ຄວາມເປັນມາຂອງບຸນຊ່ວງເຮືອ ປະເພນີອັນດີງາມທີ່ສືບທອດມາແຕ່ບູຮານນະການ

29/10/2026 09:19
ຂປລ ຂປລ. ບຸນຊ່ວງເຮືອ ເປັນບຸນປະເພນີອັນດີງາມຂອງຊາດລາວ ທີ່ໄດ້ປະຕິບັດສືບທອດກັນມາ ແຕບູຮານນະການຈົນເຖິງປັດຈຸບັນ. ບຸນດັ່ງກ່າວບໍ່ພຽງແຕ່ເປັນກິດຈະກຳແຂ່ງຂັນກິລາທາງນໍ້າທີ່ສ້າງຄວາມຄຶກຄື້ນມ່ວນຊື່ນໃຫ້ແກ່ປະຊາຊົນເທົ່ານັ້ນ, ແຕ່ຍັງສະທ້ອນເຖິງວິຖີຊີວິດ, ຄວາມເຊື່ອຖື, ຄວາມສາມັກຄີ ແລະ ພູມປັນຍາຂອງຄົນລາວທີ່ຜູກພັນກັບແມ່ນ້ຳມາແຕ່ດັ້ງເດີມ.

ຂປລ. ບຸນຊ່ວງເຮືອ ເປັນບຸນປະເພນີອັນດີງາມຂອງຊາດລາວ ທີ່ໄດ້ປະຕິບັດສືບທອດກັນມາ ແຕບູຮານນະການຈົນເຖິງປັດຈຸບັນ. ບຸນດັ່ງກ່າວບໍ່ພຽງແຕ່ເປັນກິດຈະກຳແຂ່ງຂັນກິລາທາງນໍ້າທີ່ສ້າງຄວາມຄຶກຄື້ນມ່ວນຊື່ນໃຫ້ແກ່ປະຊາຊົນເທົ່ານັ້ນ, ແຕ່ຍັງສະທ້ອນເຖິງວິຖີຊີວິດ, ຄວາມເຊື່ອຖື, ຄວາມສາມັກຄີ ແລະ ພູມປັນຍາຂອງຄົນລາວທີ່ຜູກພັນກັບແມ່ນ້ຳມາແຕ່ດັ້ງເດີມ.

ການຈັດບຸນຊ່ວງເຮືອມັກຈັດຂຶ້ນໃນໄລຍະເດືອນ 10 ຫາ ເດືອນ 12 ລາວ ຂອງທຸກໆປີ ຊຶ່ງໄລຍະການສະຫລອງບຸນດັ່ງກ່າວຂຶ້ນກັບເງື່ອນໄຂຂອງແຕ່ລະທ້ອງຖິ່ນໂດຍສະເພາະເຂດທີ່ຕັ້ງຢູ່ລຽບຕາມແມ່ນ້ຳສາຍໃຫຍ່ ກໍໄດ້ຈັດໃຫ້ມີການຊ່ວງເຮືອ ເພື່ອສ້າງຄວາມມ່ວນຊື່ນ. ພາຍໃນງານບຸນຊ່ວງເຮືອນອກຈາກການແຂ່ງຊັນຊ່ວງເຮືອແລ້ວ, ຍັງມີການຈັດກິດຈະກຳສະແດງສີລະປະ-ວັນນະຄະດີພື້ນເມືອງ ແລະ ການວາງສະແດງຈຳໜ່າຍສິນຄ້າຕ່າງໆ ເພື່ອສົ່ງເສີມພູມປັນຍາທ້ອງຖິ່ນ, ກະຕຸ້ການຂາຍ  ແລະ ສ້າງລາຍຮັບໃຫ້ແກ່ປະຊາຊົນຢູ່ເຂດນັ້ນໆ.

ສຳລັບຄວາມເປັນມາຂອງບຸນຊ່ວງເຮືອນັ້ນ, ໄດ້ມີນິທານພື້ນເມືອງເລື່ອງ “ກໍ່າພ້າຜີນ້ອຍ” ໃນບາງຕອນ ໄດ້ພັນລະນາ ກ່ຽວກັບການຊ່ວງເຮືອ ຊຶ່ງເປັນເລື່ອງເລົ່າສືບຕໍ່ກັນມາໃນສັງຄົມລາວ. ຕາມເນື້ອໃນນິທານສະແດງອອກໃນຕອນເຈົ້າພະຍາຢາກໄດ້ນາງງາ ເມຍຂອງທ້າວກໍ່າພ້າ ມາເປັນເມຍ, ພະຍາໄດ້ເອີ້ນເອົາເສນາອາມາດ ມາປຶກສາຫາລືກັນ ວ່າເຮັດແນວໃດ ຈຶ່ງຈະເອົານາງງາ ເມຍກໍ່າພ້າມາເປັນເມຍໄດ້, ຈາກນັ້ນ ໄດ້ອອກອຸບາຍທ້າກັບທ້າວກໍ່າພ້າຜີນ້ອຍ ວ່າຖ້າທ້າວ ກໍ່າພ້າ ບໍ່ຊະນະຕ້ອງຍົກນາງງາໃຫ້ເປັນເມຍຂອງພະຍາ ໂດຍເລີ່ມແຕ່ການເອົາໄກ່ມາຕີກັນ, ຄວາຍຊົນກັນຄວາຍ ຊຶ່ງພະຍາບໍ່ສາມາດເອົາຊະນະຝ່າຍກໍ່ໍາພ້າຜີນ້ອຍໄດ້ຈັກອັນ,ໃນທີ່ສຸດພະຍາກໍທ້າຊ່ວງເຮືອ,ໃນເທື່ອນີ້ກໍ່ຄືທຸກເທື່ອຜ່ານມານາງງາ ໄດ້ໃຊ້ແຫວນວິເສດເສກພະຍານາກສ່ຽວກໍ່າພ້າໃຫ້ເປັນເຮືອຊ່ວງ ແລະ ເມື່ອຈະເຖິງຫລັກໄຊເຮືອ ພະຍານາກກໍ່າພ້າກໍເອົາຫາງຟາດນໍ້າເປັນຟອງໃຫຍ່ຈົນເຮືອພະຍາຫລົ່ມ ເຮັດໃຫ້ພະຍາກັບເສນາອາມາດໄດ້ຈົມນໍ້າຕາຍໝົດ ແລະ ເຊື່ອກັນວ່ານິທານດັ່ງກ່າວມີປະຫວັດຄວາມເປັນມາຂອງບຸນຊ່ວງເຮືອປະເພນີຈົນເຖິງເທົ່າທຸກມື້ນີ້.

ບຸນຊ່ວງເຮືອ, ນອກຈາກເປັນບຸນປະເພນີອັນດີງາມທີ່ມີຄວາມຄຶກຄື້ນມ່ວນຊື່ນແລ້ວ;ຕາມຄວາມເຊື່ອຈາກລຸ້ນຄົນສູ່ລຸ້ນຄົນສືບຕໍ່ກັນມານັ້ນ ຍັງເປັນການສະແດງຄວາມຮູ້ ບຸນຄຸນຕໍ່ດິນຟ້າອາກາດ,ແມ່ນໍ້າທີ່ໄດ້ດົນບັນດານໃຫ້ແກ່ຊາວກະສີກອນ ຕາມລະດູການປູກຝັງ ແລະ ເກັບກູ້ຜົນຜະລິດໃຫ້ໄດ້ຮັບຜົນດີ; ການສະແດງຄວວາມຮູ້ ບຸນຄຸນຕໍ່ພະຍານາກ ຊຶ່ງຖືໄດ້ວ່າເປັນປູ່ຍ່າຕາຍາຍຂອງມວນມະນຸດທີ່ດົນບັນດານໃຫ້ຟ້າຝົນເອື້ອອຳນວຍແກ່ການຜະລິດກະສິກຳ. ບຸນຊ່ວງ ເຮືອບໍ່ພຽງແຕ່ມີຄວາມໝາຍ ທາງຮີດຄອງປະເພນີເທົ້ານັ້ນ, ແຕ່ຍັງມີຄວາມໝາຍດ້ານກິລາ, ວັດທະນະທຳ ເພື່ອແນໃສ່ຮັກສາ,ເຜີຍແຜ່ ແລະ ສົ່ງເສີມໃຫ້ແກ່ຄົນລຸ້ນໃໝ່ໄດ້ຮັບຮູ້, ເຂົ້າໃຈຮີດຄອງປະເພນີຂອງລາວ,ທັງເປັນການເອກອ້າງຕໍ່ຊາດອື່ນໆໃນໂລກໄດ້ຮັບຮູ້ວັດທະນະທຳອັນດີງາມຂອງຊາດລາວເຮົານໍາອີກ.

ເນື່ອງໃນໂອກາດ ບຸນອອກພັນສາ ປະວໍລະນາ ປະຈໍາປີ 2026 ທີ່ໝູນວຽນມາອີກວາລະໜຶ່ງຕາມຮີດຄອງປະເພນີອັນດີງາມຂອງຊາດ ປະຊາຊົນລາວທົ່ວປະເທດຕ່າງກໍພ້ອມກັນຈັດກິດຈະກຳຕາມປະເພນີຂອງແຕ່ລະທ້ອງຖິ່ນ ເພື່ອສືບສານມູນເຊື້ອ, ເຕົ້າໂຮມຄວາມສາມັກຄີ ແລະ ສົ່ງເສີມການທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ.ສຳລັບຢູ່ນະຄອນຫລວງວຽງຈັນ ກິດຈະກຳການຊ່ວງເຮືອ ທ່າວັດຈັນ ເມືອງຈັນທະບູລີ ກຳນົດຈັດຂຶ້ນໃນວັນທີ 27 ຕຸລາ 2026 ເລີ່ມແຕ່ເວລາ 08:30 ໂມງ ເປັນ ຕົ້ນໄປ. ໃນງານຈະມີການແຂ່ງຂັນຊ່ວງເຮືອ 30 ສີພາຍປະເພດຊາຍ ແລະ ເຮືອ 12 ສີພາຍ ປະເພດຍິງ-ຊາຍ ລະຫວ່າງອົງການປົກຄອງເມືອງ ແລະ  3 ຕາແສງ,ສ່ວນເວລາ 16:00 ໂມງ ມອບລາງວັນໃຫ້ແກ່ເຮືອຊ່ວງທີ່ຊະນະການແຂ່ງຂັນ.

KPL

ຂ່າວອື່ນໆ

ads
ads

Top