍຄວາມເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບສູງ ໂດຍສະ ເພາະໜ້າວຽກທີ່ຮີບດ່ວນທີ່ຕ້ອງໃຫ້ສໍາເລັດ ເພື່ອໃຫ້ທັນກັບການມອບ-ຮັບປະທານອາຊຽນ ຈາກອິນໂດເນເຊຍ  ໃນໂອກາດກອງປະຊຸມສຸດຍອດອາຊຽນ ຄັ້ງທີ
43 ໃນເດືອນກັນຍາ 2023 ນີ້ ແລະ ຊຸກຍູ້ໃຫ້ບັນດາຂະແໜງການທີ່ຈະເປັນປະທານກອງປະຊຸມອາຊຽນໃນປີ 2024 ສືບຕໍ່ກະກຽມດ້ານດ້ານເນື້ອໃນ, ດ້ານພະລາທິການ ແລະ ດ້ານອື່ນໆ ໃຫ້ມີຄວາມກຽມພ້ອມ ເພື່ອຮັບປະກັນຜົນສໍາເລັດຂອງກອງປະຊຸມຂອງຕົນ ແລະ ສືບຕໍ່ກະກຽມຕ່າງໆ ໃຫ້ແກ່ການຈັດກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມສໍາຄັນອື່ນໆ ທີ່ຈະຈັດຂຶ້ນຢູ່ ສປປ ລາວ ໃນປີ 2024 ໄດ້ຮັບຜົນສໍາເລັດຢ່າງຈົບງາມ.

ພາບ: ຂັນໄຊ

KPL

ຂ່າວອື່ນໆ

ads
ads

Top