ເປີດງານວາງສະແດງສິນຄ້າ ລາວ-ອິຕາລີ ຈໍາປີ 2023

16/03/2023 16:18
Email Print 855
ຂປລ ຂປລ. ລາວ-ອິຕາລີ ໄດ້ຮ່ວມກັນ ຈັດວາງສະແດງສິນຄ້າ ລາວ-ອິຕາລີ ເອັກໂປ ປະຈໍາປີ 2023 ໃນ ວັນທີ 16 ມີນາ 2023 ໂດຍຕັ້ງເປົ້າ ໝາຍສູ້ຊົນສ້າງມູນຄ່າ ການສົ່ງອອກ-ນໍາເຂົ້າ ສິນຄ້າສອງຝ່າຍໃຫ້ ບັນລຸຢ່າງໜ້ອຍ 150 ລ້ານໂດລາ ຂຶ້ນໄປ ຂະນະທີ່ສິນຄ້າທີ່ ສປປ ລາວ ສົ່ງອອກໄປປະເທດອິຕາລີ ນັ້ນສ່ວນ ໃຫຍ່ແມ່ນກາເຟ, ເຄື່ອງນຸ່ງຫົ່ມ, ເກີບ ແລະ ອື່ນໆ.




ຂປລ. ລາວ-ອິຕາລີ ໄດ້ຮ່ວມກັນ ຈັດວາງສະແດງສິນຄ້າ ລາວ-ອິຕາລີ ເອັກໂປ ປະຈໍາປີ 2023 ໃນ ວັນທີ 16 ມີນາ 2023 ໂດຍຕັ້ງເປົ້າ ໝາຍສູ້ຊົນສ້າງມູນຄ່າ ການສົ່ງອອກ-ນໍາເຂົ້າ ສິນຄ້າສອງຝ່າຍໃຫ້ ບັນລຸຢ່າງໜ້ອຍ 150 ລ້ານໂດລາ ຂຶ້ນໄປ ຂະນະທີ່ສິນຄ້າທີ່ ສປປ ລາວ ສົ່ງອອກໄປປະເທດອິຕາລີ ນັ້ນສ່ວນ ໃຫຍ່ແມ່ນກາເຟ, ເຄື່ອງນຸ່ງຫົ່ມ, ເກີບ ແລະ ອື່ນໆ.

ງານວາງສະແດງສິນຄ້າ ລາວ-ອິຕາລີ ເອັກໂປ ຈະດໍາເນີນເປັນເວລາ 3 ວັນ ນັບແຕ່ວັນທີ 16-18 ມີນາ 2023 ທີ່ຫໍປະຊຸມແຫ່ງຊາດ ຫລັກ 6 , ໂດຍໃຫ້ກຽດເຂົ້າຮ່ວມ ຂອງທ່ານ ມະໂນທອງ ວົງໄຊ ຮອງລັດ ຖະມົນຕີກະຊວງອຸດສາຫະກໍາ, ທ່ານ ໂອລີ ເວຍໂຣ ຣຸດສະໂກນີ (Oliviero Rusconi) ຫົວໜ້າກົງສູນ ກິດຕິມະສັກປະເທດ ອິຕາລີ ປະຈຳ ສປປ ລາວ,  ສະມາຄົມທຸລະກິດຂອງ ສປປ ລາວ, ພາກທຸລະກິດ ຂອງອິຕາລີ, ຜູ້ ປະກອບການພາກລັດ-ເອກະຊົນ ເຂົ້າຮ່ວມຫລາຍກວ່າ 200 ຄົນ. ງານວາງສະແດງສິນຄ້າຄັ້ງນີ້ ມີຫ້ອງສະແດງທັງໝົດ 84 ຫ້ອງ ໃນນັ້ນມີຫ້ອງວາງສະແດງສິນຄ້າ ຈາກປະເທດອິຕາລີ 74 ຫ້ອງ, ມີຈໍານວນ 54 ບໍລິສັດຈາກອິຕາລີ ແລະ ທີ່ເຫລືອແມ່ນຜູ້ປະກອບການລາວ ແລະ ປະເທດອື່ນໆ ເຂົ້າຮ່ວມເຊັ່ນກັນ. ສ່ວນສິນຄ້າຈາກປະເທດອິຕາລີ ນໍາເອົາມາສະແດງປະກອບມີຄື: ເຟີນີ ເຈີ້, ເຕັກ ໂນໂລຊີ, ແຜ່ນແພ, ອາຫານ, ເຊລາມິກ, ເຄື່ອງດື່ມປະເພດວາຍ, ຜະລິດຕະພັນແກ້ວ, ເຄື່ອງກົນຈັກ ແລະ ອື່ນໆ, ສ່ວນ ສປປ ລາວມີ 9 ຫົວໜ່ວຍທຸລະກິດ ປະກອບມີຫລາຍຂະແໜງການ ຄື: ກາເຟ, ຊາ, ຫັດຖະກໍາ, ເຟີນີເຈີ້ ແລະ ອື່ນໆ.



ທ່ານ ໄຊສົມເພັດ ນໍລະສິງ ຫົວ ໜ້າກົມສົ່ງເສີມການຄ້າກ່າວໃນພິທີເປີດງານ ວາງສະແດງສິນຄ້າ ລາວ-ອິຕາລີ ເອັກໂປ 2023 ນີ້ວ່າ: ເກືອບ 3 ປີທີ່ພວກເຮົາ ບໍ່ໄດ້ຈັດການເຄື່ອນໄຫວ ຫລື ກິດຈະກໍາວາງສະ ແດງສິນຄ້າ ເພື່ອແນະນໍາສິນຄ້າພາຍໃນ ໃຫ້ຕ່າງປະເທດຮັບຮູ້ ແລະ ເຫັນເປັນທີ່ປະຈັກຕາ ເນື່ອງຈາກການແພ່ລະບາດພະຍາດໂຄວິດ ນັບແຕ່ ທ້າຍປີ 2019 ເປັນຕົ້ນມາ ແຕ່ມາ ຮອດທ້າຍປີ 2022 ລັດ ຖະບານ ໄດ້ປະກາດເປີດປະເທດຢ່າງທາງການນັ້ນ ຖືວ່າເປັນໂອກາດດີ ແລະ ເປັນສິ່ງທ້າທາຍຕໍ່ຜູ້ປະກອບການສອງຝ່າຍ, ຜູ້ຊື້ຜູ້ຂາຍ, ນັກລົງທຶນ, ນັກທ່ອງທ່ຽວ, ການສົ່ງອອກ-ນໍາ ເຂົ້າເພື່ອຍົກລະດັບເຮັດ ໃຫ້ການພົວພັນ ຮ່ວມມືສອງປະເທດ ຍິ່ງມີຄວາມແໜ້ນແຟ້ນຂຶ້ນກວ່າເກົ່າ.

ທ່ານຫົວໜ້າກົມສົ່ງເສີມການຄ້າ ຍັງກ່າວຕື່ມອີກວ່າ: ຄວາມຈິງການ ພົວພັນຂອງ ສອງປະເທດ ລາວ-ອິຕາລີ ໄດ້ມີມາແຕ່ດົນນານແລ້ວ, ໂດຍສະເພາະການພົວພັນຮ່ວມມື ດ້ານເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ, ສາທາລະນະສຸກ, ການສຶກສາ ແລະ ດ້ານອື່ນໆ ກໍໄດ້ຂະຫຍາຍຕົວ ໄປພ້ອມໆກັນ. ສໍາລັບ 5 ປີທີ່ຜ່ານມາ (2018 - 2022) ມູນຄ່າການຄ້າລະຫວ່າງ ສອງຝ່າຍສາມາດບັນລຸ ໄດ້ຫລາຍກ່ວາ 113 ລ້ານໂດລາສະຫະລັດ ໃນນັ້ນ ການສົ່ງອອກກວມເອົາ 65%,  ໃນນັ້ນ ສປປ ລາວ ສົ່ງອອກ ສິນຄ້າໄປປະເທດອິຕາລີ ບັນລຸ 74 ລ້ານກ່ວາໂດລາສະຫະລັດ ໂດຍສ່ວນໃຫຍ່ແມ່ນເຄື່ອງນຸ່ງ ຫົ່ມ, ເກີບ, ກາເຟ  ແລະ ອື່ນໆ.
 ຂ່າວ+ພາບ: ເກີດຂວັນໃຈ

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top