ຊາວໜຸ່ມ ຫສພ ສະຫລຸບວຽກງານ ປະຈຳປີ ແລະ ວາງແຜນການປະຈຳປີ 2023

14/03/2023 13:32
Email Print 964
ຂປລ ຂປລ. ຄະນະບໍລິຫານງານຊາວໜຸ່ມ ຫ້ອງວ່າການສູນກາງພັກ (ຫສພ) ໄດ້ເປີດກອງປະຊຸມສະ ຫລຸບວຽກງານປະຈຳປີ 2022 ແລະ ວາງທິດທາງແຜນການປະຈຳປີ 2023, ພ້ອມທັງມອບ ຫລຽນກາລະນຶກ ຄົບຮອບ 65 ປີ ວັນສ້າງຕັ້ງຄະນະບໍລິຫານງານ ຊ່າວໜຸ່ມປະຊາຊົນ ປະຕິວັດລາວ ໃນວັນທີ 13 ມີນາ 2023

ຂປລ. ຄະນະບໍລິຫານງານຊາວໜຸ່ມ ຫ້ອງວ່າການສູນກາງພັກ (ຫສພ) ໄດ້ເປີດກອງປະຊຸມສະ ຫລຸບວຽກງານປະຈຳປີ 2022 ແລະ ວາງທິດທາງແຜນການປະຈຳປີ 2023, ພ້ອມທັງມອບ ຫລຽນກາລະນຶກ ຄົບຮອບ 65 ປີ ວັນສ້າງຕັ້ງຄະນະບໍລິຫານງານ ຊ່າວໜຸ່ມປະຊາຊົນ ປະຕິວັດລາວ ໃນວັນທີ 13 ມີນາ 2023 ພາຍໃຕ້ການເປັນປະທານຂອງ ສະຫາຍ ຄໍາຜາ ພິມມະສອນ ຄະນະປະຈໍາພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຜູ້ຊີ້ວຽກງານອົງການ ຈັດຕັ້ງມະຫາຊົນ ຫ້ອງວ່າການສູນກາງພັກ, ມີບັນດາໜ່ວຍພັກ, ຕາງໜ້າອົງການຈັດຕັ້ງມະຫາຊົນ ແລະ ບັນດາສະມາຊິກຊ່າວໜຸ່ມທົ່ວ ຫສພ ເຂົ້າຮ່ວມ.

ໃນກອງປະຊຸມ ສະຫາຍ ພຸດທະລາ ແກ້ວວິຈິດ ເລຂາຄະນະບໍລິຫານງານຊາວໜຸ່ມ ຫສພ ໄດ້ຍົກໃຫ້ເຫັນຜົນງານ ທີ່ຄະນະບໍລິຫານງານຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມພາຍໃນ ຫສພ ຍາດມາໄດ້ ແລະ ຖືເປັນຜົນສຳເລັດອັນໃຫຍ່ຫລວງ ຂອງຊາວໜຸ່ມ ຫສພ, ພ້ອມທັງຍົກໃຫ້ເຫັນເຖິງ ທິດທາງການເຄື່ອນໄຫວ ຂອງຄະນະບໍລິຫານງານ ຊາວໜຸ່ມ ຫສພ ໃນຕໍ່ໜ້າ ເປັນຕົ້ນ  ເນື້ອໃນຂໍ້ແຂ່ງຂັນ 4 ບຸກ ປະຈໍາປີ 2023 ພ້ອມທັງໃຫ້ແຕ່ລະໜ່ວຍ ຊາວໜຸ່ມຂຶ້ນຈັບມືແຂ່ງຂັນ 4 ບຸກ.

ໂອກາດນີ້, ສະຫາຍ ຄຳຜາ ພິມມະສອນ ກໍໄດ້ສະແດງຄວາມຊົມເຊີມຕໍ່ ຄະນະບໍລິຫານງານຊາວໜຸ່ມ ຫສພ ທີ່ຍາດໄດ້ຜົນງານ ອັນພົ້ນເດັ່ນຫລາຍດ້ານ ເປັນຕົ້ນ ການສຶກສາອົບຮົມ ການເມືອງ-ແນວຄິດ ໃຫ້ແກ່ສະມາຊິກຊາວໜຸ່ມຢ່າງປົກກະຕິຕໍ່ເນື່ອງ ເຮັດໃຫ້ສະມາຊິກຊາວໜຸ່ມພາຍໃນ ຫສພ ມີທັດສະນະຫລັກໝັ້ນໜັກແໜ້ນ, ມີສະຕິຕື່ນຕົວຕໍ່ການຈັດຕັ້ງ, ມີຄວາມ ສາມັກຄີພາຍໃນ ແລະ ພາຍນອກດີ, ເປັນເຈົ້າການປະກອບສ່ວນເຂົ້າ ໃນວຽກງານວິຊາສະເພາະຂອງ ກົມເຮັດໃຫ້ຫລາຍວຽກງານສາ ມາດລຸລ່ວງໄປໄດ້ດ້ວຍດີ; ຕັ້ງໜ້າເຂົ້າຮ່ວມ ຂະບວນ ການລວມຂອງຊາວໜຸ່ມ ຢ່າງເປັນຂະບວນຟົດຟື້ນ. ຜົນງານທັງໝົດທີ່ຍາດມາໄດ້ນັ້ນ, ແມ່ນໝາກຜົນລວມ ແຫ່ງຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວ, ສະແດງໃຫ້ເຫັນເຖິງ ຄວາມຮັບຜິດຊອບ, ຄວາມສູ້ຊົນບຸກບືນ ແລະ ຄວາມຕັດສິນໃຈສູງ ຂອງສະມາຊິກຊາວໜຸ່ມ ທຸກສະຫາຍ ພາຍໃນ ຫສພ. ພ້ອມນີ້, ສະຫາຍ ໄດ້ເນັ້ນໃຫ້ຄະນະຊາວໜຸ່ມ ຫສພ ເອົາໃຈໃສ ສຶກສາອົບຮົມການເມືອງ-ແນວຄິດ ແນວທາງຂອງພັກ-ລັດ ໃຫ້ສະມາຊິກຊາວໜຸ່ມ ພາຍໃນ ຫສພ; ປັບປຸງການຈັດຕັ້ງ ໃຫ້ເຂັ້ມແຂງ ແລະ ພັດທະນາຊາວໜຸ່ມໃນທຸກດ້ານ, ປັບປຸງແບບ ແຜນວິທີນໍາພາ, ວິທີເຮັດວຽກ ໃຫ້ແທດເໝາະກັບຕົວຈິງ, ມີແບບແຜນທີ່ທັນສະໄໝ, ມີການຮ່ວມຊີວິດ, ມີການເຄື່ອນ ໄຫວປົກກະຕິ; ເອົາໃຈໃສ່ພັດທະນາຊາວໜຸ່ມ ໃຫ້ຕອບສະໜອງ ການເປັນເສນາທິການຮັບໃຊ້ການນຳ; ສ້າງຂະບວນການ ປະຕິບັດຂໍ້ແຂ່ງຂັນ 4 ບຸກ ໃຫ້ຟົດຟຶ້ນ ຕິດພັນກັບວິຊາສະເພາະ.

ຂ່າວ-ພາບ: ຫສພ

KPL

ຂ່າວອື່ນໆ

ads
ads

Top