ເສີມຂະຫຍາຍມູນເຊື້ອ ທາດແທ້ຂອງພັກ ເຂົ້າໃນການປະຕິບັດພາລະກິດປ່ຽນແປງໃໝ່

16/03/2023 13:45
Email Print 206
ຂປລ ໃນຖານະທີ່ເປັນພັກກຳອຳນາດ ຊຶ່ງຖືກບັນຍັດໄວ້ໃນລັດຖະທຳມະນູນ ແຫ່ງ ສປປ ລາວ. ສະນັນ, ໃນເມື່ອເປັນພັກກຳ ອຳນາດແລ້ວ ພັກຕ້ອງຖືສຳຄັນ ການເຕົ້າໂຮມກຳລັງແຮງ ຂອງທຸກຊົນຊັ້ນໃນສັງຄົມ ເຂົ້າໃນການພັດ ທະນາ ໃຫ້ມີ ຜົນສຳເລັດ; ຕ້ອງຍຶດໝັ້ນໃນລັກສະນະຊົນຊັ້ນຂອງພັກ, ເສີມສ້າງຄວາມສາມັກຄີປອງດອງ ລະຫວ່າງຊົນຊັ້ນ ແລະ ຊັ້ນຄົນໃນສັງຄົມ.




ໃນຖານະທີ່ເປັນພັກກຳອຳນາດ ຊຶ່ງຖືກບັນຍັດໄວ້ໃນລັດຖະທຳມະນູນ ແຫ່ງ ສປປ ລາວ. ສະນັນ, ໃນເມື່ອເປັນພັກກຳອຳນາດແລ້ວ ພັກຕ້ອງຖືສຳຄັນ ການເຕົ້າໂຮມກຳລັງແຮງ ຂອງທຸກຊົນຊັ້ນໃນສັງຄົມ ເຂົ້າໃນການພັດ ທະນາ ໃຫ້ມີຜົນສຳເລັດ; ຕ້ອງຍຶດໝັ້ນໃນລັກສະນະຊົນຊັ້ນຂອງພັກ, ເສີມສ້າງຄວາມສາມັກຄີປອງດອງ ລະຫວ່າງຊົນຊັ້ນ ແລະ ຊັ້ນຄົນໃນສັງຄົມ. ການຜັນຂະຫຍາຍມູນເຊື້ອ ແລະ ທາດແທ້ຂອງພັກເຮົາ ເຂົ້າໃນການຈັດ ຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ ໃຫ້ມີຜົນສຳເລັດ ແມ່ນໜ້າທີ່ຂອງໝົດທຸກຄົນ ໂດຍສະເພາະແມ່ນຄະນະພັກ, ອົງການປົກຄອງແຕ່ລະຂັ້ນ ຕ້ອງເປັນເຈົ້າການນຳພາຈັດຕັ້ງປະຕິບັດ ແລະ ສຶກສາອົບຮົມແນວຄິດ ຂອງ ພັກນັກງານ, ສະມາຊິກພັກ ແລະ ປະຊາຊົນຊັ້ນຄົນຕ່າງໆ.

ໃນການຈັດຕັ້ງປະຕິບັດຕ້ອງສຸມໃສ່ສຶກສາອົບຮົມຈິດໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສັງຄົມນິຍົມ ພາຍໃຕ້ການນຳພາຂອງພັກ. ຕັ້ງໜ້າປຸກລະດົມຂົນຂວາຍ ການເຄື່ອນໄຫວ ຈັດຕັ້ງປະຕິບັດມະ ຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ຂອງລັດ ໃຫ້ປາກົດຜົນເປັນຈິງ. ຍູ້ແຮງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາໃຫ້ແຂງແຮງ ແລະ ຍົກສູງຈິດ ໃຈເພິງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ສຸມໃສ່ແກ້ໄຂບັນຫາຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ ທີ່ປະເທດເຮົາພວມຜະເຊີນ ຢູ່ໃຫ້ເຂົ້າສູ່ສະພາບປົກກະຕິໂດຍໄວ ແລະ ເອົາໃຈໃສ່ຈັດຕັ້ງ ປະຕິບັດ 2 ວາລະແຫ່ງຊາດ ໃຫ້ສຳເລັດຕາມຄາດໝາຍ, ທັງເອົາໃຈໃສ່ຄຸ້ມຄອງ ການຈັດເກັບລາຍຮັບ ເຂົາງົບປະມານ ໃຫ້ໄດ້ຕາມຄາດໝາຍ ແລະ ລື່ນຄາດໝາຍ. ເສີມຂະຫຍາຍຄວາມສາມັກຄີ ເປັນປຶກແຜ່ນທົ່ວປວງ ຊົນລາວ ພາຍໃຕ້ຮົ່ມທຸງຂອງພັກ ແລະ ເອົາໃຈໃສ່ແກ້ໄຂ ສິ່ງຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ ຢູ່ໃນກົງຈັກການຈັດຕັ້ງພັກ-ລັດ ແລະ ສັງຄົມ. ຕັ້ງໜ້າປັບປຸງພາຍໃນພັກ ໃຫ້ເປັນພັກກຳອຳນາດທີ່ປອດໃສ, ເຂັ້ມແຂງ, ໜັກແໜ້ນ; ຍົກສູງຄວາມເປັນແບບຢ່າງ ນໍາໜ້າຂອງພະນັກງານ, ສະມາຊິກພັກ ເພື່ອສ້າງຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈຂອງມະຫາຊົນ. ເສີມຂະຫຍາຍມູນເຊື້ອ ອັນສະຫງ່າງາມຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ ວຽກ ງານຂອງຂະແໜງການ ແລະ ທ້ອງຖິ່ນຕົນ ໃຫ້ສຳເລັດຕາມແຜນການ ໂດຍສະເພາະແມ່ນ ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ອົງຄະນະພັກຂັ້ນຂອງຕົນ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.

ເພື່ອບັນລຸຄາດໝາຍທີ່ພັກວາງອອກນັ້ນ ຈະຕ້ອງເອົາໃຈໃສ່ເຄື່ອນໄຫວວຽກງານ ການເມືອງ-ແນວຄິດຢ່າງຕັ້ງໜ້າ ແນໃສ່ສ້າງສະຕິບຸກຄົນ ແລະ ສະຕິສັງຄົມ ໃຫ້ສອດຄ່ອງກັບແນວທາງຂອງພັກ, ຄືດັ່ງຄຳເຫັນຊີ້ນຳບາງ ຕອນ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ທີ່ມີຕໍ່ກອງປະຊຸມວຽກງານ ການເມືອງ-ແນວຄິດ ທົ່ວປະເທດຄັ້ງທີ V ທີ່ວ່າ: ຖ້າຖືວຽກງານການເມືອງ-ແນວຄິດ ປຽບເໝືອນ ສະໜາມຮົບ ແນ່ນອນຕ້ອງເວົ້າເຖິງການຕໍ່ສູ້, ການຕໍ່ສູ້ໃນທີ່ນີ້ ແມ່ນການຕໍ່ສູ້ລະຫວ່າງ ອັນຖືກກັບອັນຜິດ ຢູ່ໃນໂຕສະມາຊິກພັກເຮົາ; ສະນັນຄວາມຖືກຕ້ອງ, ຄວາມເປັນທຳຕ້ອງ ຕີຖອຍແນວຄິດທີ່ຜິດເຂວອອກໄປ, ສຸດທ້າຍ ແນວຄິດທີ່ຖືກຕ້ອງ, ການກະທຳທີ່ຖືກຕ້ອງ ເອົາຊະນະແນວຄິດທີ່ບໍ່ຖືກຕ້ອງ ແລະ ຜິດເຂວນັ້ນ, ພ້ອມທັງເດັດດ່ຽວ ບໍ່ປະປ່ອຍໃຫ້ຄວາມຄິດ ແລະ ການກະທຳທີ່ບໍ່ຖືກຕ້ອງ ກືນກິນເນື້ອທີ່ ແລະ ຄອບງຳມັນສະ ໝອງ ຫລື ແນວຄວາມຄິດຂອງສະມາຊິກພັກ ແລະ ປະຊາຊົນເຮົາເປັນອັນຂາດ”.


KPL

ຂ່າວອື່ນໆ

    •  ເປັນແບບຢ່າງບົດ-ສາລະຄະດີ

      ເປັນແບບຢ່າງ

      3/23/2023 11:07:30 AM

      ເດືອນມີນາ ມີວັນສໍາຄັນທັງພາຍໃນ ແລະ ສາກົນ ທີ່ພວກເຮົາພ້ອມກັນຈັດຕັ້ງສະເຫລີມສະຫລອງ ຕາມສະພາບເງື່ອນໄຂຕົວຈິງ ຂອງແຕ່ລະຂັ້ນແຕ່ລະບ່ອນ ແຕ່ເຕັມໄປດ້ວຍເນື້ອໃນຈິດໃຈ ສໍາຄັນ-ເລິກ ເຊິ່ງ ທັງວັນສ້າງຕັ້ງພັກ 22 ມີນາ, ວັນຜູ້ເສຍອົງຄະ ແລະ ສະລະຊີວິດເພື່ອປະເທດຊາດ 21 ມີນາ, ວັນແມ່ ຍິງ ສາກົນ 8 ມີນາ ແລະ ອື່ນໆ.

    • ບອກ ແລະ ເລົ່າ   ໃນພາສາລາວບົດ-ສາລະຄະດີ

      ບອກ ແລະ ເລົ່າ ໃນພາສາລາວ

      3/23/2023 11:03:36 AM

      ພາສາລາວເຮົາ ມີຄວາມອຸດົມສົມບູນທາງດ້ານຄັງສາງວັດຈະນະ ບໍ່ໄດ້ນ້ອຍໜ້າພາສາອື່ນ ໃດໃນໂລກ, ມີປະຫວັດການກໍາເນີດ ແລະ ພັດທະນາມາຍາວນານຫລາຍພັນປີ.

    • ປະຍຸກອາຫານ​ຍີ່ປຸ່ນສາມາດສ້າງ​ລາຍ​ຮັບໄດ້ດີສົມຄວນບົດ-ສາລະຄະດີ

      ປະຍຸກອາຫານ​ຍີ່ປຸ່ນສາມາດສ້າງ​ລາຍ​ຮັບໄດ້ດີສົມຄວນ

      3/23/2023 10:45:14 AM

      *ຫລາຍທ່ານອາດເຄີຍໄດ້ຍິນຄໍາວ່າ“ຊູຊິ" ແລະ ບາງທ່ານອາດບໍ່ຮູ້ເລີຍ , ມື້ນີ້ຜູ້ຂຽນຈະແນະນໍາສູ່ຟັງ“ຊູຊິ" ຫມາຍວ່າອາຫານ​ຍີ່ປຸນເຮັ​ດ​ເປັນ​ກ້ອນ​ນ້ອຍໆ ສອດໄສ້ ​ດ້ວຍປູ​,ປາ,​ພືດ ​ແລະ ອື່ນໆ .

    • ກໍາປູເຈຍເຊື່ອວ່າ ທາງລົດໄຟລາວ-ຈີນ ຈະດຶງດູດນັກທ່ອງທ່ຽວເຂົ້າປະເທດເພີ່ມຂຶ້ນບົດ-ສາລະຄະດີ

      ກໍາປູເຈຍເຊື່ອວ່າ ທາງລົດໄຟລາວ-ຈີນ ຈະດຶງດູດນັກທ່ອງທ່ຽວເຂົ້າປະເທດເພີ່ມຂຶ້ນ

      3/22/2023 10:42:03 AM

      ກໍາປູເຈຍເຊື່ອວ່າ ເສັ້ນທາງລົດໄຟລາວ-ຈີນ ຈະຊ່ວຍດຶງດູດນັກທ່ອງທ່ຽວຕ່າງປະເທດ ເຂົ້າປະເທດກໍາປູເຈຍເພີ່ມຂຶ້ນ ແບບກ້າວກະໂດດ ຂະນະທີ່ບໍລິສັດລົດໄຟລາວ-ຈີນ ໄດ້ປະກາດເປີດຕົວແອບ ສໍາລັບຊື້ປີ້ລົດໄຟຜ່ານທາງອອນລາຍ ເພື່ອອໍາ ນວຍສະດວກສະບາຍ ໃຫ້ທຸກຊັ້ນຄົນ ແລະ ນັກທ່ອງທ່ຽວ ໂດຍຈະເຮັດໃຫ້ມີຄວາມວ່ອງໄວ, ທັນໃຈ, ໂປ່ງໃສ, ປະຢັດເງິນ, ປະຢັດເວລາ, ບໍ່ຜ່ານຫລາຍຂັ້ນຕອນ ທີ່ນາຍໜ້າຊື້ໃຫ້ ແລະ ອື່ນໆ.

    • ພາຍໃຕ້ການນຳພາຂອງພັກ ອັດຕະປື ສາມາດຜ່ານຜ່າຄວາມຫຍຸ້ງຍາກຢ່າງມີໄຊບົດ-ສາລະຄະດີ

      ພາຍໃຕ້ການນຳພາຂອງພັກ ອັດຕະປື ສາມາດຜ່ານຜ່າຄວາມຫຍຸ້ງຍາກຢ່າງມີໄຊ

      3/22/2023 10:27:17 AM

      ພັກປະຊາຊົນປະຕິວັດລາວແມ່ນກອງນຳໜ້າທີ່ມີການຈັດຕັ້ງ ແມ່ນການຈັດຕັ້ງການເມືອງສູງສຸດ ຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ ໃນລະບອບປະຊາທິປະໄຕ ປະຊາຊົນລາວ, ເປັນຕົວແທນທີ່ຮັກພັກດີ ຢ່າງສະເໝີຕົ້ນ ສະເໝີປາຍ ຕໍ່ສິດ ແລະ ຜົນປະໂຫຍດຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານລາ ບັນດາເຜົ່າຂອງຊາດລາວທັງໝົດ.

ads
ads

Top