ຈາກໂຮງງານເຂົ້າປຸ້ນສູ່ຮ້ານຄ້າ ສ້າງລາຍຮັບຫລາຍສິບລ້ານກີບຕໍ່ເດືອນ

29/10/2026 09:32
ຂປລ ຂປລ. ໃນສະພາບທີ່ເສດຖະກິດມີການປ່ຽນແປງ ແລະ ການດຳເນີນອາຊີບມີຫລາຍສິ່ງທ້າທາຍ, ຄວາມຂະ ຫຍັນ, ຄວາມອົດທົນ, ການຮູ້ຈັກຮຽນຮູ້ ແລະ ການຮູ້ຈັກສະແຫວງຫາໂອກາດ ຖືເປັນປັດໄຈສຳຄັນທີ່ຊ່ວຍໃຫ້ຊາວໜຸ່ມສາມາດສ້າງອາຊີບ, ສ້າງລາຍຮັບ ແລະ ຍົກລະດັບຊີວິດການເປັນຢູ່ໃຫ້ດີຂຶ້ນ.

        ຂປລ. ໃນສະພາບທີ່ເສດຖະກິດມີການປ່ຽນແປງ ແລະ ການດຳເນີນອາຊີບມີຫລາຍສິ່ງທ້າທາຍ, ຄວາມຂະ ຫຍັນ, ຄວາມອົດທົນ, ການຮູ້ຈັກຮຽນຮູ້ ແລະ ການຮູ້ຈັກສະແຫວງຫາໂອກາດ ຖືເປັນປັດໄຈສຳຄັນທີ່ຊ່ວຍໃຫ້ຊາວໜຸ່ມສາມາດສ້າງອາຊີບ, ສ້າງລາຍຮັບ ແລະ ຍົກລະດັບຊີວິດການເປັນຢູ່ໃຫ້ດີຂຶ້ນ. ເໝືອນດັ່ງ ທ່ານ ພຸດສະພອງ ສີຫາລາດ ອາຍຸ 36 ປີ, ປະຊາຊົນບ້ານເວີນແຄນ, ເມືອງສາມັກຄີໄຊ, ແຂວງອັດຕະປື ທີ່ສາມາດສ້າງອາຊີບຈາກການຜະລິດເສັ້ນເຂົ້າປຸ້ນ ຕໍ່ຍອດສູ່ການເປີດຮ້ານຂາຍເຄື່ອງຍ່ອຍ ຈົນສາມາດສ້າງລາຍຮັບໃຫ້ຄອບຄົວຫລາຍສິບລ້ານກີບຕໍ່ເດືອນ.

ທ່ານ ພຸດສະພອງ ສີຫາລາດ  ເວົ້າສູ່ຟັງວ່າ: ຍ້ອນຄອບຄົວມີພື້ນຖານການຜະລິດເສັ້ນເຂົ້າປຸ້ນຂາຍມາກ່ອນ ຈຶ່ງເຮັດໃຫ້ຕົນເອງມີໂອກາດຮຽນຮູ້ຂັ້ນຕອນການຜະລິດ ແລະ ເຫັນເຖິງທ່າແຮງຂອງອາຊີບດັ່ງກ່າວ. ໃນໄລຍະຜ່ານມາ, ການຜະລິດເສັ້ນເຂົ້າປຸ້ນ ຍັງອາໄສແຮງງານຄົນເປັນຫລັກ, ເຮັດໃຫ້ຜົນຜະລິດມີຈຳກັດ ແລະ ບໍ່ສາມາດສະໜອງຄວາມຕ້ອງການຂອງຕະຫລາດໄດ້ຢ່າງພຽງພໍ, ແຕ່ຍ້ອນເຫັນໂອກາດໃນການພັດທະນາອາຊີບ ແລະ ຄວາມຕ້ອງການບໍລິໂພກເສັ້ນເຂົ້າປຸ້ນຂອງປະຊາຊົນ, ໃນປີ 2015 ຈຶ່ງຕັດສິນໃຈກູ້ຢືມເງິນຈາກທະນາຄານຈຸລະພາກ ຈຳນວນ 80 ລ້ານກີບ ເພື່ອລົງທຶນສ້າງໂຮງງານຜະລິດເສັ້ນເຂົ້າປຸ້ນ ແລະ ພັດທະນາກິດຈະການໃຫ້ມີລະບົບຫລາຍຂຶ້ນ. ໃນໄລຍະເລີ່ມຕົ້ນດຳເນີນກິດຈະການຍັງຜະເຊີນກັບຫລາຍບັນຫາ ເຊັ່ນ: ລາຄາວັດຖຸດິບສູງ, ການສະໜອງເຂົ້າບໍ່ສະໝ່ຳສະເໝີ ແລະ ວັດຖຸດິບບາງປະເພດຂາດແຄນໃນຕະຫລາດ. ບັນຫາເຫລົ່ານີ້ໄດ້ສົ່ງຜົນຕໍ່ຕົ້ນທຶນ ແລະ ການວາງແຜນການຜະລິດ. ຂະນະດຽວກັນ, ການຊຸກຍູ້ສົ່ງເສີມ ແລະ ການຕິດຕາມຈາກພາກລັດ ກໍເປັນສ່ວນໜຶ່ງທີ່ຊ່ວຍໃຫ້ການດຳເນີນກິດຈະການຄ່ອຍໆພັດທະນາໄປໃນທິດທາງທີ່ດີຂຶ້ນ ໂດຍການຜະລິດ ແມ່ນ ເນັ້ນຄຸນນະພາບ, ຄວາມສະອາດ ແລະ ຄວາມສົດໃໝ່ຂອງເສັ້ນເຂົ້າປຸ້ນ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ລູກຄ້າ. ຈາກການຜະລິດທີ່ຄ່ອຍໆ ເຕີບໃຫຍ່ ໂຮງງານສາມາດຜະລິດເສັ້ນເຂົ້າປຸ້ນໄດ້ປະມານ 100–150 ກິໂລກຣາມຕໍ່ມື້ ແລະ ມີການຈ້າງຊາວໜຸ່ມໃນທ້ອງຖິ່ນເຂົ້າມາຊ່ວຍວຽກອີກ 2 ຄົນ. ເມື່ອສິນຄ້າມີຄຸນນະພາບ ແລະ ຕອບໂຈດຄວາມຕ້ອງການຂອງຕະຫລາດ, ຍອດສັ່ງຊື້ກໍເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍໂສາມາດສົ່ງຈຳໜ່າຍໃຫ້ຕະຫລາດໃກ້ຄຽງ ແລະ ບັນດາເມືອງ. ກິດຈະການຜະລິດເສັ້ນເຂົ້າປຸ້ນນີ້ສາມາດສ້າງລາຍຮັບໃຫ້ຄອບຄົວປະມານ 35–40 ລ້ານກີບຕໍ່ເດືອນ.

          ທ່ານ ພຸດສະພອງ  ເວົ້າຕື່ມວ່າ: ນອກຈາກການຜະລິດເສັ້ນເຂົ້າປຸ້ນແລ້ວຕົນເອງຍັງ ເປີດຮ້ານຂາຍເຄື່ອງຍ່ອຍຄວບຄູ່ກັນໄປ ເພື່ອຕອບສະໜອງຄວາມຕ້ອງການສິນຄ້າຈຳເປັນໃນຊີວິດປະຈຳວັນຂອງປະຊາຊົນໃນຊຸມຊົນ. ດ້ວຍ ການຈຳໜ່າຍສິນຄ້າທີ່ຫລາກຫລາຍ, ໃຫ້ບໍລິການດ້ວຍຄວາມເປັນກັນເອງ ແລະ ເອົາໃຈໃສ່ຕໍ່ຄວາມຕ້ອງການຂອງລູກຄ້າ ຈຶ່ງເຮັດໃຫ້ຮ້ານສາມາດສ້າງລາຍຮັບເພີ່ມອີກປະມານ 15–20 ລ້ານກີບຕໍ່ເດືອນ.

ເສັ້ນທາງການສ້າງອາຊີບຂອງທ່ານ ພຸດສະພອງ ສີຫາລາດ ສະທ້ອນໃຫ້ເຫັນວ່າ ຄວາມສຳເລັດບໍ່ໄດ້ເກີດຂຶ້ນພຽງຂ້າມຄືນ, ແຕ່ເກີດຈາກຄວາມກ້າຄິດ, ກ້າລົງມືເຮັດ, ຄວາມຂະຫຍັນ, ຄວາມອົດທົນ ແລະ ການຮູ້ຈັກປັບຕົວໃຫ້ທັນກັບສະພາບຕະຫລາດ. ຈາກຜູ້ທີ່ຍັງບໍ່ມີອາຊີບໝັ້ນຄົງ ສາມາດຄ່ອຍໆ ສ້າງກິດຈະການຂອງຕົນເອງ ຈົນມີລາຍຮັບຈາກຫລາຍແຫລ່ງ ແລະ ສ້າງວຽກເຮັດງານທຳ ໃຫ້ຄົນອື່ນ ເຊິ່ງຕົວແບບດັ່ງກ່າວເປັນບົດຮຽນສຳຄັນສຳລັບຊາວໜຸ່ມທີ່ກຳລັງຊອກຫາທິດທາງສ້າງອາຊີບ ໂດຍສະເພາະການເລີ່ມຕົ້ນຈາກສິ່ງທີ່ຕົນເອງມີຄວາມຮູ້, ການວາງແຜນໃຊ້ທຶນຢ່າງຮອບຄອບ, ການຮັກສາຄຸນນະພາບສິນຄ້າ ແລະ ການສ້າງຄວາມເຊື່ອໝັ້ນກັບລູກຄ້າ. ຖ້າມີຄວາມມຸ່ງໝັ້ນ ແລະ ຮູ້ຈັກນຳໃຊ້ໂອກາດທີ່ມີຢູ່ໃຫ້ເກີດປະໂຫຍດ, ກໍສາມາດສ້າງອາຊີບ, ພັດທະນາຄອບຄົວ ແລະ ມີສ່ວນຮ່ວມໃນການພັດທະນາເສດຖະກິດຂອງທ້ອງຖິ່ນໄດ້.

ໂດຍ: ແສງສຸວັນ ຄຳພັກດີ

KPL

ຂ່າວອື່ນໆ

ads
ads

Top