ຂປລ
*ອີກບໍ່ພໍເທົ່າໃດມື້ວັນປູກຕົ້ນໄມ້ແຫ່ງຊາດໝູນວຽນບັນຈົບຄົບຮອບຕາມການເວລາ ກໍຄືວັນທີ 1 ມິຖຸນານີ້ ເຊິ່ງແຕ່ລະປີໃນໄລຍະນີ້ບັນຍາກາດ ການຊື້-ຂາຍເບ້ຍໄມ້ມີຄວາມຄຶກຄື້ນເປັນພິເສດ ເພາະພາກລັດ ແລະ ເອກະຊົນ ກໍມີກິດຈະກໍາປູກໄມ້ໃຫ້ເປັນປ່າ ຕາມແນວທາງນະໂຍບາຍຂອງພັກ-ລັດ ເພື່ອເພີ່ມເນື້ອທີ່ການປົກຫຸ້ມປ່າໄມ້ ໃຫ້ໄດ້ແຜນທີ່ຕັ້ງ ໄວ້ 70 % ໃນປີ 2020 ຜ່ານມາເຖິງວ່າ ຈະບໍ່ບັນລຸຕາມຄາດໝາຍທີ່ຕັ້ງໄວ້ ສາເຫດເກີດຈາກຫລາຍປັດໄຈ ໂດຍສະເພາະແມ່ນການບົວລະບັກຮັກສາ, ກວດກາຕິດຕາມຫລັງຈາກທີ່ປູກແລ້ວ ເພື່ອເຮັດໃຫ້ຕົ້ນໄມ້ທີ່ປູກນັ້ນ ມີການເຕີບໃຫຍ່ຂະຫຍາຍຕົວ ສາມາດເພີ່ມເນື້ອທີ່ປ່າໄມ້ໃນອະນາຄົດໃຫ້ໄດ້.

*ອີກບໍ່ພໍເທົ່າໃດມື້ວັນປູກຕົ້ນໄມ້ແຫ່ງຊາດໝູນວຽນບັນຈົບຄົບຮອບຕາມການເວລາ ກໍຄືວັນທີ 1 ມິຖຸນານີ້ ເຊິ່ງແຕ່ລະປີໃນໄລຍະນີ້ບັນຍາກາດ ການຊື້-ຂາຍເບ້ຍໄມ້ມີຄວາມຄຶກຄື້ນເປັນພິເສດ ເພາະພາກລັດ ແລະ ເອກະຊົນ ກໍມີກິດຈະກໍາປູກໄມ້ໃຫ້ເປັນປ່າ ຕາມແນວທາງນະໂຍບາຍຂອງພັກ-ລັດ ເພື່ອເພີ່ມເນື້ອທີ່ການປົກຫຸ້ມປ່າໄມ້ ໃຫ້ໄດ້ແຜນທີ່ຕັ້ງ ໄວ້ 70 % ໃນປີ 2020 ຜ່ານມາເຖິງວ່າ ຈະບໍ່ບັນລຸຕາມຄາດໝາຍທີ່ຕັ້ງໄວ້ ສາເຫດເກີດຈາກຫລາຍປັດໄຈ ໂດຍສະເພາະແມ່ນການບົວລະບັກຮັກສາ, ກວດກາຕິດຕາມຫລັງຈາກທີ່ປູກແລ້ວ ເພື່ອເຮັດໃຫ້ຕົ້ນໄມ້ທີ່ປູກນັ້ນ ມີການເຕີບໃຫຍ່ຂະຫຍາຍຕົວ ສາມາດເພີ່ມເນື້ອທີ່ປ່າໄມ້ໃນອະນາຄົດໃຫ້ໄດ້. ແນວໃດກໍດີ, ເມື່ອເວົ້າເຖິງ ລະດູການປູກຕົ້ນໄມ້ແລ້ວແມ່ນລະດູການ ທີ່ຊາວສວນກ້າເບ້ຍໄມ້ຄອຍຖ້າ ເນື່ອງຈາກແຕ່ລະປີໄລຍະນີ້ ຊາວສວນກ້າ ຈະໄດ້ມີການກ້າເບ້ຍໄມ້ໄວ້ຈໍານວນຫລາຍ ເພື່ອຫວັງຈໍາໜ່າຍໃນໄລຍະວັນປູກຕົ້ນໄມ້ແຫ່ງຊາດ ເໝືອນສວນກ້າເບ້ຍໄມ້ປ່າທີ່ປີນີ້ ຜະລິດເບ້ຍໄມ້ 100.000 ກວ່າເບ້ຍ ເພື່ອສະໜອງວັນໃນປູກຕົ້ນໄມ້ແຫ່ງຊາດທີ່ຈະມາເຖິງນີ້.
ນາງ ຄໍາຫລ້າ ແສງປະເສີດ ເຈົ້າຂອງສວນກ້າເບ້ຍໄມ້ປ່າໄດ້ເວົ້າສູ່ຟັງວ່າ: ໃນໄລຍະວັນປູກຕົ້ນໄມ້ແຫ່ງຊາດຂອງທຸກໆປີ ແມ່ນໄລຍະທີ່ຊາວສວນກ້າເບ້ຍໄມ້ ຄອງຄອຍເພາະວ່າເປັນໄລຍະແຫ່ງການຈໍາໜ່າຍເບ້ຍໄມ້ ໄດ້ຫລາຍທີ່ສຸດ ບໍ່ວ່າຈະເປັນພາກລັດ ແລະ ເອກະຊົນ ກໍຈະເຂົ້າມາສັງຈອງ ເພື່ອສ້າງຂະບວນການປູກໄມ້ໃຫ້ເປັນປ່າ ໃນວັນປູກຕົ້ນໄມ້ແຫ່ງຊາດ ເຊິ່ງທຸກປີໆ ການຈໍາໜ່າຍເບ້ຍໄມ້ແມ່ນບໍ່ພຽງພໍ ກັບຄວາມຕ້ອງການຂອງສັງຄົມ ສະນັ້ນ,ປີນີ້ຈຶ່ງ ຜະລິດເບ້ຍໄມ້ ເກືອບ 100.000 ກວ່າເບ້ຍ ໄດ້ແກ່ໄມ້ຂະຍຸງ,ຂະຍຸງໄຫລໍາ, ດູ່ເລືອດ,ສັກທອງ,ແດງ,ແຕ້ຂ່າ,ຍາງນາ,ບາກ,ໂລງເລງ ແລະ ອື່ນໆອີກຫລາຍຊະນິດ ເຊິ່ງແຕ່ລະນິດແມ່ນກ້າເອງ ຂາຍກໍ່ບໍ່ແພງໃນລາຄາ 5 ຫາ 50 ພັນກີບຕໍ່ເບ້ຍ ຂຶ້ນໄປແລ້ວແຕ່ເບ້ຍນ້ອຍເບ້ຍໃຫຍ່ ທີ່ຂາຍຖືກນີ້ເພາະຢາກໃຫ້ສັງຄົມນໍາໃຊ້ ສິນຄ້າທີ່ເປັນຂອງຄົນລາວເຮົາເອງ ເພື່ອຫລຸດຜ່ອນການນໍາເຂົ້າສິນຄ້າຈາກປະເທດເພື່ອນບ້ານອີກດ້ວຍ.

ນາງ ຄໍາຫລ້າ ເວົ້າຕື່ມວ່າ: ການເຮັດອາຊີບນີ້ ຕ້ອງມີໃຈມັກແທ້ຈຶ່ງເຮັດໄດ້ເພາະຕ້ອງໄດ້ເອົາໃຈໃສ່ທຸກຂັ້ນຕອນ ຕັ້ງແຕ່ການເລືອກແກ່ນພັນ ຈົນຮອດການກ້າແກ່ນ ແລະ ການບົວລະບັດຮັກສາ ກໍເປັນສິ່ງສໍາຄັນ ເພື່ອເຮັດໃຫ້ເບ້ຍໄມ້ແຂງແຮງທົນທານ ແລະ ມີອັດຕາການລອດຕາຍສູງ ແຕ່ແນວໃດກໍດີ ເຖິງວ່າຕົ້ນໄມ້ຈະມີອັດຕາການລອດຕາຍສູງ ກໍຕາມ ຖ້າຂາດການ ຕິດຕາມກວດກາຫລັງການປູກນັ້ນ ກໍບໍ່ມີຄວາມໝາຍຫຍັງ. ສະນັ້ນ , ຈຶ່ງຮຽກຮ້ອງທົ່ວສັງຄົມ ໂດຍສະເພາະແມ່ນພາກສ່ວນທີ່ກ່ຽວຂ້ອງເອົາໃຈໃສ່ ເລື່ອງການເບິ່ງແຍງຫລັງການປູກ ເພື່ອບໍ່ເຮັດໃຫ້ຂະບວນການປູກ ຊໍ້າບ່ອນເກົ່າໃນແຕ່ລະປີ ແລະ ເພື່ອເພີ່ມຈໍານວນການປົກຫຸ່ມປ່າໄມ້ໃນອະນາຄົດອີກດ້ວຍ.
ເອົາເປັນວ່າພາກສວນໃດທີ່ມີແຜນປູກໄມ້ ປ່າ ໃນໄລຍະວັນປູກຕົ້ນໄມ້ແຫ່ງຊາດນີ້ ກໍສາມາດຕິດຕໍ່ສອບຖາມ ໄດ້ຜ່ານ ເຟສບຸກ ສວນກ້າເບ້ຍໄມ້ປ່າ ຫລື ເບີ 02098852560,02096824041.
ຂຽນໂດຍ: ມາລີດາ
KPL