ແຂວງຄຳມ່ວນ ປາຖະກະຖາສອງວັນສຳຄັນປະຫວັດສາດ

21/03/2023 14:57
Email Print 1753
ຂປລ ຂປລ. ໃນວັນທີ 20 ມີນາ 2023, ແຂວງຄໍາມ່ວນ ຈັດປາຖະກະຖາ ຜັນຂະຫຍາຍມູນເຊື້ອ ແຫ່ງການນໍາພາຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດ ພາລະກິດປ່ຽນແປງໃໝ່ຢ່າງແຂງແຮງ ແລະ ເລິກ ເຊິ່ງ ເນື່ອງໃນໂອກາດ ວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ ແລະ ມູນເຊື້ອ 21 ມີນາ ວັນນັກຮົບເສຍອົງຄະ ແລະ ເສຍສະຫລະຊີວິດ ເພື່ອປະເທດຊາດ ຄົບຮອບ 77 ປີ

ຂປລ. ໃນວັນທີ 20 ມີນາ 2023, ແຂວງຄໍາມ່ວນ ຈັດປາຖະກະຖາ ຜັນຂະຫຍາຍມູນເຊື້ອ ແຫ່ງການນໍາພາຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດ ພາລະກິດປ່ຽນແປງໃໝ່ຢ່າງແຂງແຮງ ແລະ ເລິກ ເຊິ່ງ ເນື່ອງໃນໂອກາດ ວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ ແລະ ມູນເຊື້ອ 21 ມີນາ ວັນນັກຮົບເສຍອົງຄະ ແລະ ເສຍສະຫລະຊີວິດ ເພື່ອປະເທດຊາດ ຄົບຮອບ 77 ປີ ​ໂດຍ​ການປາຖະກະຖາ ຂອງສະຫາຍ ບົວສອນ ບຸບຜາວັນ ອະດີດກໍາມະການ ກົມການເມືອງສູນກາງພັກ, ອະດີດນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີສະຫາຍ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຄຳມ່ວນ, ມີຕາງໜ້າຄະນະ ອພສ ແຂວງ, ບັນດາສະຫາຍ ໃນຄະນະບໍລິ ຫານງານພັກແຂວງ, ອະດີດພະນັກງານອາວຸໂສບໍານານ, ຕາງໜ້າພະແນກການອ້ອມຂ້າງແຂວງ, ຕາງໜ້າກໍາລັງປະກອບອາວຸດ(ປກຊ-ປກສ), ຕາງໜ້າຄະນະບໍລິຫານງານພັກເມືອງຈາກ 10 ເມືອງ,  ​ແລະ ພາກສ່ວນ​ກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ສະຫາຍ ບົວສອນ ບຸບຜາວັນ ໄດ້ຍົກໃຫ້ເຫັນເຖິງສະພາບ ການຂອງສາກົນ ແລະ ພາກພື້ນທີ່ມີການຜັນແປໄປຢ່າງສັບສົນ ບໍ່ວ່າຈະເປັນທາງດ້ານເສດຖະກິດ, ການເມືອງ, ການທະຫານ ແລະ ບັນຫາສະພາບແວດ ລ້ອມຂອງໂລກ ແລະ ອື່ນໆ. ອັນໄດ້ສົ່ງຜົນກະທົບຕໍ່ຊີວິດ ການເປັນຢູ່ຂອງພະນັກງານ, ທະຫານ, ຕໍາຫລວດ, ປະຊາຊົນລາວບັນດາເຜົ່າ ລວມເຖິງຜູ້ປະກອບການ-ນັກທຸລະ ກິດທີ່ມາລົງທຶນພາຍໃນ ປະເທດຂອງພວກເຮົາ. ພ້ອມ​ນີ້, ທ່ານ​ຍັງໄດ້ຍົກໃຫ້ເຫັນເຖິງປະຫວັດສາດ ແຫ່ງການກໍາເນີດເຕີບໃຫຍ່ ຂະຫຍາຍຕົວຂອງພັກປະຊາຊົນ ປະຕິວັດລາວ ເພື່ອເປັນການຜັນຂະຫຍາຍມູນ ເຊື້ອ ແຫ່ງການນໍາພາຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດ ແນວທາງປ່ຽນແປງໃໝ່ຂອງພັກ ໃຫ້ປະກົດຜົນເປັນຈິງ, ຄະນະໂຄສະນາສູນກາງພັກ ໄດ້ສ້າງເອກະສານ ໂຄສະນາປາຖະກະຖາ ເພື່ອໃຫ້ສະມາຊິກ, ພະນັກງານ, ທະຫານ, ຕໍາຫລວດ ຕະຫລອດຮອດ ປະຊາຊົນລາວບັນດາເຜົ່າ ໄດ້ຄົ້ນຄ້ວາເຊື່ອມຊຶມ, ປະຫວັດການກໍາເນີດ, ທາດແທ້ອຸດົມການ ກໍຄື ຜົນງານການນໍາພາຂອງພັກ ໃນຕະຫລອດໄລຍະ 68 ປີຜ່ານມາ ເພື່ອພ້ອມກັນນໍາເອົາມູນເຊື້ອ ແລະ ຜົນງານອັນຍິ່ງໃຫຍ່ຂອງ ພັກປະຊາຊົນ ປະຕິວັດລາວ ເຂົ້າໃນການປະຕິບັດ ວຽກງານຕົວຈິງ ຂອງຂະແໜງການ ແລະ ທ້ອງຖິ່ນໃຫ້ບັນລຸຕາມຄາດໝາຍ ທີ່ພັກໄດ້ກໍານົດໄວ້ .

ສໍາລັບມູນເຊື້ອ 21 ມີນາ 1946, ວັນນັກຮົບເສຍອົງຄະ ແລະ ເສຍສະຫລະຊີວິດ ເພື່ອປະເທດຊາດ ແມ່ນເປັນບັ້ນຮົບໜຶ່ງທີ່ມີຄວາມໝາຍສໍາຄັນ ຕໍ່ການຕໍ່ສູ້ປ້ອງກັນຕົວເມືອງທ່າແຂກ ຈາກອິດທິກໍາລັງ ຂອງຈັກກະພັດລ່າ​ເມືອງ​ຂຶ້ນ​ແບບ​ເກົ່າ. ພ້ອມນັ້ນ, ທ່ານຍັງໄດ້ຍົກໃຫ້ເຫັນສະພາບການ ແລະ ການກະກຽມການຕໍ່ສູ້ ຕ້ານພວກລ່າເມືອງຂຶ້ນ ແບບ​ເກົ່າ ຂອງໜ່ວຍພັກເມືອງທ່າແຂກ, ເຫດການ ແລະ ການຕໍ່ສູ້ຢ່າງພິລະອາດຫານ ຂອງທະຫານ ແລະ ປະຊາຊົນ ຢູ່ເມືອງທ່າແຂກ, ຄວາມໝາຍ-ຄວາມສໍາຄັນ ຂອງບັ້ນຮົບປ້ອງກັນຕົວເມືອງທ່າແຂກ ແລະ ການຜັນຂະຫຍາຍມູນເຊື້ອ 21 ມີນາ ຕິດພັນກັບການຍົກສູງບົດບາດ ດ້ານການນໍາພາຂອງພັກ ເປັນຕົ້ນ ການສຶກສາອົບຮົມຈິດໃຈຮັກຊາດ, ຮັກລະບອບປະຊາທິ ປະໄຕປະຊາຊົນກ້າວຂຶ້ນສັງຄົມນິຍົມ ພາຍໃຕ້ການນໍາຂອງພັກ, ຕັ້ງໜ້າປຸກລະດົມ ຂົນຂວາຍການເຄື່ອນ ໄຫວ ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ 9 ຂອງພັກ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດຄັ້ງທີ 9 ຂອງລັດໃຫ້ປະກົດຜົນເປັນຈິງ, ມະຕິກອງປະຊຸມໃຫຍ່ຄັ້ງທີ 10 ຂອງອົງຄະ ນະພັກແຂວງ, ຍູ້ແຮງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ແຂງແຮງ ແລະ ຍົກສູງ ຈິດໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ, ສຸມໃສ່ແກ້ໄຂບັນຫາຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ ທີ່ປະເທດເຮົາພວມຜະເຊີນຢູ່ ໃຫ້ເຂົ້າສູ່ສະພາບປົກກະຕິໂດຍໄວ ແລະ ເອົາໃຈໃສ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ສໍາເລັດຕາມຄາດໝາຍ, ທັງເອົາໃຈໃສ່ຄຸ້ມຄອງການຈັດເກັບລາຍຮັບເຂົ້າງົບປະມານ ໃຫ້ໄດ້ຕາມຄາດ ໝາຍ ແລະ ລື່ນຄາດໝາຍ. ເສີມຂະຫຍາຍຄວາມສາມັກ ຄີ ເປັນປຶກແຜ່ນທົ່ວປວງຊົນລາວ ພາຍໃຕ້ຮົ່ມທຸງຂອງພັກ ແລະ ເອົາໃຈໃສ່ແກ້ໄຂສິ່ງຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນຢູ່ໃນກົງຈັກການຈັດຕັ້ງພັກ-ລັດ ແລະ ສັງຄົມ, ຕັ້ງໜ້າປັບປຸງພາຍໃນພັກ ໃຫ້ເປັນພັກກໍາອຳນາດທີ່ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຍົກສູງຄວາມເປັນແບບ ຢ່າງນໍາໜ້າຂອງພະນັກງານ, ສະມາຊິກພັກ ເພື່ອສ້າງຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈຂອງມະຫາຊົນ, ຜັນຂະຫຍາຍມູນເຊື້ອ ອັນສະຫງ່າງາມຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດ ໜ້າທີ່ວຽກງານຂອງ ຂະແໜງການ ແລະ ທ້ອງຖິ່ນຕົນ ໃຫ້ສໍາເລັດຕາມແຜນການ ໂດຍສະເພາະ ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ອົງຄະນະພັກທຸກຂັ້ນຂອງຕົນ ໃຫ້ບັນລຸຕາມລະດັບຄາດໝາຍທີ່ວາງໄວ້ .

ຂ່າວ-ພາບ: ແດງສະຫວັດ

KPL

ຂ່າວອື່ນໆ

ads
ads

Top