ຄະນະນັກກິລາຈີນ ຄວ້າຫລຽນຄຳ ເກືອບ 170 ຫລຽນ

06/10/2026 03:42
ຂປລ ຄະ​ນະ​ນັກ​ກິ​ລາ​ຈີນ ​ໄດ້​ຄວ້າຫລຽນ​ຄຳ​ 169 ຫລຽນ, ຫລຽນ​ເງິນ 89 ຫລຽນ ແລະ ຫລຽນ​ທອງ 83 ຫລຽນ ຢືນຢູ່ແຖວໜ້າ ໃນຕາຕະລາງ ສະຫລຸບຫລຽນ​ ໃນງ​ງານ​ມະ​ຫະ​ກຳ​ກິ​ລາ​ ເອ​ຊຽນ​ເກມ 12 ຄັ້ງ

    ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ຄະ​ນະ​ນັກ​ກິ​ລາ​ຈີນ ​ໄດ້​ຄວ້າຫລຽນ​ຄຳ​ 169 ຫລຽນ, ຫລຽນ​ເງິນ 89 ຫລຽນ ແລະ ຫລຽນ​ທອງ 83 ຫລຽນ ຢືນຢູ່ແຖວໜ້າ ໃນຕາຕະລາງ ສະຫລຸບຫລຽນ​ ໃນງ​ງານ​ມະ​ຫະ​ກຳ​ກິ​ລາ​ ເອ​ຊຽນ​ເກມ 12 ຄັ້ງ ໄດ້ສິ້ນສຸດລົງ ໃນວັນ​ທີ 4 ຕຸ​ລາ​ນີ້, ພິທີປິດງານມະຫະກໍາກິລາ ເອຊຽນເກມ ຄັ້ງທີ 20 ໄດ້ຈັດຂຶ້ນ ຢູ່ສະ​ໜາມ​ແລ່ນ ແລະ ລານ ຂອງ​ສວນ​ສາ​ທາ​ລະ​ນະ ມິ​ຈຸ​ໂຮະ ນະຄອນ ນາໂກຢາ ປະເທດຍີ່ປຸ່ນ. ຈຳ​ນວນຫລຽນ​ຄຳ​ສ້າງ​ສະ​ຖິ​ຕິ​ໃໝ່​ຂອງ​ສປ ຈີນ ​ໃນງານມະຫະກໍາກິລາເອຊຽນເກມ​ ທີ່​ຈັດ​ຢູ່​ຕ່າງ​ປະ​ເທດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ສປ ຈີນ ຊຸກຍູ້ການເຈລະຈາ-ການຮ່ວມມື ໃນກອງປະຊຸມລັດຖະມົນຕີ ເສດຖະກິດການຄ້າ ຈີ20ຂ່າວຕ່າງປະເທດ

      ສປ ຈີນ ຊຸກຍູ້ການເຈລະຈາ-ການຮ່ວມມື ໃນກອງປະຊຸມລັດຖະມົນຕີ ເສດຖະກິດການຄ້າ ຈີ20

      10/6/2026 3:42:25 AM

      ໂຄ​ສົກ​ກະ​ຊວງ​ການ​ຄ້າ​ຈີນ​ ໄດ້​ຕອບ​ຄຳ​ຖາມ ​ຂອງ​ນັກ​ຂ່າວ​ກ່ຽວ​ ກັບ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​​ກະ​ຊວງການ​ຄ້າ​ກຸ່ມ 20 ປະ​ເທດ ຫລື G20 ພ້ອມ​ດ້ວຍ​ສະ​ພາບ ທີ່​ກ່ຽວ​ຂ້ອງ ໂດຍ​ກ່າວ​ວ່າ​: ສຳ​ລັບ ກອງ​ປະ​ຊຸມ​ ລັດ​ຖະ​ມົນ​ຕີ​​ ກະ​ຊວງການ​ຄ້າ G20 ຄັ້ງ​ນີ້, ປະ​ເທດ​ສະ​ມາ​ຊິກ​ ໄດ້​ແລກ​ປ່ຽນ​ ຄວາມ​ເຫັນ​ກ່ຽວ​ກັບ ຫົວ​ຂໍ້​ຕ່າງໆ ທີ່​ປະ​ເທດ ປະ​ທານ​ ຄື​: ສ.ອາ​ເມ​ລິ​ກາ ​ຕັ້ງ​ໄວ້

    • ໂອເປັກ + ເຫັນດີ ຮັກສາປະລິມານນ້ຳມັນຂ່າວຕ່າງປະເທດ

      ໂອເປັກ + ເຫັນດີ ຮັກສາປະລິມານນ້ຳມັນ

      10/6/2026 3:41:38 AM

      ອົງການບັນດາປະເທດ ສົ່ງອອກນ້ຳມັນ ແລະ ປະ​ເທດຄູ່ຮ່ວ​ມ​ມື (OPEC+) ໄດ້ແຈ້ງວ່າ 7 ປະເທດ ສະມາຊິກ (ລວມ​ມີ: ຊາອຸດີ ອາຣາເບຍ, ອີຣັກ, ກູເວດ, ອານເຊຣີ, ກາຊັກສະຖານ, ໂອມານ ແລະ ​ລັດເຊຍ) ໄດ້ຕົກ​ລົງຮັກສາ ລະດັບປະ​ລິ​ມານນ້ຳມັນ ສູງສຸດ ປະຈຸບັນໃນເດືອນ ພະຈິກ.

    • ເສດຖະກິດໃນພາກພື້ນ ອາຊຽນ-ສປ ຈີນ-ຍີ່ປຸ່ນ-ສ ເກົາຫລີ ສືບຕໍ່ມີຄວາມໝັ້ນທ່ຽງຂ່າວຕ່າງປະເທດ

      ເສດຖະກິດໃນພາກພື້ນ ອາຊຽນ-ສປ ຈີນ-ຍີ່ປຸ່ນ-ສ ເກົາຫລີ ສືບຕໍ່ມີຄວາມໝັ້ນທ່ຽງ

      10/6/2026 3:41:25 AM

      ຫ້ອງ​ການ​ຄົ້ນ​ຄວ້າ ​ເສດ​ຖະ​ກິ​ດ​ ມະ​ຫາ​ພາກ ​​ອາ​ຊຽນ-ຈີນ, ຍີ່​ປຸ່ນ, ສ​ ເກົາຫລີ ໄດ້​ປະ​ກາດ ບົດ​ລາຍ​ງານ​ ຄວາມ​ໝັ້ນ​ທ່ຽງ​ ດ້ານ​ການ​ທະ​ນາ​ຄານ ​ຢູ່​ພາກ​ພື້ນ​ອາ​ຊຽນ-ຈີນ, ຍີ່​ປຸ່ນ, ສ ເກົາຫລີ ສະ​ບັບ 2026 ແລະ ບົດ​ລາຍ​ງາ​ນ​ຄາດ​ຄະ​ເນ​ເສດ​ຖະ​ກິດ ​ຢູ່​ພາກ​ພື້ນອາ​ຊຽນ-ສປ ຈີນ, ຍີ່​ປຸ່ນ, ສ ເກົາຫລີ ປີ 2026 ສະ​ບັບ​ປັບ​ປຸງ​ໃໝ່ ​ໃນ​ເດືອນ​ຕຸ​ລາ ຢ່າງ​ເປັນ​ທາງ​ການ.

    • ສປ ຈີນ ໄດ້ຊຸກຍູ້ການປັບປຸງ ໂຄງປະກອບການລົງທຶນ ໃຫ້ດີຂຶ້ນຢ່າງຕໍ່ເນື່ອງຂ່າວຕ່າງປະເທດ

      ສປ ຈີນ ໄດ້ຊຸກຍູ້ການປັບປຸງ ໂຄງປະກອບການລົງທຶນ ໃຫ້ດີຂຶ້ນຢ່າງຕໍ່ເນື່ອງ

      10/6/2026 3:40:59 AM

      ປີ​ນີ້, ການ​ລົງ​ທຶນ​ ໃນ​ຂົງ​ເຂດ​ ກຳ​ລັງ​ການ​ຜະ​ລິດ​ ທີ່​ມີ​ຄຸນ​ນະ​ພາບ​ໃໝ່​ຂອງ​ ສປ ຈີນ​ ໄດ້​ສືບ​ຕໍ່ ຮັກ​ສາ​ສະ​ພາບ​ ທ່າ​ອຽງ​ເພີ່ມ​ຂຶ້ນ ​ເປັນ​ຢ່າງ​ດີ ນັບ​ແຕ່​ຕົ້ນ​ປີ​ນີ້​ເປັນ​ຕົ້ນ​ມາ,ການ​ລົງ​ທຶນ​ ໃນ​ດ້ານ​ຄວາມ​ກ້າວ​ໜ້າ ​ຂອງ​ເຕັກ​ນິກ​,ການ​ຍົກ​ລະ​ດັບ​ ອຸດ​ສາ​ຫະ​ກຳ​​ ແລະ ​ການ​ລົງ​ທຶນ​ທີ່​ກ່ຽວ​ຂ້ອງອື່ນໆ

    • ອິດສະຣາແອນ ເກືອດຫ້າມ ພະນັກງານຈຸບິນສັນຊາດ 27 ປະເທດຂ່າວຕ່າງປະເທດ

      ອິດສະຣາແອນ ເກືອດຫ້າມ ພະນັກງານຈຸບິນສັນຊາດ 27 ປະເທດ

      10/6/2026 3:40:34 AM

      ສື່ມວນ​ຊົ​ນ​ ອິດ​ສະ​ຣາ​ແອນ ​ລາຍ​ງານ​ວ່າ: ກະ​ຊວງ​ຄົມ​ມະ​ນາ​ຄົມ​ ອິດ​ສະ​ຣາ​ແອນ ​ໄດ້ອອກ​ແຈ້ງ​ການ ​ຕໍ່​ບໍ​ລິ​ສັດ​ການ​ບິນ​ຕ່າງ​ປະ​ເທດ​ ໂດຍ​ຫ້າມ ​ບໍ່​ໃຫ້​ພະ​ນັກ​ງານ​ຈຸ​ບິນ ​ທີ່​ມີ​ສັນ​ຊາດ​​ດຽວ ​ຫລື ​ສອງ​ສັນ​ຊາດ​​ຂອງ 27 ປະ​ເທດ

ads
ads

Top