ຂປລ
ປີນີ້, ການລົງທຶນ ໃນຂົງເຂດ ກຳລັງການຜະລິດ ທີ່ມີຄຸນນະພາບໃໝ່ຂອງ ສປ ຈີນ ໄດ້ສືບຕໍ່ ຮັກສາສະພາບ ທ່າອຽງເພີ່ມຂຶ້ນ ເປັນຢ່າງດີ ນັບແຕ່ຕົ້ນປີນີ້ເປັນຕົ້ນມາ,ການລົງທຶນ ໃນດ້ານຄວາມກ້າວໜ້າ ຂອງເຕັກນິກ,ການຍົກລະດັບ ອຸດສາຫະກຳ ແລະ ການລົງທຶນທີ່ກ່ຽວຂ້ອງອື່ນໆ

ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ອົງການສະຖິຕິ ແຫ່ງຊາດຈີນ ໄດ້ແຈ້ງໃຫ້ຮູ້ວ່າ: ປີນີ້, ການລົງທຶນ ໃນຂົງເຂດ ກຳລັງການຜະລິດ ທີ່ມີຄຸນນະພາບໃໝ່ຂອງ ສປ ຈີນ ໄດ້ສືບຕໍ່ ຮັກສາສະພາບ ທ່າອຽງເພີ່ມຂຶ້ນ ເປັນຢ່າງດີ ນັບແຕ່ຕົ້ນປີນີ້ເປັນຕົ້ນມາ,ການລົງທຶນ ໃນດ້ານຄວາມກ້າວໜ້າ ຂອງເຕັກນິກ,ການຍົກລະດັບ ອຸດສາຫະກຳ ແລະ ການລົງທຶນທີ່ກ່ຽວຂ້ອງອື່ນໆ ໄດ້ມີຈັງຫວະເຕີບໂຕເລັ່ງໄວຂຶ້ນ, ການລົງທຶນໃນຂົງເຂດ ທີ່ສຳຄັນໄດ້ເພີ່ມຂຶ້ນ ຢ່າງອ່າວໄວ,ໂຄງປະກອບການລົງທຶນໄດ້ຮັບການປັບປຸງ ໃຫ້ດີຂຶ້ນຢ່າງຕໍ່ເນື່ອງ.ໂດຍລວມແລ້ວ, ໂຄງປະກອບການລົງທຶນຂອງ ສປ ຈີນ ໄດ້ປາກົດໃຫ້ເຫັນສະພາບທ່າອຽງການ ພັດທະນາ ໄປໃນທາງທີ່ດີ ອັນໃໝ່,ຄຸນນະພາບ ແລະ ປະສິດທິຜົນ ດ້ານການລົງທຶນ ໄດ້ຮັບການຍົກສູງຂຶ້ນ ຢ່າງບໍ່ຢຸດຢັ້ງ. ການໃຊ້ນະໂຍບາຍຕ່າງໆ ຢ່າງປະສານງານກັນມີຜົນດີ ຕໍ່ການຊຸກຍູ້ ແລະ ປ່ອຍຄວາມສາມາດບົ່ມຊ້ອນ ດ້ານການລົງທຶນ ຕື່ມອີກ,ຊ່ວຍຊຸກຍູ້ ການພັດທະນາ ໃນຄຸນນະພາບສູງ ຂອງເສດຖະກິດ-ສັງຄົມ ດ້ວຍການລົງທຶນ ທີ່ມີປະສິດທິຜົນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL