ຂປລ
ວັນທີ 26 ຕຸລາ 2026, ຄະນະຜູ້ແທນລາວສື່ມວນຊົນລາວ ນໍາໂດຍທ່ານ ສົມສັກ ສະກຸນຄຳ ຮອງຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບ ຮົມສູນກາງພັກ (ຄອສພ) ໄດ້ພົບປະ ແລະ ເຮັດວຽກກັບພະແນກວັດທະນະທຳ ແລະ ກິລາ, ໜັງສືພິມຕວຍແຈ, ວິທະຍຸ, ໂທລະພາບ ແລະ ພາກສ່ວນກ່ຽວຂ້ອງທີ່ນະຄອນຫລວງໂຮ່ຈີ່ມິງ.

ຂປລ. ນໍາໂດຍທ່ານ ເລວັນທາຍ ຮອງຫົວໜ້າພະແນກວັດທະນະທຳ ແລະ ກິລາ ນະຄອນໂຮ່ຈີ່ມິງ, ທັງສອງຝ່າຍໄດ້ແລກບົດຮຽນກ່ຽວກັບການຄຸ້ມຄອງຂໍ້ມູນຂ່າວສານໃນສະພາບການຫັນເປັນດີຈິຕອນ ຊຶ່ງເປັນທ່ີນິຍົມຫລາຍໃນສື່ສັງຄົມອອນລາຍ ໃນຍຸກປັດຈຸບັນ, ການນໍາໃຊ້ປັນຍ ປະດິດເຂົ້າໃນວຽກງານສື່ມວນຊົນ.
ໃນວັນດຽວກັນ, ຄະນະສື່ມວນຊົນໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບໝັງສືພິມໄຊງ່ອນຢາຍຟ໋ອງ ຊຶ່ງນໍາໂດຍທ່ານ ຫງຽນ ຄັກ ວັນ (Nguyen Khac Van) ຮອງຜູ້ອໍານວຍການອົງການໜັງສືພີມ, ວິທະຍຸ ແລະ ໂທລະພາບ, ຫົວໜ້າບັນນາທິການໜັງສືພີມໄຊ່ງ່ອນ ຢາຍ ຟ໋ອງ ນະຄອນໂຮ່ຈີມິງ. ໃນໂອກາດພົບປະຄັ້ງນີ້, ໄດ້ຮັບຟັງປະຫວັດຄວາມເປັນມາ, ການພັດທະນາແຕ່ລະໄລຍະຂອງໜັງສືພິມໄຊງ່ອນຢາຍຟ໋ອງ ທີ່ເປັນກະບອກສຽງຂອງປະເທດຫວຽດນາມຕະຫລອດມາ ຊຶ່ງມີຜະລິດຕະພັນຈຳໜ່າຍເປັນລາຍວັນ 100.000 ສະບັບຕໍ່ວັນ, ພ້ອມນີ້ ຍັງຜະລິດເປັນລາຍອາທິດ, ລາຍເດືອນ, ຜະລິດອອກຜ່ານສ່ືອອນລາຍ ແລະ ອອກຜ່ານເວັບໄຊຂອງຕົນເອງຕື່ມອີກ ເພື່ອຕອບສະໜອງໃຫ້ຜູ້ບໍລິໂພກຂ່າວໄດ້ຮັບຮູ້ຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ທັນເຫດການ ອີກດ້ວຍ.
KPL