ປະທານປະເທດຢ້ຽມຢາມການຜະລິດ ປະຊາຊົນບ້ານນາຫາດ ​ເມືອງ​ຄຳ​ເກີດ

23/03/2023 15:58
Email Print 726
ຂປລ ຂປລ. ​ໃນ​ໂອກາດ ລົງ​ເຄື່ອນ​ໄຫວ​ວຽກ​ງານ​ຢູ່ ​ເມືອງ​ຄຳ​ເກີດ ​ແຂວງ​ບໍລິ​ຄຳ​ໄຊ, ວັນທີ 22 ມີນາ 2023 ນີ້ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ໄດ້ລົງຢ້ຽມຢາມພື້ນການຜະລິດປະຊາຊົນບ້ານນາຫາດ ເມືອງຄຳເກີດ ​ໂດຍມີ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ພ້ອມດ້ວຍການນຳຂັ້ນເມືອງຮ່ວມພາທາງ

 

  ຂປລ. ​ໃນ​ໂອກາດ ລົງ​ເຄື່ອນ​ໄຫວ​ວຽກ​ງານ​ຢູ່ ​ເມືອງ​ຄຳ​ເກີດ ​ແຂວງ​ບໍລິ​ຄຳ​ໄຊ, ວັນທີ 22 ມີນາ 2023 ນີ້ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ໄດ້ລົງຢ້ຽມຢາມພື້ນການຜະລິດປະຊາຊົນບ້ານນາຫາດ ເມືອງຄຳເກີດ ​ໂດຍມີ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ພ້ອມດ້ວຍການນຳຂັ້ນເມືອງຮ່ວມພາທາງ, ມີອຳນາດການປົກຄອງຂັ້ນບ້ານ, ປະຊາຊົນບັນດາເຜົ່າບ້ານນາຫາດ ຮັບຕ້ອນເປັນຂະບວນຟົດ ຟື້ນ.
    ​ການ​ລົງ​ຢ້ຽມຢາມ​ຄັ້ງ​ນີ້, ທ່ານ ສົມພົນເພັງ ລາດສະສົມບັດ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງຄຳເກີດ ​ໄດ້ລາຍງານສະພາບໂດຍລວມ ກ່ຽວ​ກັບການປູກຜັກເປັນສິນຄ້າ
, ບ້ານນາຫາດ ຂຶ້ນກັບເຂດໜອງອໍ້-ນາແປ, ປະຊາຊົນຢຶດຖືອາຊີບປູກຝັງ-ລ້ຽງສັດເປັນຕົ້ນຕໍ ​ໂດຍ​ອີງໃສ່ຈຸດເດັ່ນດິນ, ນໍ້າ ລວມທັງສະພາບອາກາດເໝາະສົມ ຄະນະນໍາຂອງເມືອງ ກໍຄື ຫ້ອງການກະສິກຳ ແລະ ປ່າໄມ້ເມືອງສຸມໃສ່ລົງຊຸກຍູ້-ສົ່ງເສີມ, ຊອກຫາແຫລ່ງທຶນຮອນເຂົ້າມາພັດທະນາ ປີ 2001-2002 ສະເໜີໂຄງການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ລົງມາຊຸກຍູ້-ສົ່ງເສີມ ແລະ ປະເມີນຄວາມເປັນໄປໄດ້ ໃນການປູກຜັກສະອາດ ຕາມເຕັກນິກຂອງນັກວິຊາການ; ປີ 2004, ມີ 15 ຄອບຄົວ ໄລຍະນັ້ນການປູກຜັກສ່ວນຫລາຍແມ່ນປູກໃນໄລຍະລະດູແລ້ງເດືອນ 11-3 ຂອງທຸກໆປີ ​ເຊິ່ງເຫັນວ່າ ມີທ່າອ່ຽງລາຍຮັບດີຂຶ້ນເທື່ອລະກ້ວາ, ເປັນຕົວແບບໃຫ້ແກ່ຄອບຄົວອື່ນໆ, ປີ 2019 ຫ້ອງການກະສິກຳ ແລະ ປ່າໄມ້ເມືອງຄໍາເກີດ, ຈຶ່ງໄດ້ຂຽນແຜນ ຂໍງົບປະມານນຳພະແນກ ກະສິກຳ ແລະ ປ່າໄມ້  104 ລ້ານ​ກວ່າກີບ ເພື່ອສ້າງເຮືອນຮົ່ມປູກໄລຍະລະດູຝົນ, ຊື້ຜ້າຢາງເຮັດເຮືອນຮົ່ມ 10 ກໍ້, ເຄື່ອງຈັກພວນດິນໃຫ້ 2 ເຄື່ອງ ແລະ ມອບແນວພັນພືດຜັກປະເພດຕ່າງໆ ໃຫ້ຈໍານວນໜຶ່ງ; ປີ 2020-2021 ໄດ້ຮັບທຶນງົບປະມານ ຈາກໂຄງການແຜນງານລາວ 030, ທຶນຊ່ວຍເຫລືອຈາກລັດຖະບານແຫ່ງ ຣາຊະອານາຈັກລຸກຊຳບວກ ເຂົ້າມາຊຸກຍູ້-ສົ່ງເສີມເປັນເງິນ 348 ລ້ານ​ກວ່າກີບ, ສ້າງຫ້ອງການກຸ່ມຊາວສວນ 1 ຫລັງ, ຊື້ເຄື່ອງຕົ້ມນໍ້າຄວັນໄມ້ 1 ເຄື່ອງ, ເຄື່ອງບົດຝູ່ນ 1 ເຄື່ອງ, ຈັດຝຶກອົບຮົມໃຫ້ກຸ່ມປູກຜັກຮູ້ເຕັກນິກການປູກ ແລະ ຂັ້ນຕອນການຜະລິດປູກຜັກອິນຊີ ເຊິ່ງມີ ເຄື່ອງບົດຝຸ່ນ 1 ເຄື່ອງ; ປີ 2020 ໄດ້ນໍາພາກຸ່ມປູກຜັກໄປຖອດຖອນບົດຮຽນຢູ່ແຂວງຊຽງຂວາງ 1 ຄັ້ງ ນະຄອນຫລວງວຽງຈັນ 2 ຄັ້ງ, ປີ 2020-2021 ໄດ້ຫັນປ່ຽນ ຈາກການປູກຜັກສະອາດ, ມາເປັນການປູກຜັກອິນຊີ, ມີສະມາຊິກທັງໝົດ 15 ຄອບຄົວ, ມີເຮືອນຮົ່ມ 21 ຫລັງ, ແຕ່ງຕັ້ງຄະນະບໍລິຫານກຸ່ມປູກຜັກອິນຊີ 7 ທ່ານ  ແລະ ໄດ້ແບ່ງເປັນ 4 ຈຸ, ສ່ວນ 25 ຄອບຄົວແມ່ນຍັງປູກຜັກສະອາດ ໄລຍະ 5 ປີຜ່ານມາສະເລ່ຍລາຍຮັບທັງໝົດ 2,4 ຕື້​ກວ່າກີບ. ຜົນໄດ້ຮັບກໍາໄລທັງໝົດ 1 ຕື້​ກວ່າກີບ, ປະຈຸບັນກຸ່ມປູກຜັກອິນຊີ ບ້ານນາຫາດ ໄດ້ຮັບໃບຢັ້ງຢືນມາດຕະຖານກະສິກຳອິນຊີລາວ ຈາກກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້, ສາມາດປູກຜັກອີນຊີໄດ້ທັງ 2 ລະດູການ, ສາມາດຕອບສະໜອງໃຫ້ແກ່ທ່ອງຕະຫລາດພາຍໃນເມືອງ ແລະ ສົ່ງອອກຕ່າງແຂວງ.
    ໂອກາດນີ້, ທ່ານ ທອງລູນ ສີສຸລິດ ໄດ້ຍ້ອງຍໍຊົມເຊີຍຜົນງານການນໍາພາ-ຊີ້ນຳ ອຳນາດການປົກ ກຄອງແຂວງບໍລິຄຳໄຊ ທຸກຂັ້ນ, ພ້ອມທັງໄດ້ຮຽກຮ້ອງໃຫ້ປະຊາຊົນພາຍໃນບ້ານ ຈົ່ງເພີ່ມທະວີຄວາມສາມັກຄີປອງດອງ ຊ່ວຍເຫລືອເຊິ່ງກັນ ແລະ ກັນ, ເອົາໃຈໃສ່ຫ້າວຫັນຕໍ່ການຜະລິດ, ຜະລິດໃຫ້ຫລາຍກາຍເປັນສິນຄ້າ
, ພາຄອບຄົວຫລຸດພົ້ນອອກຈາກຄວາມທຸກຍາກ. ພ້ອມທັງມອບເງິນຈຳນວນໜຶ່ງເພື່ອໝູນໃຊ້ນຳໃຊ້ເຂົ້າການຜະລິດ ຕື່ມ​ອີກ.
    ໂອກາດທີ່ທ່ານ ປະທານ​ປະ​ເທດ ມາເຄື່ອນໄຫວຢູ່ເມືອງຄຳເກີດ ໃນຄັ້ງນີ້, ທ່ານ ກອງແກ້ວ ໄຊສົງຄາມ ຕາງໜ້າໃຫ້ຄະນະບໍລິຫານງານພັກແຂວງ
, ສະພາປະຊາຊົນແຂວງ, ພະນັກງານນັກຮົບ,ປະຊາ ຊົນຊົນບັນດາເຜົ່າຊາວແຂວງບໍລິຄຳໄຊ ໄດ້ນຳເອົາກະຕ່າດອກໄມ້ ​ເຂົ້າອວຍພອນທ່ານປະທານປະເທດ ເນື່ອງໃນໂອກາດ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ 22 ມີນາ ຄົບຮອບ 68 ​ປີ.

ຂ່າວ-ພາບ: ສາຍສະໝອນ

KPL

ຂ່າວອື່ນໆ

ads
ads

Top