ຂປລ
ສະຫະ ປະຊາຊາດ ຫລື ສປຊ (UN)ກ່າວເຕືອນວ່າ: ປະລິມານ ນ້ຳທົ່ວໂລກ ພວມຫລຸດລົງ ຫລັງຈາກ ການບໍລິໂພກ ຫລາຍເກີນໄປ ແລະ ການໃຊ້ນ້ຳ ແບບບໍ່ໝັ້ນຄົງ ລວມທັງ ການລະເຫີຍອາຍ ຂອງນ້ຳ ຍ້ອນຄວາມຮ້ອນ ຂອງໂລກ ເພີ່ມຂຶ້ນ.

ຂປລ.ຕາມຂ່າວຈາກ ຣອຍເຕີ,ວັນທີ23ມີນານີ້, ສະຫະ ປະຊາຊາດ ຫລື ສປຊ (UN)ກ່າວເຕືອນວ່າ: ປະລິມານ ນ້ຳທົ່ວໂລກ ພວມຫລຸດລົງ ຫລັງຈາກ ການບໍລິໂພກ ຫລາຍເກີນໄປ ແລະ ການໃຊ້ນ້ຳ ແບບບໍ່ໝັ້ນຄົງ ລວມທັງ ການລະເຫີຍອາຍ ຂອງນ້ຳ ຍ້ອນຄວາມຮ້ອນ ຂອງໂລກ ເພີ່ມຂຶ້ນ. ພາຍຫລັງສປຊ ເປັນເຈົ້າພາບ ຈັດກອງປະຊຸມ ຄັ້ງທຳອິດ ກ່ຽວກັບ ຄວາມໝັ້ນຄົງ ທາງນ້ຳ ໃນຮອບເກືອບ ເຄິ່ງສະຕະວັດ ຜ່ານມາ ເພື່ອສົ່ງສັນຍານເຕືອນ ໃຫ້ລັດຖະບານ ຂອງປະເທດຕ່າງໆ ໃນການຄຸ້ມຄອງນ້ຳແມ່ນໜຶ່ງ ໃນຊັບພະຍາກອນ ຮ່ວມກັນ ຂອງມະນຸດ ເຮັດໃຫ້ດີ ຫລາຍຂຶ້ນ ກວ່າເກົ່າ ເນື່ອງຈາກ 1 ໃນ 4ຂອງປະຊາກອນໂລກ ເອື້ອຍອີງໃສ່ ນ້ຳດື່ມ ບໍ່ປອດໄພ ສ່ວນຈຳນວນ ອີກເຄິ່ງໜຶ່ງ ຂາດສຸຂະອານາໄມ ຂັ້ນພື້ນຖານ ຂອງນ້ຳ. ໃນຂະນະດຽວກັນ ເກືອບ 3ໃນ4 ຂອງໄພພິບັດ ຕ່າງໆ ທົ່ວໂລກ ເກີດຂຶ້ນ ຜ່ານມາ ທັງໝົດ ສ່ວນໃຫຍ່ ກ່ຽວຂ້ອງ ກັບນ້ຳ.ໃນໂອກາດນີ້ ທ່ານ ນາງ ລິນດາ ໂທມັດສ-ກຣີນຟີລ(Linda Thomas-Greenfield)ເອກອັກ ຄະລັດຖະທູດ ສ.ອາເມລິກາ ປະຈຳ ສປຊ ກ່າວວ່າ: ສ.ອາເມລິກາ ຈະລົງທຶນ 49 ຕື້ໂດລາ ສະຫະລັດ ໃນດ້ານນ້ຳ ແລະ ສຸຂະອານາໄມ ຢູ່ພາຍໃນ ແລະ ທົ່ວໂລກ.ເງິນຈຳນວນນີ້ ຈະຊ່ວຍສ້າງ ວຽກເຮັດ ງານທຳ, ສະກັດກັ້ນ ການຂັດແຍ້ງ, ປົກປ້ອງ ສຸຂະພາບ ຂອງປະຊາຊົນ, ຫລຸດຜ່ອນ ຄວາມສ່ຽງ ຂອງຄວາມອຶດຢາກ ແລະ ຄວາມອຶດຫິວ.ລວມທັງ ຊ່ວຍເຫລືອ ໃນການຕອບໂຕ້ຕ້ານການ ປ່ຽນແປງ ຂອງດິນຟ້າ ອາກາດແລະ ໄພພິບັດ ທາງທໍາມະຊາດ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ
KPL