ຂປລ
ຂປລ. ປັດຈຸບັນ, ພັກເຮົາເປັນພັກກໍາອໍານາດມີຄວາມຮັບຜິດຊອບຕໍ່ທົ່ວສັງຄົມ ແລະ ຕັດສິນຊາຕະກໍາຂອງປະເທດຊາດ, ພັກເຮົາຈະສາມາດຮັບປະກັນໃຫ້ປະເທດຊາດຂອງພວກເຮົາ ຂະຫຍາຍຕົວກ້າວຂຶ້ນຕາມທິດທາງ ເຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມສາມັກຄີປອງດອງ, ມີປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ ໄດ້ ຫລື ບໍ່ນັ້ນ ບັນຫາທີ່ເປັນພື້ນຖານກ່ອນໝູ່ໝົດ ແມ່ນຂຶ້ນກັບວ່າພັກເຮົາຈະຍົກສູງຄວາມສາມາດນໍາພາຂອງພັກ
ຂປລ. ປັດຈຸບັນ, ພັກເຮົາເປັນພັກກໍາອໍານາດມີຄວາມຮັບຜິດຊອບຕໍ່ທົ່ວສັງຄົມ ແລະ ຕັດສິນຊາຕະກໍາຂອງປະເທດຊາດ, ພັກເຮົາຈະສາມາດຮັບປະກັນໃຫ້ປະເທດຊາດຂອງພວກເຮົາ ຂະຫຍາຍຕົວກ້າວຂຶ້ນຕາມທິດທາງ ເຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມສາມັກຄີປອງດອງ, ມີປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ ໄດ້ ຫລື ບໍ່ນັ້ນ ບັນຫາທີ່ເປັນພື້ນຖານກ່ອນໝູ່ໝົດ ແມ່ນຂຶ້ນກັບວ່າພັກເຮົາຈະຍົກສູງຄວາມສາມາດນໍາພາຂອງພັກ ໃຫ້ທຽມທັນກັບຄວາມຮຽກຮ້ອງຕ້ອງການຂອງການພັດທະນາ ແລະ ສົມຄູ່ກັບພາລະກໍາປະຫວັດສາດ ໃນໄລຍະໃໝ່ ຫລື ບໍ່. ການຍົກສູງບົດບາດການນໍາພາທີ່ເຂັ້ມແຂງຂອງພັກ ແມ່ນບັນຫາພື້ນຖານທີ່ສຸດ ຕໍ່ການນໍາພາຂອງພັກເຮົາໃນໄລຍະໃໝ່, ຖ້າພັກຢາກກໍາອໍານາດໄດ້ຢ່າງຍາວນານ, ພັກຕ້ອງເພີ່ມທະວີບົດບາດການນໍາພາ, ປັບປຸງ ແລະ ປົວແປງພາຍໃນພັກ ໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຢູ່ສະເໝີ ເພື່ອສາມາດຮັບປະກັນບົດບາດ ເປັນກອງນໍາໜ້າຂອງຊົນຊັ້ນກໍາມະກອນ, ເປັນຕົວແທນແຫ່ງສິດຜົນປະໂຫຍດຂອງຊາວຜູ້ອອກແຮງງານ ແລະ ປວງຊົນລາວທັງຊາດຢ່າງແທ້ຈິງ.
ຍົກສູງບົດບາດການນໍາພາທີ່ເຂັ້ມແຂງຂອງພັກ ແມ່ນປັດໄຈຕັດສິນການກ້າວຂຶ້ນຂອງພາລະກິດປະຕິວັດ ຢູ່ປະເທດເຮົາ. ໃນເອກະສານກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໄດ້ກໍານົດບາດກ້າວເດີນທີ່ເປັນບາດລ້ຽວສໍາຄັນແຫ່ງການສືບຕໍ່ການນໍາພາທົ່ວພັກ, ທົ່ວປວງຊົນພາປະເທດຊາດຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາຕາມຄາດ
ໝາຍທີ່ກໍານົດໄວ້. ບັນດາຈຸດໝາຍ ແລະ ຄາດໝາຍສູ້ຊົນທີ່ພັກວາງອອກ ແມ່ນສໍາຄັນໃຫຍ່ຫລວງ, ແຕ່ໜັກໜ່ວງ ແລະ ຫຍຸ້ງຍາກ. ຍ້ອນແນວນັ້ນ, ຈຶ່ງຮຽກຮ້ອງໃຫ້ພັກເຮົາຕ້ອງປັບປຸງຕົນເອງ, ດ້ວຍການຍົກສູງບົດບາດການນໍາພາທີ່ເຂັ້ມແຂງຂອງຕົນ ໃຫ້ທຽມທັນກັບຄວາມເລັ່ງທວງ ຂອງການພັດທະນາ ແລະ ໜ້າທີ່ການເມືອງ ໃນໄລຍະໃໝ່. ເມື່ອເວົ້າເຖິງການກໍ່ສ້າງ ແລະ ປັບປຸງພັກແບບໃໝ່-ພັກກໍາອໍານາດ ທີ່ເປັນຕົວແທນສິດຜົນປະໂຫຍດ ຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານ, ທ່ານ ເລນິນ ໄດ້ເນັ້ນໜັກວ່າ: ພັກຕ້ອງມີສະຕິປັນຍາ, ກຽດສັກສີແຫ່ງຍຸກສະໄໝ. ເອກະສານກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໄດ້ເວົ້້າວ່າ: ຍົກສູງກໍາລັງຄວາມສາມາດນໍາພາຂອງພັກ, ຄວາມສາມາດກໍາອໍານາດ, ກໍາລັງແຮງສູ້ຮົບຂອງຮາກຖານພັກ. ປັບປຸງວຽກງານຮາກຖານພັກ, ອົງການຈັດຕັ້ງພັກແຕ່ລະຂັ້ນ, ຍົກສູງບົດບາດການນໍາພາຂອງພັກຢູ່ທ້ອງຖິ່ນຮາກຖານ ແລະ ກະຊວງອົງການ, ຫົວໜ່ວຍການຜະລິດທຸລະກິດຂອງລັດ; ປັບປຸງບົດບາດການນໍາພາຂອງພັກຢູ່ຕາແສງ ແລະ ຊຸມຊົນ ໃຫ້ເຂັ້ມແຂງ ສາມາດຜັນຂະຫຍາຍແນວທາງ, ມະຕິ, ຄໍາສັ່ງຂອງພັກ ຢ່າງມີປະສິດທິຜົນ, ສາມາດຕອບສະໜອງກັບໜ້າທີ່ການເມືອງຂອງພັກ ໃນໄລຍະໃໝ່; ເອົາໃຈໃສ່ຫລາຍຂຶ້ນຕາມຖັນແຖວຜູ້ເຮັດວຽກງານພັກ-ພະນັກງານ, ນັກຄົ້ນຄວ້າ, ນັກວາງນະໂຍບາຍຂອງພັກ ໃນອົງການຈັດຕັ້ງພັກ-ລັດ ແຕ່ລະຂັ້ນ. ເອກະສານໂຄງການການ ເມືອງຂອງພັກ ສະບັບທີ III ໄດ້ກໍານົດອອກວ່າ: ຍົກສູງຄວາມເປັນແບບຢ່າງນໍາໜ້າ ແລະ ຄວາມສາມາດນໍາພາ ຂອງພະນັກງານການນໍາແຕ່ລະຂັ້ນ ແລະ ສະມາຊິກພັກແຕ່ລະສະຫາຍ ໃນການນໍາພາ, ປະຕິບັດໜ້າທີ່ການເມືອງ ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.
ໃນຊຸມປີຜ່ານມາ, ເຖິງວ່າພັກໄດ້ຕັ້ງໜ້າປັບປຸງຕົນເອງຢ່າງບໍ່ຢຸດຢັ້ງ ເພື່ອນໍາພາປະເທດຊາດກ້າວຂຶ້ນດ້ວຍ ຖ່ວງທ່າອັນໜັກແໜ້ນກໍຕາມ, ແຕ່ຢູ່ພາຍໃນພັກຂອງພວກເຮົາ ກໍຍັງມີຫລາຍບັນຫາທີ່ຕ້ອງໄດ້ສຸມໃສ່ແກ້ໄຂຢ່າງຮີບດ່ວນເປັນຕົ້ນດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ແບບແຜນວິທີການເຮັດວຽກ ແລະ ແບບແຜນດໍາລົງຊີວິດ, ນໍ້າໃຈຮັບໃຊ້ຊາດຮັບໃຊ້ປະຊາຊົນ ແລະ ຄວາມເສຍສະລະເພື່ອສ່ວນລວມ ຂອງສະມາຊິກພັກ, ພະນັກງານຈໍານວນບໍ່
ໜ້ອຍ ໄດ້ມີການເສື່ອມຖອຍ, ເກີດມີພະຍາດອາດຍາສິດ, ຫ່າງເຫີນຈາກປະຊາຊົນ, ມີແນວຄິດຈຸ້ມເຈື້ອເຊື້ອສາຍ, ພັກພວກ, ມີການສວຍໃຊ້ໜ້າທີ່ຕໍາແໜ່ງ ເພື່ອສະແຫວງຫາຜົນປະໂຫຍດສ່ວນຕົວ ທີ່ປະກົດໃຫ້ເຫັນຢູ່ຫລາຍຂັ້ນ, ປະກົດການສໍ້ລາດບັງຫລວງມີລັກສະນະແຜ່ລາມທົ່ວໄປ ແລະ ຍັງບໍ່ທັນໄດ້ຮັບການແກ້ໄຂຢ່າງເດັດຂາດ, ເຂັ້ມງວດ. ບັນດາປະກົດການຫຍໍ້ທໍ້ເຫລົ່ານັ້ນ ພວມເປັນຈຸດສົນໃຈຂອງປະຊາຊົນ, ເປັນສິ່ງທ້າທາຍຕໍ່ການນໍາພາຂອງພັກ, ການຄຸ້ມຄອງຂອງລັດ ແລະ ເປັນສິ່ງກີດຂວາງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ກະທົບໂດຍກົງໃສ່ຄວາມເຊື່ອໝັ້ນ, ສັດທາຂອງປະຊາຊົນຕໍ່ພັກເຮົາ. ຍ້ອນແນວນັ້ນ. ຄະນະບໍລິຫານງານສູນກາງພັກ ໄດ້ອອກມະຕິ ສະບັບເລກທີ 67/ຄບສພ, ລົງວັນທີ 20 ສິງຫາ 2026 ວ່າ ດ້ວຍການເພີ່ມທະວີ ສະກັດກັ້ນ, ຕ້ານ ແລະ ແກ້ໄຂພະຍາດອາດຍາສິດ, ການສໍ້ລາດບັງຫລວງ, ປາກົດການຫຍໍ້ທໍ້ການຟຸມເຟືອຍ ໃນກົງຈັກການຈັດຕັ້ງພັກ-ລັດ ແລະ ສັງຄົມ. ການອອກມະຕິສະບັບດັ່ງກ່າວນີ້ ຈຶ່ງມີຄວາມສໍາຄັນ ຢ່າງພາວະວິໄສ ແລະ ຮີບດ່ວນ ເພື່ອສ້າງບາດກ້າວບຸກທະລຸໃນການສ້າງຄວາມໂປ່ງໃສ ໃນການນໍາພາທີ່ເຂັ້ມແຂງຂອງພັກ, ການຄຸ້ມຄອງຂອງລັດ. ສະນັ້ນ, ສະມາຊິກພັກທຸກສະຫາຍ ຕ້ອງໄດ້ຮີບຮ້ອນຕັ້ງໜ້າຍົກລະດັບຄວາມສາມາດນໍາພາຂອງຕົນ ໃຫ້ສົມຄູ່ກັບຄວາມຮຽກຮ້ອງຕ້ອງການພັດທະນາ ແລະ ໜ້າທີ່ການເມືອງໃນເງື່ອນໄຂປັດຈຸບັນ. ສະນັ້ນ. ເພື່ອຍົກສູງບົດບາດການນໍາພາທີ່ເຂັ້ມແຂງຂອງພັກ ຄວນສຸມໃສ່ບາງດ້ານດັ່ງນີ້:
ໜຶ່ງ: ຍົກສູງບົດບາດການນໍາພາ ໃນການກໍານົດແນວທາງຂອງພັກ ໃຫ້ຖືກຕ້ອງ ແລະ ສອດຄ່ອງລະຫວ່າງທິດສະດີກັບພຶດຕິກໍາ ເພາະວ່າການຄົ້ນຄວ້າທິດສະດີ ແລະ ສະຫລຸບພຶດຕິກໍາຂອງພັກ ແມ່ນເພື່ອສືບຕໍ່ບຸກທະລຸທາງດ້ານຈິນຕະນາ ການທິດສະດີ ແນໃສ່ສ້າງພື້ນຖານໃນການຍົກສູງສະຕິປັນຍາ, ຄວາມສາມາດນໍາພາຂອງພັກ ແລະ ຄວາມສາມາດໃນການຫັນທິດສະດີເປັນແນວທາງ, ແຜນນະໂຍບາຍຂອງພັກ ໃຫ້ສອດຄ່ອງກັບສະພາບແວດລ້ອມພາຍນອກ ແລະ ເງື່ອນໄຂຂອງປະເທດເຮົາ. ດັ່ງນັ້ນ, ຕ້ອງດໍາເນີນການສະຫລຸບຕີລາຄາວຽກງານຄົ້ນຄວ້າທິດສະດີ ແລະ ສະຫລຸບພຶດຕິກໍາ ເພື່ອສືບຕໍ່ປັບປຸງ, ເພີ່ມບັນດາເນື້ອໃນ ໂດຍສະເພາະ ແມ່ນບັນຫາທີ່ພົວພັນເຖິງຄວາມສາມາດກໍາແໜ້ນລັກ ສະນະຂອງການປະຕິວັດຢູ່ປະເທດເຮົາ ໃນໄລຍະໃໝ່ ຫລື ກໍານົດທິດທາງ ໃນບາດກ້າວໃໝ່ແຫ່ງການສ້າງປະຖົມປັດໄຈ ກ້າວຂຶ້ນສັງຄົມ.
ສອງ: ຍົກສູງບົດບາດການນໍາພາໃນການຫັນແນວທາງ, ແຜນນະໂຍບາຍຂອງພັກ ໃຫ້ກາຍເປັນທິດທາງ, ແຜນການ ແລະ ລະບຽບກົດໝາຍຕ່າງໆ. ສິ່ງສໍາຄັນຕ້ອງຍຶດໝັ້ນລັກສະນະປະຕິວັດ ແລະ ລັກສະນະວິທະຍາສາດ ຂອງທິດສະດີມາກ-ເລນິນ ແລະ ຫລີກເວັ້ນພຶດຕິກໍາທີ່ຖືລັດທິມາກ-ເລນິນ ເປັນຄໍາພີຕາຍຕົວ. ຄະນະພັກແຕ່ລະຂັ້ນ ຕ້ອງເພີ່ມທະວີຄວາມຮັບຜິດຊອບໃນການຊີ້ນໍາ-ນໍາພາການຄົ້ນຄວ້າ, ກໍາແໜ້ນແນວທາງ, ນະໂຍບາຍຂອງພັກ ແລະ ຫັນເປັນແຜນການ, ໂຄງການຂອງຂັ້ນຕົນ ທັງຈັດຕັ້ງປະຕິບັດໃຫ້ເປັນຈິງ. ການຈັດຕັ້ງພັກແຕ່ລະຂັ້ນ ຕ້ອງເປັນເຈົ້າການປັບປຸງປ່ຽນແປງພຶດຕິການນໍາພາທີ່ບໍ່ຖືກຕ້ອງ, ບໍ່ສອດຄ່ອງກັບແນວທາງ ເພື່ອເຮັດໃຫ້ແນວທາງນະໂຍບາຍຂອງພັກ ນັບມື້ເປັນຮູບປະທໍາ.
ສາມ: ຍົກສູງບົດບາດການນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍຂອງພັກໃຫ້ເປັນຈິງ. ຍ້ອນວ່າພັກເຮົາກໍາເນີດຈາກຂະບວນການຕໍ່ສູ້ຂອງປະຊາຊົນ, ເຕີບໃຫຍ່ຂະຫຍາຍຕົວຍ້ອນມີການສະໜັບສະໜູນຂອງມະຫາຊົນ. ສະນັ້ນ, ພັກເຮົາຕ້ອງຕໍ່ສູ້ເພື່ອຜົນປະໂຫຍດຂອງມະຫາຊົນ, ຖືມະຫາຊົນເປັນກົກ, ເປັນກໍາລັງແຮງຊະນະເລີດຂອງພັກ; ສະມາຊິກພັກ, ຄະນະພັກແຕ່ລະຂັ້ນ ຕ້ອງໃກ້ຊິດຕິດແທດ ແລະ ກໍາແໜ້ນແນວຄິດຈິດໃຈຂອງມະຫາຊົນ, ເປັນເຈົ້າການນ າເອົາແນວທາງຂອງພັກ ໄປຊີ້ແຈງ, ອະທິບາຍ ໃຫ້ມະຫາຊົນຮັບຮູ້, ເຂົ້າໃຈ; ພ້ອມທັງນໍາເອົາຄວາມຂັດຂ້ອງໝອງໃຈ ແລະ ນໍາພາປະຊາຊົນໃຫ້ມີຄວາມຕື່ນຕົວ, ຫ້າວຫັນເປັນເຈົ້າ ການຈັດຕັ້ງປະຕິບັດແນວທາງຂອງພັກ ໃຫ້ເປັນຈິງ.
ສີ່: ຍົກສູງບົດບາດການນໍາພາໃນການຕິດຕາມ, ກວດກາ ການເຄື່ອນໄຫວຂອງທົ່ວລະບົບການເມືອງ ໃນການຈັດຕັ້ງປະຕິບັດແນວທາງຂອງພັກ. ໝາຍຄວາມວ່າຄະນະພັກແຕ່ລະຂັ້ນ ຕ້ອງເພີ່ມທະວີການນໍາພາ-ຊີ້ນໍາ ແລະ ຈັດຕັ້ງປະຕິບັດວຽກງານຕິດຕາມ, ກວດກາ ຕາມຫລັກການຂອງພັກ ແລະ ກົດໝາຍຂອງລັດ; ຄົ້ນຄວ້າວາງລະບອບ, ລະບຽບການ, ກົນໄກການຕິດຕາມ, ກວດກາ ໃຫ້ຄົບຖ້ວນ ແລະ ຮັດກຸມ. ໃນນັ້ນ, ລວມທັງກົນໄກໃຫ້ຂັ້ນລຸ່ມ, ແນວລາວສ້າງຊາດ ແລະ ບັນດາອົງ ການຈັດຕັ້ງມະຫາຊົນໄດ້ຕິດຕາມ, ກວດກາການຈັດຕັ້ງພັກ, ສະມາຊິກພັກ ໃນການປະຕິບັດລະບຽບ, ມະຕິຄໍາສັ່ງຂອງພັກ, ຕິດຕາມ, ກວດກາບັນດາອົງການອໍານາດລັດ ໃນການປະຕິບັດກົດໝາຍ, ລະບຽບການຕ່າງໆ ແລະ ການແກ້ໄຂປະກົດການຫຍໍ້ທໍ້, ການສໍ້ລາດບັງຫລວງທີ່ເກີດຂຶ້ນໃນກົງຈັກການຈັດຕັ້ງ, ຖືເອົາການສະກັດກັ້ນ ແລະ ແກ້ໄຂການສໍ້ລາດບັງຫລວງ ເປັນຄວາມຮັບຜິດຊອບຂອງຄະນະພັກທຸກຂັ້ນ, ຂອງທຸກການຈັດຕັ້ງ. ສ້າງເງື່ອນໄຂໃຫ້ສື່ມວນຊົນ ແລະ ປະຊາຊົນ ໄດ້ເຂົ້າຮ່ວມວຽກງານ ຕິດຕາມ, ກວດກາ ການເຄື່ອນ ໄຫວປະຕິບັດໜ້າທີ່ ແລະ ການດໍາລົງຊີວິດຂອງພະນັກງານ, ສະມາຊິກພັກ.
ຫ້າ: ຍົກສູງບົດບາດການນໍາພາທີ່ເຂັ້ມແຂງຂອງພັກ ໃນການຕໍ່ສູ້ຕ້ານ ແລະ ແກ້ໄຂປະກົດການຫຍໍ້ທໍ້ພາຍໃນພັກຢ່າງທັນການ ແລະ ເຂັ້ມງວດ. ໝາຍຄວາມວ່າຄະນະພັກທຸກຂັ້ນ, ພະນັກງານ, ສະມາຊິກພັກທຸກສະຫາຍ ຕ້ອງເຊີດຊູຈິດໃຈຮັກຊາດ, ຮັກລະບອບ ປະຊາທິປະໄຕປະຊາຊົນ ດ້ວຍການຕັ້ງໜ້າຝຶກຝົນຫຼໍຫຼອມຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ໃຫ້ມີຄວາມໜັກແໜ້ນ; ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ, ເດັດດ່ຽວຕອບຕ້ານທຸກກົນອຸບາຍທໍາລາຍມ້າງເພຂອງອິດທິກໍາລັງປໍລະປັກ ແລະ ພວກຄົນບໍດີ; ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນພາຍໃນພັກ ຢ່າງເດັດຂາດ, ທັນການ ເພື່ອບໍ່ໃຫ້ພະນັກ ງານ, ສະມາຊິກພັກ ເສື່ອມຄຸນປ່ຽນທາດ. ຕ້ອງເປັນແບບຢ່າງນໍາໜ້າ ໃນການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆພາຍໃນພັກ ໂດຍເລີ່ມຈາກການສໍາຫຼວດກວດກາຕົນເອງ ຕໍານິກໍສ້າງຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ດ້ວຍຄວາມຈິງໃຈ; ຫາກມີສິ່ງຫຍໍ້ທໍ້ເກີດຂຶ້ນ ຕ້ອງມີຄວາມຕື່ນຕົວເປັນເຈົ້າການແກ້ໄຂຢ່າງ ເດັດຂາດ; ເອົາໃຈໃສ່ຕິດຕາມ, ກວດກາຂົງເຂດຄວາມຮັບຜິດຊອບຂອງຕົນຢ່າງເປັນປະຈໍາ, ຫາກເຫັນສິ່ງຫຍໍ້ທໍ້ເກີດຂຶ້ນ ຕ້ອງມີຄວາມເດັດຂາດ, ເຂັ້ມງວດ ໃນການແກ້ໄຂຕາມທິດນໍາ; ບັນຫາຫຍໍ້ທໍ້ເກີດຂຶ້ນຢູ່ບ່ອນໃດ ແມ່ນຄະນະພັກບ່ອນນັ້ນ ເປັນເຈົ້າການແກ້ໄຂ, ຫຼີກເວັ້ນການປົກປ້ອງ ຫລື ປົກປິດສິ່ງຫຍໍ້ທໍ້ດັ່ງກ່າວ.
ສັງລວມແລ້ວ, ການຍົກສູງບົດບາດການນຳພາທີ່ເຂັ້ມແຂງຂອງພັກ ແມ່ນວຽກງານທີ່ສໍາຄັນ ແລະ ແມ່ນບັນຫາທີ່ມີລັກສະນະເປັນຕາຍຂອງພັກກໍາອໍານາດ. ຢາກນໍາພາປະເທດຊາດໄປສູ່ຄວາມວັດທະນາຖາວອນໄດ້, ກ່ອນອື່ນໝົດ ພັກຕ້ອງມີຄວາມເຂັ້ມແຂງ, ຢາກມີຄວາມເຂັ້ມແຂງ ຕ້ອງຮູ້ກໍ່ສ້າງ ແລະ ປັບປຸງຕົນເອງຢ່າງຮອບດ້ານ ແລະ ເປັນປະຈໍາເປັນຕົ້ນແມ່ນການຍົກສູງບົດບາດການນໍາພາທີ່ເຂັ້ມແຂງຂອງພັກ ຕ້ອງເຂົ້າໃຈວ່າແມ່ນການເພີ່ມທະວີຄວາມສາມາດນໍາພາຂອງພັກໃຫ້ດີກວ່າເກົ່າ ໂດຍສະເພາະແມ່ນກະໂຕສະມາຊິກພັກໃຫ້ໄດ້ດີຂຶ້ນລື່ນແຕ່ເກົ່າ ແລະ ມີແຕ່ຍົກສູງຄວາມສາມາດນໍາພາຂອງພັກສູງຂຶ້ນເທົ່ານັ້ນ, ພັກຈຶ່ງມີຄວາມເຂັ້ມແຂງ ແລະ ຄວາມສາມາດກໍາອໍານາດໄດ້ຢ່າງໝັ້ນຄົງ, ຍາວນານ ແລະ ນໍາພາປວງຊົນທັງຊາດ ສ້າງສາພັດທະນາປະເທດຊາດ ໃຫ້ປະສົບຜົນສໍາເລັດຕາມອຸດົມການທີ່ກໍານົດໄວ້: “ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມສາມັກຄີປອງດອງ, ມີປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ”.
ໂດຍ: ຊິບປະໄຊ
KPL