ຂປລ
ໂຄສົກກະຊວງການຄ້າຈີນ ໄດ້ຕອບຄຳຖາມ ຂອງນັກຂ່າວກ່ຽວ ກັບກອງປະຊຸມລັດຖະມົນຕີກະຊວງການຄ້າກຸ່ມ 20 ປະເທດ ຫລື G20 ພ້ອມດ້ວຍສະພາບ ທີ່ກ່ຽວຂ້ອງ ໂດຍກ່າວວ່າ: ສຳລັບ ກອງປະຊຸມ ລັດຖະມົນຕີ ກະຊວງການຄ້າ G20 ຄັ້ງນີ້, ປະເທດສະມາຊິກ ໄດ້ແລກປ່ຽນ ຄວາມເຫັນກ່ຽວກັບ ຫົວຂໍ້ຕ່າງໆ ທີ່ປະເທດ ປະທານ ຄື: ສ.ອາເມລິກາ ຕັ້ງໄວ້

ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ເມື່ອບໍ່ດົນມານີ້, ໂຄສົກກະຊວງການຄ້າຈີນ ໄດ້ຕອບຄຳຖາມ ຂອງນັກຂ່າວກ່ຽວ ກັບກອງປະຊຸມລັດຖະມົນຕີກະຊວງການຄ້າກຸ່ມ 20 ປະເທດ ຫລື G20 ພ້ອມດ້ວຍສະພາບ ທີ່ກ່ຽວຂ້ອງ ໂດຍກ່າວວ່າ: ສຳລັບ ກອງປະຊຸມ ລັດຖະມົນຕີ ກະຊວງການຄ້າ G20 ຄັ້ງນີ້, ປະເທດສະມາຊິກ ໄດ້ແລກປ່ຽນ ຄວາມເຫັນກ່ຽວກັບ ຫົວຂໍ້ຕ່າງໆ ທີ່ປະເທດ ປະທານ ຄື: ສ.ອາເມລິກາ ຕັ້ງໄວ້ ເຊັ່ນ: ການຄັດຄ້ານ ການຫັນສະບຽງ ອາຫານ ເປັນອາວຸດ, ຮັບມືກັບຄວາມສາມາດ ດ້ານການຜະລິດເຫລືອເຟືອ, ຈຳກັດການບັງຄັບ ອອກແຮງງານ, ປັບປຸງຫລັກການ ປະຕິບັດຕໍ່ປະເທດ ທີ່ໄດ້ຮັບສິດພິເສດ ຫລາຍທີ່ສຸດ ແລະ ຫົວຂໍ້ອື່ນໆ, ພ້ອມທັງ ໄດ້ບັນລຸຖະແຫລງ ການຮ່ວມກ່ຽວກັບ ຫົວຂໍ້ສະບຽງອາຫານ, ສ່ວນຫົວຂໍ້ເຫລືອນັ້ນ ບໍ່ໄດ້ບັນລຸເອກະສານໝາກຜົນ.ໃນໄລຍະຈັດກອງປະຊຸມ, ສປ ຈີນ ໄດ້ຍຶດໝັ້ນທ່າທີ ທີ່ເປີດປະຕູ ແລະ ຮ່ວມມືຢ່າງສະເໝີຕົ້ນ ສະເໝີປາຍ, ເຂົ້າຮ່ວມການປຶກສາຫາລືຫົວຂໍ້ຕ່າງໆ ຢ່າງມີລັກສະນະສ້າງສັນ ແລະ ປະສານງານຢ່າງໃກ້ຊິດກັບປະເທດສະມາຊິກຕ່າງໆ ເຊິ່ງໄດ້ເສີມຂະຫຍາຍບົດບາດດ້ານການຊຸກຍູ້ການເຈລະຈາ ແລະ ການຮ່ວມມືຢ່າງເຕັມທີ່. ຂະນະດຽວກັນ, ສປ ຈີນ ໄດ້ຍຶດໝັ້ນຫລັກການ ຢ່າງສະເໝີຕົ້ນ ສະເໝີປາຍ, ເດັດດ່ຽວປົກປັກຮັກສາ ຜົນປະໂຫຍດ ຮ່ວມຂອງຕົນ ແລະ ປະເທດ ພວມພັດທະນາ ທັງຫລາຍ, ພ້ອມທັງ ພະຍາຍາມຊຸກຍູ້ ຄວາມສາມັກຄີ ແລະ ການຮ່ວມມືຂອງ G20./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL