ກອງປະຊຸມປຶກສາຫາລື ອາຊຽນ-ອົດສະຕຣາລີ ຄັ້ງທີ 35

17/03/2023 16:26
Email Print 873
ຂປລ ຂປລ.​ ໃນວັນທີ 16-17 ມີນາ 2023, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງ ປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໄດ້ເປັນປະທານຮ່ວມກອງປະຊຸມປຶກສາຫາລື ອາຊຽນ-ອົດສະຕຣາລີ ຄັ້ງທີ 35 ທີ່ ນະຄອນຫລວງວຽງຈັນ

 

ຂປລ.​ ໃນວັນທີ 16-17 ມີນາ 2023, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງ ປະເທດ  ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໄດ້ເປັນປະທານຮ່ວມກອງປະຊຸມປຶກສາຫາລື ອາຊຽນ-ອົດສະຕຣາລີ ຄັ້ງທີ 35 ທີ່ ນະຄອນຫລວງວຽງຈັນ ຮ່ວມກັບ ທ່ານ ນາງ ມິດເຊວ ແຊນ (Michelle Chan)ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ທັງເປັນເຈົ້າໜ້າທີ່ອາວຸໂສອົດສະຕຣາລີ ຮັບຜິດຊອບວຽກອາ ຊຽນ, ກອງປະຊຸມສຸດຍອດອາຊີຕາເວັນອອກ ແລະ ເວທີພາກພື້ນອາຊຽນ. ກອງປະຊຸມຄັ້ງນີ້ ຍັງມີບັນດາເຈົ້າໜ້າທີ່ອາ ວຸໂສ ແລະ ຄະນະຜູ້ແທນ ຂອງປະເທດສະມາຊິກອາຊຽນ, ອົດສະຕຣາລີ ແລະ ກອງເລຂາອາຊຽນ ເຂົ້າຮ່ວມ, ປະເທດ ຕີມໍແລັດສະເຕ ກໍໄດ້ເຂົ້າຮ່ວມໃນນາມຜູ້ສັງເກດການ.      ກອງປະຊຸມ ໄດ້ແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຄວາມຄືບໜ້າ ຂອງການຮ່ວມມືອາຊຽນ-ອົດສະຕຣາລີ ໃນໄລຍະ 1 ປີ ຜ່ານມາ ກໍຄື ການຜັນຂະຫຍາຍຜົນກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ຄັ້ງທີ 2 ແລະ ການເປັນ ຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ອົດສະຕຣາລີ ໂດຍສະເພາະການຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ-ອົດ ສະຕຣາລີ (2020-2024), ເອກະສານຊ້ອນທ້າຍ ຂອງແຜນປະຕິບັດງານດັ່ງກ່າວ ແລະ ບັນດາຂໍ້ລິເລີ່ມອົດສະຕຣາລີ ເພື່ອອາຊຽນ (Aus4ASEAN), ຊຶ່ງກວມເອົາ 3 ເສົາຄໍ້າ: ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະ ທໍາ-ສັງຄົມ ໃຫ້ເປັນຮູບປະທໍາ. ໃນໂອກາດນີ້, ກອງປະຊຸມ ໄດ້ປຶກສາຫາລື ກ່ຽວກັບຂໍ້ສະເໜີການຈັດກອງປະຊຸມສຸດ ຍອດສະເຫລີມສະຫລອງການພົວພັນອາຊຽນ-ອົດສະຕຣາລີ ຄົບຮອບ 50 ປີ ທີ່ມີແຜນຈະຈັດຂຶ້ນໃນປີ 2024 ທີ່ ອົດສະຕຣາລີ. ພ້ອມນັ້ນ, ກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບທິດທາງແຜນການຮ່ວມມືໃນຕໍ່ໜ້າ ແລະ ຊຸກຍູ້ການ ຮ່ວມມືໃນຂົງເຂດທີ່ມີຄວາມສົນໃຈຮ່ວມກັນ ເຊັ່ນ: ການແກ້ໄຂ ແລະ ຮັບມືກັບບັນຫາການປ່ຽນແປງຂອງດິນຟ້າອາ ກາດ, ການຄ້າ, ການຫັນປ່ຽນ ແລະ ການເຊື່ອມຈອດດ້ານດີຈິຕອນ, ເສດຖະກິດດີຈິຕອນ, ການຕ້ານການກໍ່ການຮ້າຍ ແລະ ອາຊະຍາກໍາຂ້າມຊາດ, ການເຊື່ອມໂຍງພາກພື້ນ, ການຮັດແຄບຄວາມແຕກໂຕນດ້ານການພັດທະນາ, ເຄືອຄ່າຍ ຕົວເມືອງອັດສະລິຍະ ແລະ ສິດສະເໝີພາບລະຫວ່າງຍິງຊາຍ.       ໃນໂອກາດນີ້, ກອງປະຊຸມ ຍັງໄດ້ປຶກສາຫາລື ກ່ຽວກັບການກະກຽມໃຫ້ແກ່ ກອງປະຊຸມລັດຖະມົນຕີຕ່າງປະ ເທດ ອາຊຽນ-ອົດສະຕຣາລີ ແລະ ກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ຄັ້ງທີ 3 ທີ່ຈະຈັດຂຶ້ນໃນເດືອນ ກໍລະກົດ ແລະ ເດືອນ ກັນຍາ 2023 ຕາມລໍາດັບ.

ສປປ ລາວ ເປັນປະເທດປະສານງານການພົວພັນ ອາຊຽນ-ອົດສະຕຣາລີ (2021-2024).

ພາບ: ຂັນໄຊ

 

 

KPL

ຂ່າວອື່ນໆ

ads
ads

Top