ທາງລົດໄຟລາວ-ຈີນ ຈະເລີ່ມນຳໃຊ້ App ຂາຍປີ້ ອອນລາຍ ຢ່າງເປັນທາງການ 15 ມີນາ ເປັນຕົ້ນໄປ

15/03/2023 12:53
Email Print 2718
ຂປລ ຂປລ. ຕາມການລາຍງານ ຂອງບໍລິສັດທາງລົດໄຟລາວ-ຈີນ ໃຫ້ຮູ້ວ່າ: ໃນວັນທີ 15 ມີນານີ້, ທາງລົດໄຟ ລາວ-ຈີນ ຈະເປີດນຳໃຊ້ລະບົບຂາຍປີ້ອອນລາຍ(LCR Ticket) ຢ່າງເປັນທາງການ, ເຊິ່ງຈະເປັນ​ການ​ຍົກລະ​ດັບບາດກ້າວ​ໃນການ​ໃຫ້​ຂໍ້​ມູນ​ຂ່າວ​ສານ​ຂອງ​ການ​ຂົນ​ສົ່ງ​​ໂດຍ​ສານ​ທາງ​ລົດ​ໄຟ​ລາວ-ຈີນ

ຂປລ. ຕາມການລາຍງານ ຂອງບໍລິສັດທາງລົດໄຟລາວ-ຈີນ ໃຫ້ຮູ້ວ່າ: ໃນວັນທີ 15 ມີນານີ້, ທາງລົດໄຟ ລາວ-ຈີນ ຈະເປີດນຳໃຊ້ລະບົບຂາຍປີ້ອອນລາຍ(LCR Ticket) ຢ່າງເປັນທາງການ, ເຊິ່ງຈະເປັນ​ການ​ຍົກລະ​ດັບບາດກ້າວ​ໃນການ​ໃຫ້​ຂໍ້​ມູນ​ຂ່າວ​ສານ​ຂອງ​ການ​ຂົນ​ສົ່ງ​​ໂດຍ​ສານ​ທາງ​ລົດ​ໄຟ​ລາວ-ຈີນ, ເຮັດໃຫ້ການເດີນທາງຂອງຜູ້ ໂດຍສານໃຫ້ສະດວກສະບາຍ ແລະ ມີປະສິດທິພາບຍິ່ງຂຶ້ນ ອັນເປັນ​ຂີດ​ໝາຍວ່າ ທາງລົດໄຟລາວ-ຈີນ ໄດ້ກ້າວເຂົ້າສູ່ຍຸກແຫ່ງການຂາຍປີ້ອອນລາຍຢ່າງເປັນທາງການ.
    ຜູ້ຮັບຜິດຊອບຂອງບໍລິສັດທາງລົດໄຟລາວ
-ຈີນ ໄດ້ໃຫ້ຮູ້ວ່າ: ນັບແຕ່ເປີດດຳເນີນການທາງລົດໄຟລາວຈີນ ໃນວັນທີ 3 ທັນວາ 2021 ເປັນຕົ້ນມາ, ບໍລິສັດທາງລົດໄຟລາວ-ຈີນ ບໍ່ຢຸດທີ່ຈະພັດທະນາການບໍລິການ, ດຳເນີນ ການແລ່ນລົດໄຟ EMU “ຂະບວນລ້ານຊ້າງ” ແລະ ລົດໄຟທຳມະດາ ດ້ວຍຄວາມປອດໄພ ແລະ ມີຄຸນນະພາບ, ໃນມໍ່ໆມານີ້ຈຳ​ນວນ​ຂົນສົ່ງຜູ້​ໂດຍ​ສານ​ສູງ​ສຸດ​ຕໍ່​ມື້​​ກໍໄດ້​ທະລຸເຖິງ 10.000 ເທື່ອຄົນ ສະແດງໃຫ້ເຫັນເຖິງປະລິມານ ການຂົນສົ່ງຜູ້ໂດຍສານທີ່ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ. ປັດຈຸ​ບັນ, ​ຊ່ອງທາງການຊື້ປີ້​ຂອງຜູ້​ໂດຍສານ​ແມ່ນສາມາດ​ຊື້ຢູ່​ປ່ອງ ບໍລິການຂາຍປີ້ທີ່ສະຖານີ ແລະ ​ຈຸດຂາຍປີ້ລົດໄຟໃນເມືອງ. ສະນັ້ນ,  ເພື່ອຍົກລະດັບປະສົບການການຊື້ປີ້ຂອງຜູ້ ໂດຍສານຕື່ມອີກ ບໍລິສັດ​ທາງ​ລົດ​ໄຟ​ລາວ-ຈີນ​ ໄດ້​ມອບໃຫ້ບໍລິສັດ CARS ທີ່ຂຶ້ນກັບກຸ່ມລັດວິສາຫະກິດລົດໄຟ ແຫ່ງຊາດຈີນ (China Railway) ​​ພັດທະນາ​ລະບົບ APP ​ຊື້​ປີ້ອອນລາຍໃຫ້ແກ່ທາງລົດໄຟລາວ-ຈີນ. ຜ່ານການ ພັດທະນາລະບົບ, ທົດສອບການປະຕິບັດການ, ປະເມີນຄວາມປອດໄພ, ຝຶກອົບຮົມພະນັກງານ, ປັດຈຸບັນ, ລະບົບໄດ້ບັນລຸເງື່ອນໄຂພ້ອມທີ່ຈະໃຊ້ງານໄດ້ແລ້ວ.
   ລາຍງານຍັງໄດ້ໃຫ້ຮູ້ວ່າ
: ລະບົບ​ APP ຊື້ປີ້ອອນລາຍທາງລົດໄຟ​ ​ແມ່ນ​ອີງ​ໃສ່​ເຕັກ​ໂນ​ໂລ​ຊີ​ທີ່​ກ້າວໜ້າ ​ແລະ ຂັ້ນສູງຂອງ​ລະບົບ​ລົດ​ໄຟ​ຈີນ, ໃນການອອກແບບປະສົມປະສານກັບລັກສະນະວັດທະນະທຳ, ກົດໝາຍ ແລະ ລະ ບຽບການຂອງລາວ, ຄຳນຶງເຖິງຕົວເລືອກທີ່ຫລາກຫລາຍ ເພື່ອຕອບສະໜອງຕໍ່ຄວາມຕ້ອງການຂອງຜູ້ໃຊ້, ຮອງຮັບ ໄດ້ສາມພາສາຄື: ລາວ, ຈີນ ແລະ ອັງກິດ, ເປັນ APP  ທີ່ສາມາດໃຫ້ຜູ້ໃຊ້ລົງທະບຽນຊື່ແທ້, ກວດເບິ່ງປີ້ທີ່ຍັງ ເຫລືອ, ຄົ້ນຫາຖ້ຽວລົດ, ຈ່າຍເງິນອອນລາຍ, ເຮັດທຸລະກຳປ່ຽນແປງຂໍ້ມູນໜ້າປີ້, ຂໍ້ມູນຂ່າວສານ ແລະ ອື່ນໆ. ສຳລັບຜູ້ໂດຍສານທຸກທ່ານທີ່ເປັນຄົນລາວ ນໍາໃຊ້ບັດປະຈໍາໂຕ ຫລື ຖ້າເປັນຜູ້ໂດຍສານຕ່າງປະເທດໃຫ້ນຳໃຊ້ໜັງສື ຜ່ານແດນທີ່ຍັງມີຜົນບັງຄັບໃຊ້ ເພື່ອລົງທະບຽນໃຫ້ນຳໃຊ້ຊື່ແທ້, ຫລັງຈາກລົງທະບຽນຂໍ້ມູນແທ້ໃນລະບົບແລ້ວ, ທ່ານສາມາດກວດເບິ່ງຂໍ້ມູນປີ້ທີ່ຍັງເຫລືອ ຂອງທາງລົດໄຟລາວ-ຈີນ ໄດ້ຕະຫລອດເວລາ ແລະ ຊື້ປີ້ຜ່ານທາງລະບົບ ໄດ້ ໂດຍຮອງຮັບການຊຳລະຜ່ານ VISA, UnionPay, WeChat, Alipay ແລະ ວິທີການຊໍາລະອື່ນໆ ທັງພາຍໃນ ແລະ ຕ່າງປະເທດ. ເມື່ອເວລາຈະຂຶ້ນລົດໄຟ, ຜູ້ໂດຍສານຕ້ອງຖືບັດປະຈໍາຕົວ ຫລື ໜັງສືຜ່ານແດນ ທີ່ໃຊ້ໃນເວລາຊື້ປີ້ ເພື່ອແຈ້ງເຂົ້າສະຖານີໂດຍການສະແກນລະຫັດ QR ທີ່ສ້າງຂຶ້ນໂດຍລະບົບຂາຍປີ້ ຫລື ໄປທີ່ ປ່ອງບໍລິການຂາຍປີ້ຂອງສະຖານີ ເພື່ອແລກປ່ຽນເອົາປີ້ທີ່ເປັນແບບເຈ້ຍແລ້ວກວດປີ້ເຂົ້າສະຖານີ.
  ພາຍຫລັງທີ່
APP ຂາຍປີ້ອອນລາຍຂອງ ທາງລົດໄຟລາວ-ຈີນ ໄດ້ຖືກນຳໃຊ້ແລ້ວ, ຜູ້ໂດຍສານສາມາດຊື້ປີ້ ຜ່ານທາງອອນລາຍ ໄດ້ໂດຍບໍ່ຕ້ອງອອກຈາກບ້ານ ກໍສາມາດດຳເນີນທຸລະກຳການຊື້ປີ້, ປ່ຽນແປງຂໍ້ມູນໜ້າປີ້ ແລະ ຈັດ​ວາງ​ແຜນ​ການເດີນທາງໄດ້ຢ່າງສະດວກສະບາຍ. 
    APP ຂາຍປີ້ລົດໄຟອອນລາຍນີ້, ແມ່ນການຍົກລະດັບ​ຄຸນ​ນະ​ພາບ​ການ​ບໍ​ລິ​ການ​ຂົນ​ສົ່ງ​ຜູ້​ໂດຍ​ສານ​ທາງ​ລົດ​ໄຟ​ລາວ-ຈີນ, ປັບ​ປຸງ​ປະ​ສົບ​ການ​ການ​ເດີນ​ທາງ​ຂອງ​ຜູ້​ໂດຍ​ສານ, ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ການ​ທ່ອງ​ທ່ຽວ​ຕາມ​ເສັ້ນ​ທາງລົດໄຟ. ໃນຕໍ່ໜ້າ, ບໍລິສັດລົດໄຟລາວ-ຈີນ ຍັງຈະສືບຕໍ່ເປີດກວ້າງຮັບຟັງຄຳແນະນຳຂອງປະຊາຊົນ ເພື່ອນຳມາ
ປັບປຸງ ແລະ ພັດທະນາ APP ຕາມການສະເໜີຂອງຜູ້ໂດຍສານສ່ວນໃຫຍ່, ອັດເດດລະບົບຕ່າງໆ ໃຫ້ມີຄຸນນະພາບສູງ ແລະ ອຳນວຍຄວາມສະດວກໃນການນຳໃຊ້ຫລາຍຂຶ້ນ.
     LCR Ticket APP ຈະເປີດນຳໃຊ້ຢ່າງເປັນທາງການໃນວັນທີ 15 ມີນານີ້, ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດສາມາດດາວໂຫລດ APP ໄດ້ແລ້ວໃນລະບົບປະຕິບັດການ Apple Store ຫລື Android. ກ່ຽວກັບ​ລາຍ​ລະອຽດ​ການນຳໃຊ້ LCR Ticket APP, ຜູ້​ໂດຍສານ​ສາມາດ​ສອບຖາມ​ກັບພະນັກງານທາງລົດໄຟ ແຕ່ລະສະຖານີ ຫລື ເບີ່ງຂັ້ນຕອນການໂຫລດ, ຕິດຕັ້ງ ແລະ ຂັ້ນຕອນການນຳຊັ້ນຕ່າງໆ ໄດ້ທີ່ Facebook page: Laos-China Railway Company Limited ຂອງບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ.

 

 

 

KPL

ຂ່າວອື່ນໆ

    • ເປີດມະຫະກຳສີມືຫັດຖະກຳລາວ ຄັ້ງທີ 25ວັດທະນະທຳ-ສັງຄົມ

      ເປີດມະຫະກຳສີມືຫັດຖະກຳລາວ ຄັ້ງທີ 25

      11/4/2026 12:16:11 PM

      ພິທີເປີດມະຫະກຳສີມືຫັດຖະກຳລາວ ຄັ້ງທີ 25 ປະຈໍາປີ 2026 ຈັດຂຶ້ນພາຍໃຕ້ຄໍາຂວັນ “ສີໄມ້ລາຍມືຄືອຸທິຍານແຫ່ງການທ່ອງທ່ຽວ, 25 ປີ ແຫ່ງການເຕີບໃຫຍ່ສານສາຍໃຍພູມປັນຍາ ເຊີດຊູຄຸນຄ່າຫັດຖະກຳລາວສູ່ມໍລະດົກໂລກ” .

    • ມອບ-ຮັບປຶ້ມວັດທະນະທຳຂອງເຈີ້ຈຽງໃຫ້ຫ້ອງສະໝຸດແຫ່ງຊາດລາວວັດທະນະທຳ-ສັງຄົມ

      ມອບ-ຮັບປຶ້ມວັດທະນະທຳຂອງເຈີ້ຈຽງໃຫ້ຫ້ອງສະໝຸດແຫ່ງຊາດລາວ

      10/30/2026 9:25:37 AM

      ພິທີມອບ-ຮັບປຶ້ມວັດທະນະທຳຂອງເຈີ້ຈຽງ ສປ ຈີນ ໃຫ້ຫໍສະໝຸດແຫ່ງຊາດລາວ ຈັດຂຶ້ນໃນວັນທີ 29 ຕຸລາ 2026 ຢູ່ຫໍສະໝຸດແຫ່ງຊາດ ນະຄອນຫຼວງວຽງຈັນ ຕາງໜ້າມອບໂດຍ ທ່ານ ສູ ຢົ່ງເຊິ່ງ ຮອງຜູ້ອຳນວຍການຫໍສະໝຸດເຈີ້ຈຽງ, ຫົວໜ້າສູນຄົ້ນຄວ້າສູນປົກປັກຮັກສາປຶ້ມບູຮານແຂວງເຈີ້ຈຽງ ສປ ຈີນ ແລະ ຮັບໂດຍ ທ່ານ ສຳລານ ຫຼວງອາໄພ ຜູ້ອຳນວຍການຫໍສະໝຸດແຫ່ງຊາດ ໂດຍມີຫົວໜ້າສູນວັດທະນະທຳຈີນ ປະຈຳລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມ.

    • ເປີດຝຶກອົບຮົມ ການເປັນຜູ້ນຳເພດຍິງພາຍໃຕ້ໂຄງການຜູ້ນຳພາເພດຍິງອາຊີວັດທະນະທຳ-ສັງຄົມ

      ເປີດຝຶກອົບຮົມ ການເປັນຜູ້ນຳເພດຍິງພາຍໃຕ້ໂຄງການຜູ້ນຳພາເພດຍິງອາຊີ

      10/30/2026 9:25:32 AM

      ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ຮ່ວມກັບທະນາຄານພັດທະນາອາຊີ (ADB) ເປີດຝຶກອົບຮົມການເປັນການນຳເພດຍິງ ພາຍໃຕ້ໂຄງການການເປັນຜູ້ນຳແມ່ຍິງອາຊີ ໃນວັນທີ 28-30 ຕຸລາ 2026 ໂດຍການເຂົ້າຮ່ວມ ແລະ ກ່າວເປີດຂອງ ທ່ານ ນາງ ພັນຈິນດາ ເລັ່ງສະຫວັດ ຮອງປະທານ ຄຊກມດ ແລະ ທ່ານ ອາເມີ ກາຣີ ຫົວໜ້າຝ່າຍປະຕິບັດງານປະຈຳປະເທດ ADB ປະຈຳ ສປປ ລາວ, ພ້ອມດ້ວຍສຳມະນາກອນ ຈາກພາກລັດ ແລະ ເອກະຊົນ ເຂົ້າຮ່ວມ.

    • ກົມສ່ວຍສາອາກອນ ລາວ-ຫວຽດນາມຮ່ວມມືຄຸ້ມຄອງລະບົບສ່ວຍສາອາກອນທັນສະໄໝວັດທະນະທຳ-ສັງຄົມ

      ກົມສ່ວຍສາອາກອນ ລາວ-ຫວຽດນາມຮ່ວມມືຄຸ້ມຄອງລະບົບສ່ວຍສາອາກອນທັນສະໄໝ

      10/30/2026 8:58:49 AM

      ກອງປະຊຸມພົບປະແລກປ່ຽນບົດຮຽນດ້ານວິຊາການລະດັບສູງ ລະຫວ່າງ ຄະນະວິຊາການກົມສ່ວຍສາອາກອນ ແຫ່ງ ສປປ ລາວ ແລະ ຄະນະວິຊາການຈາກກົມສ່ວຍສາອາກອນ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 27 ຕຸລາ 2026 ໃນໂອກາດທີ່ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 26-30 ຕຸລາ 2026.

    • ສະຖານທູດຫວຽດນາມ ໂຄສະນາວຽກງານຄວບຄຸມ ແລະ ມອບ-ຮັບອາວຸດ, ວັດຖຸລະເບີດວັດທະນະທຳ-ສັງຄົມ

      ສະຖານທູດຫວຽດນາມ ໂຄສະນາວຽກງານຄວບຄຸມ ແລະ ມອບ-ຮັບອາວຸດ, ວັດຖຸລະເບີດ

      10/30/2026 8:55:25 AM

      ສະຖານທູດ ສສ ຫວຽດນາມ ປະຈຳລາວ ເຜີຍແຜ່ ແລະ ໂຄສະນາວຽກງານການຈັດຕັ້ງປະຕິບັດ, ຄວບຄຸມ ແລະ ມອບ-ຮັບອາວຸດ, ວັດຖຸລະເບີດໃຫ້ແກ່ປະຊາຊົນຫວຽດນາມທີ່ດຳລົງຊີວິດ, ທຳມາຫາກິນ ແລະ ດຳເນີນທຸລະກິດຢູ່ ສປປ ລາວ ວັນທີ 27 ຕຸລາ 2026 ພາຍໃຕ້ການເປັນປະທານໂດຍ ທ່ານ ຫງວຽນ ມິນ ເຕີມ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ, ມີ ທ່ານ ພັນເອກ ສົມສະນິດ ຈັນທະວົງ ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ, ຕົວແທນສະມາຄົມຊາວຫວຽດນາມ, ຜູ້ປະກອບການນັກທຸລະກິດ ແລະ ປະຊາຊົນຊາວຫວຽດນາມ ຢູ່ ສປປ ລາວ ເຂົ້າຮ່ວມ.

ads
ads

Top