ສະຫລອງ ວັນຊາສາກົນປີ 2023 ສົ່ງເສີມອຸດສາຫະກຳຊາລາວ ໃຫ້ໂດດເດັ່ນ

25/05/2023 13:12
Email Print 17681
ຂປລ ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້ ຈັດພິທີສະເຫລີມສະຫລອງວັນຊາສາກົນຢູ່ລາວ ແນໃສ່ເສີມຂະຫຍາຍຊື່ສຽງຂອງຊາລາວ ທີ່ເປັນສິນຄ້າຄຸນນະພາບ ແລະ ສ້າງພາບພົດອັນເຂັ້ມແຂງຂອງຊາໃນລາວ,


ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້ ຈັດພິທີສະເຫລີມສະຫລອງວັນຊາສາກົນຢູ່ລາວ ແນໃສ່ເສີມຂະຫຍາຍຊື່ສຽງຂອງຊາລາວ ທີ່ເປັນສິນຄ້າຄຸນນະພາບ ແລະ ສ້າງພາບພົດອັນເຂັ້ມແຂງຂອງຊາໃນລາວ, ພ້ອມທັງຊຸກຍູ້ໃຫ້ມີການແຂ່ງຂັນທີ່ເປັນມິດ ແລະ ການຮັບຮູ້ໃນຊຸມຊົນຊາທ້ອງຖິ່ນ ​ໂດຍໄດ້ເຕົ້າໂຮມເອົາກະສິກອນ ຜູ້ຜະລິດ, ຜູ້ຊ່ຽວຊານໃນຂະແໜງ, ຜູ້ບໍລິໂພກ, ແລະ ພາກສ່ວນທີ່ກ່ຽວຂ້ອງຈາກທົ່ວປະເທດ ມາ​ເຂົ້າ​ຮ່ວມ. ທັງນີ້, ກໍເພື່ອເປັນການຮັບຮູ້ເຖິງຄວາມສຳຄັນຂອງຊາ ໃນຊີວິດປະຈຳວັນຂອງປະຊາຊົນລາວ ແລະ ທ່າແຮງໃນການຫລຸດຜ່ອນຄວາມທຸກຍາກ ແລະ ສ້າງໂອກາດທາງດ້ານເສດຖະກິດໃນປະເທດ.

ໃນ​ພິທີ, ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ກ່າວວ່າ: ເຖິງວ່າຂະແໜງຊາລາວເຮົາ ມີເງື່ອນໄຂການເຕີບໂຕທີ່ສະດວກ ແລະ ມີຄວາມໃກ້ຊິດຕິດແທດຂອງຕະຫລາດ ໃນຈີນກໍຕາມ, ແຕ່ເພື່ອບັນລຸເປົ້າໝາຍຢ່າງເຕັມທີ່, ຂະແໜງການຊາ ຍັງປະສົບກັບສິ່ງທ້າທາຍຫລາຍຢ່າງ ໂດຍສະເພາະ, ກະສິກອນຍັງມີຄວາມຮູ້ ແລະ ຄວາມສາມາດກ່ຽວກັບການປຸງແຕ່ງຊາທີ່ຈຳກັດ ແລະ ເຂົາເຈົ້າບໍ່ໄດ້ຮັບການສົ່ງເສີມພຽງພໍເພື່ອສົ່ງອອກຊາ ​ເຊິ່ງການຈັດງານຄັ້ງນີ້, ແມ່ນເນັ້ນໃສ່​ເຕົ້າ​​ໂຮມ​ເອົາບັນດາຜູ້ມີບົບບາດໃນລະບົບຕ່ອງໂສ້ຄຸນຄ່າຊາ  ເພື່ອສົ່ງເສີມພາບພົດທີ່​ດີ ແລະ ການຂາຍຊາລາວ. ພ້ອມ​ນີ້, ທ່ານ​ຍັງ​ສະ​ແດງ​ຄວາມ​ຫວັງ​ວ່າ: ງານຄັ້ງນີ້ ຈະຊ່ວຍສົ່ງເສີມວັດທະນະທຳຂອງຊາລາວ ແລະ ຄຸນນະພາບຂອງຊາໃນທົ່ວປະເທດ ໂດຍສະເພາະຂອງຊາລາວ ທີ່ມັກຈະຜະລິດຢູ່ໃນລະບົບນິເວດປ່າ ໄມ້ ໂດຍກະສິກອນລາຍຍ່ອຍ ຄວນຕ້ອງໄດ້ຮັບການອະນຸລັກ ແລະ ​ໃຫ້​ມີ​ການຂະຫຍາຍຕົວ.

ທ່ານນາງ ຊີບແລງ ຊົວຣ໌ (Siv-Leng CHHUOR) ເອກອັກຄະລັດຖະທູດຝຣັ່ງ ປະຈຳລາວ ໄດ້ກ່າວວ່າ: ພວກເຮົາມີຄວາມເຊື່ອໝັ້ນວ່າ ງານສົ່ງເສີມການດື່ມຊາ ນີ້ຈະປະສົບຜົນສຳເລັດ ແລະ ຫວັງວ່າ ວັນຊາສາກົນ ຈະໄດ້ຮັບການຈົດທະບຽນເປັນໜຶ່ງ ໃນບັນດາເຫດການສຳຄັນປະຈຳປີຂອງບັນ ດາວຽກງານໂຄສະນາພາຍໃນ ແລະ ສາກົນຂອງ ສປປ ລາວ.

ຜູ້ຜະລິດ ແລະ ສົ່ງອອກຊາຈາກທົ່ວປະເທດລາວ ແມ່ນຮ່ວມສະເຫລີມສະຫລອງວັນສໍາຄັນນີ້ ໂດຍມີຜູ້ຜະລິດ ແລະ ບັນດາບໍລິສັດຈາກແຂວງບໍ່ແກ້ວ, ໄຊຍະບູລີ, ຜົ້ງສາລີ, ຈຳປາສັກ ​ແລະ ​ແຂວງຫົວພັນ ໄດ້ວາງສະແດງຜະລິດຕະພັນຂອງຕົນ ເຊິ່ງສະແດງເຖິງຄວາມຫລາກຫລາຍ ແລະ ເອກະລັກຂອງເຂດແດນການປູກຊາຂອງເຂົາເຈົ້າ.



KPL

ຂ່າວອື່ນໆ

    • ຊຳຊຸງນຳສະເໜີນະວັດຕະກຳໃໝ່ຈາກ Galaxy ທີ່ທັນສະໄໝກວ່າເກົ່າເສດຖະກິດ

      ຊຳຊຸງນຳສະເໜີນະວັດຕະກຳໃໝ່ຈາກ Galaxy ທີ່ທັນສະໄໝກວ່າເກົ່າ

      7/10/2025 11:27:52 AM

      ຊຳຊຸງ ອີເລັກໂທຣນິກ ໄດ້ນຳສະເໜີ Galaxy ຊຸດໃໝ່ ໃນວັນທີ 09 ກໍລະກົດ 2025 ທີ່ອອກແບບ ເພື່ອໃຫ້ຜູ້ຊົມໃຊ້ປ່ຽນວິທີການເຊື່ອມຕໍ່, ເຮັດວຽກ ແລະ ເບິ່ງແຍງສຸຂະພາບ ໃຫ້ດີຍິ່ງຂຶ້ນ.

    • ສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ເປີດກອງປະຊຸມໃຫຍ່ ຄັ້ງທີ Vເສດຖະກິດ

      ສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ເປີດກອງປະຊຸມໃຫຍ່ ຄັ້ງທີ V

      7/9/2025 3:44:20 PM

      ຂປລ. ກອງປະຊຸມໃຫຍ່ຜູ້ແທນ ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ຄັ້ງທີ V ຈັດຂຶ້ນ ໃນວັນທີ 8 ກໍລະກົດ 2025 ໂດຍການເປັນປະທານຂອງ ສະຫາຍ ຄໍາແສນ ສີສະວົງ ປະທານສະມາ ຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ (ສທໜຊ)

    • ນັກທຸລະກິດ ລາວ-ຈີນ ຫາລືຮັດແໜ້ນ ການຮ່ວມມື ດ້ານການຄ້າ-ການລົງທຶນເສດຖະກິດ

      ນັກທຸລະກິດ ລາວ-ຈີນ ຫາລືຮັດແໜ້ນ ການຮ່ວມມື ດ້ານການຄ້າ-ການລົງທຶນ

      7/8/2025 12:16:42 PM

      ຂປລ. ພິທີພົບປະລະຫວ່າງ ນັກທຸລະກິດ ລາວ-ຈີນ ໄດ້ຈັດຂຶ້ນ ໃນວັນທີ 3 ກໍລະກົດ 2025 ຜ່ານມານີ້, ຢູ່ນະຄອນຫລວງວຽງຈັນ ໃນໂອກາດງານວາງສະແດງສິນຄ້າ ອຸດສາຫະກໍາ ແລະ ການຮ່ວມມືດ້ານການຄ້າລາວ-ຈີນ ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ

    • ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳເສດຖະກິດ

      ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳ

      6/30/2025 11:08:40 AM

      ຂປລ. ເຂດເສດຖະກິດພິເສດສາມຫລ່ຽມຄຳ ຈັດພິທີວາງສີລາລືກໂຄງການກໍ່ສ້າງບໍ່ນ້ຳຮ້ອນປຸ່ງເລາະ ທີ່ມີທໍ່ສົ່ງນ້ຳຍາວເກືອບ 50 ກິໂລແມັດ ໄດ້ຖືກນຳມານຳໃຊ້ຢ່າງເປັນທາງການ ໃນວັນທີ 27 ມິຖຸນາ 2025 2025 ແລະ ສຳເລັດການນຳສົ່ງນ້ຳພຸຮ້ອນທຳມະຊາດປຸ່ງເລາະ ເຖິງເຂດເສດຖະກິດພິ ເສດສາມຫລ່ຽມຄຳ, ຮັບປະກັນແຫລ່ງຊັບພະຍາກອນຫລັກ ໃຫ້ເຂດເສດຖະກິດພິເສດສາມຫລ່ຽມຄຳ ເພື່ອສ້າງໂຄງການທ່ອງທ່ຽວນ້ຳພຸຮ້ອນ ໂດຍມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ກ່າວ ຫລົງ ຮອງປະທານສະພາບໍລິຫານເຂດເສດຖະ ກິດພິເສດສາມຫລ່ຽມຄຳ, ທ່ານ ເວີ້ຍ ຈ້ຽນ ອຳນວຍການກຸ່ມບໍລິສັດດອກງິ້ວຄຳຈຳກັດ, ທ່ານ ຢາງ ຢົ່ງ ຜູ້ຮັບຜິດຊອບ ບໍລິສັດ ບຳລຸງຮັບສາສຸຂະພາບຊານຕົງຈູນຊ້ວງ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • 6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%ເສດຖະກິດ

      6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%

      6/24/2025 9:29:45 AM

      ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ແຂວງໄຊສົມບູນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບດໍາລັດ 414/ລບ ແລະ 2 ວາລະແຫ່ງຊາດຢ່າງແຂງແຮງ ເຮັດໃຫ້ເສດຖະກິດມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

ads
ads

Top