ຫົວໜ້າຄະນະຈັດຕັ້ງສູນກາງພັກ ເນັ້ນແຂວງ ອັດຕະປື ເອົາໃຈໃສ່ວຽກກໍ່ສ້າງພັກ-ພະນັກງານ

14/03/2023 10:04
Email Print 2080
ຂປລ ຂປລ. ​ໃນ​ໂອກາດ ເຄື່ອນໄຫວເຮັດວຽກ ແລະ ພົບປະໂອ້ລົມພະນັກງານຫລັກແຫລ່ງ ຢູ່​ແຂວງ​ອັດ​ຕະປື ​ໃນ​ວັນ​ທີ 13 ມີນາ 2023 ນີ້, ທ່ານ ນາງ ສີໃສ ລືເດດມູນສອນ ກໍາມະການ ກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ​ໄດ້​ເນັ້ນ​ໃຫ້​ແຂວງ​ອັດ​ຕະປື

ຂປລ. ​ໃນ​ໂອກາດ ເຄື່ອນໄຫວເຮັດວຽກ ແລະ ພົບປະໂອ້ລົມພະນັກງານຫລັກແຫລ່ງ ຢູ່​ແຂວງ​ອັດ​ຕະປື ​ໃນ​ວັນ​ທີ 13 ມີນາ 2023 ນີ້, ທ່ານ ນາງ ສີໃສ ລືເດດມູນສອນ ກໍາມະການ ກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ​ໄດ້​ເນັ້ນ​ໃຫ້​ແຂວງ​ອັດ​ຕະປື ເອົາໃຈໃສ່ວຽກງານ ກໍ່ສ້າງພັກ-ພະນັກງານ ໂດຍສະເພາະແມ່ນ ຄະນະພັກທຸກຂັ້ນ ຕ້ອງເພີ່ມທະວີການ ນໍາພາການເມືອງ-ແນວຄິດ ໃຫ້ຫລາຍຂຶ້ນກວ່າເກົ່າ, ສ້າງເງື່ອນໄຂໃຫ້ຖັນແຖວ ພະນັກງານນຳພາ, ພະນັກ ງານຫລັກແຫລ່ງແຕ່ລະຂັ້ນ ມີຄວາມຮູ້ ດ້ານແນວທາງ ນະໂຍບາຍຂອງພັກ ແລະ ມູນເຊື້ອອັນດີງານມຂອງພັກ, ຂອງຊາດ, ສ້າງຄວາມເຊື່ອໝັ້ນ ຕໍ່ການນໍາພາຂອງພັກ ໃນແຕ່ລະໄລຍະ ເພື່ອສ້າງຄວາມເປັນເອ ກະພາບສູງ ດ້ານແນວຄິດ ແລະ ການກະທຳ.

ພ້ອມທັງປັບປຸງກົງຈັກ ການຈັດຕັ້ງໃຫ້ເຂັ້ມແຂງ, ໜັກແໜ້ນຕິດພັນກັບ ການປັບປຸງພະນັກງານ ໃຫ້ມີຄວາມຊື່ສັດບໍລິສຸດ, ມີນ້ຳໃຈ, ຮັບໃຊ້ຊາດ, ຮັບໃຊ້ປະຊາຊົນຢ່າງແທ້ຈິງ, ປັບປຸງ ແບບແຜນວິທີເຮັດວຽກ, ແບບແຜນວິທີນຳພາ ແລະ ແບບແຜນການ ດຳຊີວິດໃຫ້ສອດຄ່ອງ, ສ້າງຄວາມມີລະບຽບວິ ໄນ, ຈຸດໃດທີ່ຍັງອ່ອນ, ຄົງຄ້າງຕ້ອງໄປແກ້ຢ່າງເດັດດ່ຽວ;  ສືບຕໍ່ສ້າງ ຄວາມເຂັ້ມແຂງ ໃນການປະຕິບັດໜ້າທີ່ ເປັນຕົ້ນ ຄະນະນຳຫລັກແຫລ່ງ ຕ້ອງຝຶກຝົນຫລໍ່ຫລອມຕົນເອງ ໃຫ້ມີຄຸນທາດການເມືອງໜັກ  ແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຈັນຍາບັນ, ຈັນຍາທໍາ, ຕ້ອງເປັນຜູ້ທີ່ອົດທົນ, ດຸໝັ່ນຄົ້ນຄວ້າ ບັນດານິຕິກໍາຕ່າງໆ ໂດຍສະເພາະ ກໍາແໜ້ນນິຕິກໍາ ໃນວຽກງານກໍ່ສ້າງພັກ ເປັນຕົ້ນ ມະຕິ, ຄໍາສັ່ງ, ຄໍາແນະນໍາ, ແຈ້ງການ ຂອງກົມການ ເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ ແລະ ຜັນຂະຫຍາຍອອກ ເປັນນິຕິກໍາຂອງແຂວງ, ຂອງເມືອງ ຕາມຄວາມເໝາະສົມ; ຕ້ອງກໍາປະຫວັດ ຕົ້ນກໍາເນີດ, ປະຫວັດການເຄື່ອນໄຫວ, ສະພາບຈຸດພິເສດ ແລະ ຜົນງານຂອງພະນັກງານ-ລັດຖະກອນ ທີ່ຂຶ້ນກັບສິດຄຸ້ມຄອງຂອງແຂວງ, ຂອງເມືອງ ເປັນແຕ່ລະໄລຍະ; ເອົາໃຈໃສ່ ປະຕິບັດລະ ບອບຊຸກຍູ້, ຕິດຕາມກວດກາ ການປະຕິບັດສິດ, ໜ້າທີ່ ຂອງຄະນະພັກ, ສະມາຊິກພັກ ໂດຍສົມທົບກັບ ພາກສ່ວນກ່ຽວຂ້ອງ ເພື່ອຕິດຕາມກວດກາ ການປະຕິບັດໜ້າທີ່ ຂອງພະນັກງານ-ລັດຖະກອນ ໃຫ້ໄປຕາມກົດໝາຍ ວ່າດ້ວຍພະນັກງານ-ລັດຖະກອນ, ກົດໝາຍອື່ນໆ ແລະ ລະບຽບການກ່ຽວຂ້ອງ ໃຫ້ເປັນປົກກະຕິ ແລະ ໝັກແໜ້ນ.

​​ໃນໂອກາດ​ນີ້, ທ່ານ ເລັດ ໄຊຍະພອນ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ອັດຕະປື ກໍ​ໄດ້ໃຫ້ຮູ້ວ່າ: ໃນຕະຫລອດໄລຍະຜ່ານມາ, ຄະນະພັກ-ອົງການປົກຄອງແຂວງ ໄດ້ເອົາໃຈໃສ່ ນໍາພາ-ຊີ້ນໍາ ແລະ ຖືເອົາວຽກງານ ຈັດຕັ້ງພະນັກງານ ເປັນວຽກໜຶ່ງທີ່ສໍາຄັນ ແລະ  ໄດ້ເຄື່ອນໄຫວຈັດຕັ້ງປະຕິບັດ ໜ້າທີ່ວຽກງານ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ສາມາດຍາດໄດ້ ຜົນສໍາເລັດຫລາຍດ້ານ ອັນທີ່ພົ້ນເດັ່ນ ແມ່ນການແກ້ໄຂຈຸດອ່ອນ, ຂໍ້ບົກຜ່ອງ ດ້ວຍການສຶກສາອົບຮົມກໍ່ສ້າງຊ່ວຍ ເຫລືອ ຫລື ດ້ວຍມາດຕະການຕ່າງໆ ທີ່ສອດຄ່ອງກັບລະບຽບການ ດ້ວຍຄວມຮັບຜິດຊອບສູງ.

ຂ່າວ-ພາບ: ໄພບູນ

KPL

ຂ່າວອື່ນໆ

    • ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ປະກົດເປັນຈິງການເມືອງ

      ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ປະກົດເປັນຈິງ

      1/7/2026 2:39:08 PM

      ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດ ລາວ, ສະຫາຍ ຄຳມອນ ຈັນທະຈິດ ກຳມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງ ປະທານຜູ້ປະຈຳການສະພາທິດສະດີສູນກາງພັກ ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 6 ມັງກອນ 2026 ວ່າ: ຕົນມີ ຄວາມຮູ້ສຶກເປັນກຽດ ແລະ ພາກພູມໃຈທີ່ໄດ້ມີສ່ວນຮ່ວມເຂົ້າໃນການກຽມກອງປະຊຸມໃນຄັ້ງນີ້ ຖືວ່າເປັນບັນຍາ ກາດທີ່ມີຄວາມຄຶກຄື້ນ, ມີຄວາມຮັບຜິດຊອບ ແລະ ທັງມີຄວາມສະນິດສະໜົມ ບໍ່ວ່າຢູ່ພາຍໃນກອງປະຊຸມ ແລະ ຢູ່ນອກກອງປະຊຸມ ລ້ວນແຕ່ສະແດງເຖິງຄວາມຕັ້ງໃຈ, ຄວາມເຊື່ອໝັ້ນ ແລະ ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ.

    • ພັກກໍານົດທິດທາງ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາປະເທດຊາດການເມືອງ

      ພັກກໍານົດທິດທາງ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາປະເທດຊາດ

      1/7/2026 2:33:02 PM

      ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ວັນທີ 6 ມັງກອນ 2026 ນີ້, ສະຫາຍ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ສະແດງຄວາມຮູ້ສຶກດີໃຈ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຕາງໜ້າໃຫ້ພະນັກງານສະມາຊິກພັກ ໃນຂອບເຂດທົ່ວປະເທດ ກໍຄື ເປັນຕົວແທນສະມາຊິກພັກກະ ຊວງ ຍທຂ ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້, ຖືເປັນເຫດການການເມືອງ ທີ່ມີຄວາມໝາຍຄວາມສໍາຄັນຫລາຍ ທີ່ໄດ້ຮັບຮູ້ກ່ຽວກັບການສະຫລຸບຕີລາຄາການນໍາພາຂອງພັກ ຕະຫລອດໄລຍະ 5 ປີ ຜ່ານມາ ແລະ ກໍານົດທິດທາງແຜນ ການ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາໃນຕໍ່ໜ້າ ໃຫ້ມີອັນພົ້ນເດັ່ນ ມີອັນໃໝ່ໆ ນໍາພາປະເທດຊາດເຮົາກ້າວຂຶ້ນໃນແຕ່ລະໄລຍະ.

    • ພັກ ປປ ລາວ ຈະປະຕິຮູບລະບອບ-ລະບຽບການຕ່າງໆ  ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ຫັນເປັນທັນສະໄໝການເມືອງ

      ພັກ ປປ ລາວ ຈະປະຕິຮູບລະບອບ-ລະບຽບການຕ່າງໆ ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ຫັນເປັນທັນສະໄໝ

      1/7/2026 2:26:55 PM

      ໃນໄລຍະ 5 ປີຕໍ່ໜ້າ (2026-2030) ພັກ ປປ ລາວ ກໍຄື ຄະນະບໍລິຫານງານສູນກາງພັກ ຊຸດທີ XII ຈະປະຕິຮູບລະບອບ-ລະບຽບການຕ່າງໆ ໃຫ້ໂປ່ງໃສຍິ່ງຂຶ້ນ, ຫລຸດຜ່ອນຂອດຂັ້ນ ແລະ ຍົກສູງປະສິດທິພາບ ແລະ ຄວາມສາມາດ ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ການຫັນເປັນທັນສະໄໝ-ຫັນເປັນດີຈິຕອນ, ການແບ່ງຂັ້ນຄຸ້ມຄອງ, ແບ່ງສິດໃຫ້ຈະແຈ້ງ, ຂາດຕົວ ແລະ ສ້າງສະພາບແວດລ້ອມການລົງທຶນ, ການດໍາເນີນການຜະ ລິດ-ທຸລະກິດ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ມີຄວາມສາມາດສູງຂຶ້ນໃນການແຂ່ງຂັນ.

    • ລັດຖະບານ ຈະສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນຈາກ ສະຖານະພາບດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນການເມືອງ

      ລັດຖະບານ ຈະສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນຈາກ ສະຖານະພາບດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນ

      1/7/2026 2:06:59 PM

      ໄລຍະ 5 ປີ (2026-2030) ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ເປັນແຜນສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນອອກຈາກສະຖາ ນະພາບປະເທດດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນ, ບັນລຸເປົ້າໝາຍການພັດທະນາແບບຍືນຍົງ, ທັງເປັນແຜນຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ຍຸດທະສາດການພັດທະນາ ໄລຍະ 10 ປີ (2026-2035) ແລະ ວິໄສທັດ ຮອດປີ 2055, ສືບຕໍ່ປະຕິບັດ 4 ບຸກທະລຸ ໃຫ້ແຂງແຮງ, ເລິກເຊິ່ງ.

    • ກອງປະຊຸມໃຫຍ່ຄັ້ງທີ XII ຂອງມື້ທຳອິດ ຕົກລົງ-ຮັບຮອງເອົາຫລາຍບັນຫາສຳຄັນການເມືອງ

      ກອງປະຊຸມໃຫຍ່ຄັ້ງທີ XII ຂອງມື້ທຳອິດ ຕົກລົງ-ຮັບຮອງເອົາຫລາຍບັນຫາສຳຄັນ

      1/7/2026 7:47:13 AM

      ໃນວາລະດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ ທີ XII ຂອງພັກປະຊາຊົນປະຕິວັດລາວໃນມື້ທຳອິດ ໃນວັນທີ 6 ມັງກອນ 2026.

ads
ads

Top