ສະພາແຫ່ງຊາດ ຮັບຮອງເອົາການແຕ່ງຕັ້ງປະທານສະພາ ແລະ ນາຍົກລັດຖະມົນຕີ ຄົນໃໝ່

06/10/2026 09:40
Email Print 1120
ຂປລ ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ວັນທີ 5 ຕຸລາ 2026 ນີ້, ບັນດາສະມາຊິກສະພາແຫ່ງຊາດ ໄດ້ລົງຄະແນນສຽງເລືອກເອົາປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຄົນໃໝ່.

   

     ຂປລ. ໃນນັ້ນ, ໄດ້ເຫັນດີເປັນເອກະພາບເລືອກເອົາ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີຜູ້ເກ່ົາ ໄປດໍາລົງຕໍາແໜ່ງເປັນປະທານສະພາແຫ່ງຊາດຄົນໃໝ່ ແລະ ເລືອກເອົາທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ຂຶ້ນເປັນນາຍົກລັດຖະມົນຕີຄົນໃໝ່. ໂອກາດນີ້, ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ອ່ານໜັງສືສະເໜີຂອງຄະນະປະຈຳສະພາແຫ່ງຊາດກ່ຽວກັບມາດຖານ, ເງື່ອນໄຂຂອງຜູ້ທີ່ຈະໄດ້ຮັບການເລືອກຕັ້ງເປັນປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີຄົນໃໝ່ ກໍຄື ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ແລະ ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີຄົນໃໝ່ ຊຶ່ງທັງສອງທ່ານ ເປັນຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນ, ເປັນຜູ້ທີ່ມີຄວາມຮູ້ຄວາມສາມາດ, ມີວິໄສທັດຊ້ີນຳໃນການຫັນແນວທາງນະໂຍບາຍຂອງພັກເປັນກົດໝາຍຂອງລັດ, ສາມາດນຳພາ-ຊີ້ນຳຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍຂອງລັດ ແລະ ຕົງລົງບັນຫາສຳຄັນຕ່າງໆຂອງປະເທດຊາດ, ມີຄວາມຮູ້ ແລະ ກຳແໜ້ນເລິກເຊິ່ງລະບົບກົດໝາຍ, ລະບົບເສດຖະກິດ, ລະບົບການເມືອງ-ການປົກຄອງຂອງປະເທດ ແລະ ໄດ້ຮັບຄວາມເຊື່ອໝັ້ນ, ໄວ້ວາງໃຈຈາກພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ.

     ພ້ອມນີ້, ທ່ານປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີຄົນໃໝ່ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງຈິງໃຈມາຍັງບັນດາສະມາຊິກສະພາແຫ່ງຊາດ ຊຸດທີ X ທີ່ໄດ້ໃຫ້ຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈເລືອກໃຫ້ດຳລົງຕຳແໜ່ງອັນມີກຽດ ແລະ ສຳຄັນນີ້. ພ້ອມທັງປະຕິຍານຕົນວ່າ: ຈະເຄົາລົບ ແລະ ປະຕິບັດຕາມລັດຖະທຳມະນູນ ແລະ ກົດໝາຍຢ່າງເຂັ້ມງວດ, ຈະຈົ່ງຮັກພັກດີ ຊື່ສັດບໍລິສຸດຕໍ່ປະເທດຊາດ ຕໍ່ມະຫາຊົນ, ຈະພ້ອມກັບການນຳຂອງພັກຂອງລັດ ເຮັດທຸກສ່ິງທຸກຢ່າງເພື່ອສ້າງເງື່ອນໄຂ ແລະ ຮັບປະກັນໃຫ້ປະເທດຊາດ ມີສະຖຽນລະພາບ, ມີຄວາມສະຫງົບປອດໄພ, ເສດຖະກິດ-ສັງຄົມ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ, ສືບຕໍ່ຍົກລະດັບຄຸນນະພາບຊີວິດຂອງມະຫາຊົນໃຫ້ນັບມື້ນັບດີຂຶ້ນ, ສືບຕ່ບູລະນະລະບອບປະຊາທິປະໄຕປະຊາຊົນໃຫ້ສົມບູນຂຶ້ນ ແລະ ສືບຕໍ່ຈັດ ຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານມີຫລັກການຂອງພັກ ເຂົ້າສູ່ລວງເລິກ ແລະ ເປັນຮູບປະທໍາ,  ພ້ອມທັງຈະປະຕິບັດນະໂຍບາຍການຕ່າງປະເທດສັນຕິພາບເອກະລາດແຫ່ງຊາດ ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.

ຂ່າວ: ທະນູທອງ; ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

    • ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນພະຈິກ 2026ການເມືອງ

      ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນພະຈິກ 2026

      11/25/2026 10:01:29 AM

      ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນພະຈິກ 2026 ຮັບຮອງດ້ານຫຼັກການ 4 ວາລະສຳຄັນ ແລະ ວາງທິດທາງແຜນວຽກຈຸດສຸມເດືອນທັນວາ

    • ນາຍົກລັດຖະມົນຕີຕ້ອນຮັບຄະນະຜູ້ແທນກອງປະຊຸມໂຕະມົນການເມືອງ

      ນາຍົກລັດຖະມົນຕີຕ້ອນຮັບຄະນະຜູ້ແທນກອງປະຊຸມໂຕະມົນ

      11/24/2026 12:40:54 PM

      ໃນວັນທີ 19 ພະຈິກ 2026 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຄະນະຜູ້ ແທນກອງປະຊຸມໂຕະມົນ ປະຈໍາປີ 2026, ນໍາພາໂດຍ ທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີກະຊວງການເງິນ, ພ້ອມດ້ວຍ ທ່ານ ບັກໂຮເດຍ ເບີຄະນ໋ອຟ ຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາລາວ, ບັນດາເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈໍາລາວ.

    • ຄະນະປ້ອງກັນພາຍໃນ ຄອສພເຊື່ອມຊຶມເອກະສານວຽກງານປ້ອງກັນພາຍໃນການເມືອງ

      ຄະນະປ້ອງກັນພາຍໃນ ຄອສພເຊື່ອມຊຶມເອກະສານວຽກງານປ້ອງກັນພາຍໃນ

      11/20/2026 10:06:46 AM

      ຄະນະປ້ອງກັນພາຍໃນ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ເຊື່ອມຊຶມເອກະສານວຽກງານປ້ອງກັນພາຍໃນ, ສະຫຼຸບວຽກງານການປ້ອງກັນພາຍໃນໄລຍະ 5 ປີ ແລະ ທິດທາງຕໍ່ໜ້າ, ພ້ອມທັງເຊັນບົດບັນທຶກກົນໄກການປະສານງານລະຫວ່າງ ກົມປ້ອງກັນພາຍໃນ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ແລະ ຄະນະປ້ອງກັນພາຍໃນ ຄະນະໂຄສະນາອົບຮົມສູນກາງພັກ ໃນວັນທີ 19 ພະຈິກ 2026 ຢູ່ຄະນະໂຄສະນາອົບຮົມສູນກາງພັກ ໂດຍມີ ທ່ານ ສາຄອນ ພົມມະລາດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີກົມ 200, ກຳລັງປ້ອງກັນພາຍໃນ ຄອສພ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    • ຮອງປະທານປະເທດ ຕ້ອນຮັບທູດຍີ່ປຸ່ນ ເຂົ້າຢ້ຽມອຳລາການເມືອງ

      ຮອງປະທານປະເທດ ຕ້ອນຮັບທູດຍີ່ປຸ່ນ ເຂົ້າຢ້ຽມອຳລາ

      11/18/2026 10:03:16 AM

      ໃນວັນທີ 16 ພະຈິກ 2026 ນີ້, ທ່ານນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ໂຄອິຊຸມິ ຊຶໂຕມຸ ເອກອັກຄະລາຊະທູດ ແຫ່ງຍີ່ປຸ່ນ ປະຈຳລາວ ໃນໂອກາດສຳເລັດການປະຕິບັດໜ້າທ່ີການທູດ ຢູ່ ສປປ ລາວ.

    • ປະທານສະພາແຫ່ງຊາດ ເຂົ້າຮ່ວມກອງປະຊຸມ ໄອປາ ຄັ້ງທີ 47 ທີ່ຟີລິບປິນການເມືອງ

      ປະທານສະພາແຫ່ງຊາດ ເຂົ້າຮ່ວມກອງປະຊຸມ ໄອປາ ຄັ້ງທີ 47 ທີ່ຟີລິບປິນ

      11/18/2026 9:48:18 AM

      ໃນວັນທີ 17 ພະຈິກ 2026, ທີ່ນະຄອນຫລວງມານິລາ, ສາທາລະນະລັດ ຟີລິບປິນ, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຖິງນະຄອນຫລວງມານິລາ ເພື່ອເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 47 ທີ່ຈະຈັດຂຶ້ນໃນລະຫວ່າງ ວັນທີ 16-22 ພະຈິກ 2026 ໂດຍການເປັນເຈົ້າພາບຂອງລັດຖະສະພາ ແຫ່ງ ສາທາລະນະລັດ ຟີລິບປິນ.

ads
ads

Top