ຮສສ ປາຖະກະຖາວັນສໍາຄັນຂອງພັກ-ຂອງຊາດ

27/03/2023 14:56
Email Print 457
ຂປລ ຂປລ. ທ້າຍ​ອາທິດ​ຜ່ານມາ, ກະຊວງແຮງງານ ແລະ ສະຫັວດດີການສັງຄົມ (ຮສສ) ຈັດພິທີປາ ຖະກະຖາວັນສ້າງພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ, ວັນນັກຮົບເສຍອົງຄະ ແລະ ເສຍ ສະຫລະຊີວິດເພື່ອປະເທດຊາດ ຄົບຮອບ 77 ປີ

   ຂປລ. ທ້າຍ​ອາທິດ​ຜ່ານມາ, ກະຊວງແຮງງານ ແລະ ສະຫັວດດີການສັງຄົມ (ຮສສ) ຈັດພິທີປາ ຖະກະຖາວັນສ້າງພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ, ວັນນັກຮົບເສຍອົງຄະ ແລະ ເສຍ ສະຫລະຊີວິດເພື່ອປະເທດຊາດ ຄົບຮອບ 77 ປີ ແລະ ເຊື່ອມຊຶມເອກະສານຕ່າງໆຂອງພັກ ​ໂດຍ​ການປາຖະກະຖາຂອງ ທ່ານນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງ ຮສສ, ມີຮອງລັດຖະມົນຕີ, ພະນັງງານຫລັກແຫລ່ງກ່ຽວຂ້ອງເຂົ້າຮ່ວມ.
   ທ່ານນາງ ໃບຄໍາ ຂັດທິຍະ ກ່າວວ່າ: ການປາຖະກະຖາຄັ້ງນີ້, ເພື່ອໃຫ້ຄະນະພັກກະຊວງ-ອົງ ການອ້ອມຂ້າງສູນກາງ
, ຄະນະພັກນະຄອນຫລວງວຽງຈັນ ແລະ ຄະນະພັກແຂວງໃນທົ່ວປະເທດຕະ ຫລອດຮອດສະມາຊິກພັກພະນັກງານ, ທະຫານ, ຕໍາຫລວດ, ປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນຕ່າງໆໃນສັງຄົມໄດ້ຮັບຮູ້, ເຂົ້າໃຈ, ເຊື່ອມຊຶມ ແລະ ກໍາແໜ້ນເນື້ອໃນຂອງກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ V ຢ່ງເລິກເຊິ່ງ. ບົນພື້ນຖານດັ່ງກ່າວ ເພື່ອຍົກສູງນໍ້າໃຈຮັກຊາດ, ຈິດໃຈເອ ກະລາດ, ເປັນເຈົ້າຕົນເອງບົນພື້ນຖານຫັນເປັນທິດທາງ, ແຜນການ ແລະ ວຽກງານຈຸດສຸມໃນການຈັດ ຕັ້ງປະຕິບັດໜ້າທີ່ການເມືອງຂອງບັນດາໜ່ວຍພັກ, ຍົກສູງຄວາມເປັນເຈົ້າການ ແລະ ຄວາມສາມາດໃນການນໍາພາຈັດຕັ້ງຜັນຂະຫຍາຍ, ເຊື່ອມຊຶມໃນທົ່ວຄະນະພັກກະຊວງ ຮສສ ແລະ ເສີມສ້າງຄວາມສາ ມັກຄີເປັນປຶກແຜ່ນ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອສ້າງກໍາລັງແຮງແຫ່ງຄວາມເປັນເອກະພາບດ້ານການເມືອງ, ແນວຄິດ ແລະ ກໍາລັງແຮງໃນການຈັດຕັ້ງປະຕິບັດພາລະກິດປະ ຕິວັດຂອງພັກໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມຶອງ, ມີຄວາມໜັ່ນຄົງ ແລະ ຄວາມສະຫງົບສຸກໃນສັງຄົມ, ເສດຖະ ກິດສືບຕໍ່ໄດ້ຮັບການພັດທະນາ ແລະ ຊີວິການເປັນຢູ່ຂອງປະຊາຊົນບັນດາເຜົ່ານັບມື້ນັບດີຂຶ້ນ, ບົດບາດອິດທິພົນຂອງຊາດໄດ້ພົ້ນເດັ່ນຂຶ້ນໃນເວທີສາກົນ ເພື່ອໃຫ້ຄະນະພັກແຕ່ລະຂັ້ນ, ຜູ້ນໍາພາແຕ່ລະບ່ອນເຮັດສຳເລັດໜ້າທີ່ການ ເມືອງຂອງຕົນນັ້ນ ຕ້ອງຍົກສູງຄວາມສາມາດ ແລະ ຄວາມຮັບຜິດຊອບຂອງຕົນໃນການເຄື່ອນໄຫວວຽກງານການເມືອງ-ແນວຄິດຢູ່ໃນທ່າບຸກ ໂດຍຫັນເອົາເນື້ອໃນຂອງກອງປະຊຸມ ແລະ ຄວາມເຫັນຊີ້ນໍາຂອງ ສະຫາຍເລຂາທິການໃຫຍ່ ປະທານປະເທດໃຫ້ເປັນນິຕິກໍາລະອຽດ ແລະ ເປັນແຜນການເຄື່ອນໄຫວຕົວຈິງ ໃນການໂຄສະນາສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫລວດ, ປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນຕ່າງໆໃນສັງຄົມຢ່າງກວ້າງ ຂວາງ, ທົ່ວເຖິງ ແລະ ເລິກເຊິ່ງ.     

ຂ່າວ-ພາບ: ຮສສ

KPL

ຂ່າວອື່ນໆ

ads
ads

Top